ລາວ ໂທລະຄົມ ປະກອບສ່ວນ ອຸປະຖຳ ເຄື່ອງອຸປະໂພກ-ບໍລິໂພກ, ຜະລິດຕະພັນ ຂອງ ລາວ ໂທລະຄົມ ແລະ ລ້ຽງອາຫານທ່ຽງໃຫ້ກັບ ນ້ອງໆນັກຮຽນທາງສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ລວມເປັນມູນຄ່າ 27,000,000 ກີບ.

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ທີ່ເຕີບໃຫຍ່ຂະຫຍາຍຕົວ ມາຮອດ 27 ປີ ຄອບຄົວ ລາວ ໂທລະຄົມ ໄດ້ລົງຢ້ຽມຢາມ ມອບຄວາມຮັກ ຄວາມອົບອຸ່ນ ໃຫ້ກັບໂຮງຮຽນ ຄົນພິການທາງການເບີ່ງເຫັນ ທົ່ງປົ່ງ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ເເລະ ເພື່ອເປັນການຕອບເເທນສັງຄົມ ໄດ້ຈັດກິດຈະກຳ ມອບເຄື່ອງອຸປະໂພກ-ບໍລິໂພກ, ຜະລິດຕະພັນ ຂອງ ລາວ ໂທລະຄົມ ແລະ ລ້ຽງອາຫານທ່ຽງ ໃຫ້ກັບ ນ້ອງໆນັກຮຽນທາງສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ລວມເປັນມູນຄ່າ 27,000,000 ກີບ. ມອບໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ພ້ອມດ້ວຍຄະນະຜູ້ບໍລິຫານ ກຸ່ມ ບໍລິສັດ ລາວ ໂທລະຄົມ ເເລະ ຮັບໂດຍ ທ່ານ ດຣ ຄໍາຄູນ ໂຫລານຸພາມ ຫົວໜ້າ ສູນປິ່ນປົວ ແລະ ຮັກສາ ສຸຂະພາບຕາ, ໂຮງຮຽນ ຄົນພິການທາງການເບິ່ງເຫັນທີ່ຂຶ້ນກັບສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ພ້ອມດ້ວຍຄະນະ ເເລະ ນ້ອງໆນັກຮຽນ ທີ່ໃຫ້ກຽດເຂົ້າຮ່ວມໃນຄັ້ງນີ້.
ລາວ ໂທລະຄົມ ຍັງຍຶດໝັ້ນໃນການຊ່ວຍເຫຼືອສັງຄົມ ເເລະ ຄຽງຄູ່ສັງຄົມລາວຕະຫຼອດໄປ.