2021 - 2024

  • 5G Commercial launch

2019 - 2020 5G

  • 5G Trial phase in VTE
  • ESIM eSports, New subsidiaries: TPLUS & M-MONEY

2013 - 2015 Broadband

  • Services: - LTC provides a superior digital lifestyle experience with special privileges and the latest mobile and fixed broadband technologies

2016 Digital Era

  • Voice Call Application services
  • 3G/4G Mobile services
  • FTTH, LL, MPLS, PLC, IPLC services

2008 - 2012 Narrow

  • Voice services
  • SMS services
  • Internet ADSL/Dialing services
  • PSTN/20 Mobile/ADSL services
  • PSTN, M Phone, Win Phone services

1996 - 2007 Voice Era

  • Voice Call services
  • Application services
  • 3G Mobile internet services
  • Internet ADSL/MPLS,PLC services
  • Narrow Band ADSL 2 services

1996

  • ໃນປີ 1996 ຄວາມຮຽກຮ້ອງຕ້ອງການໃນການນໍາໃຊ້ລະບົບສື່ສານໂທລະຄົມຂອງລາວ ໄດ້ ຂະຫຍາຍຕົວ ຫລາຍຂື້ນ ລັດຖະບານ ສປປ ລາວ ຈຶ່ງໄດ້ຮ່ວມກັບ ບໍລິສັດ ຊິນນະວັດ ອິນເຕີເນຊັນແນລ ຈໍາກັດ (ມະຫາຊົນ) ເພື່ອສ້າງຕັ້ງ ບໍລິສັດ ລາວ ໂທລະຄົມມະນາຄົມ ຈໍາກັດ ຂື້ນຊື່ງເປັນການ ລວມ ເອົາ ບໍລິສັດ ໂທລະຄົມ ລາວ ກັບ ບໍລິສັດ ລາວຊິນນະວັດ ເທເລຄອມ ຈໍາກັດ ເຂົ້າກັນ ໂດຍລັດຖະບານ ສປປ ລາວ ຖືຮຸ້ນ 51% ແລະ ບໍລິສັດ ຊິນນະວັດ ອິນເຕີເນຊັນແນລ ຈໍາກັດ (ມະຫາຊົນ) ຖືຮຸ້ນ 49% ມີໄລຍະສໍາປະທານ 25 ປີ.

11 ກັນຍາ 1996

  • ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ເລີ່ມເປີດດໍາເນີນທຸລະກິດ ໃຫ້ບໍລິການ ສື່ສານໂທລະຄົມມະນາຄົມດ້ານຕ່າງໆ ເຊັ່ນ: ບໍລິການໂທລະສັບພື້ນຖານ, ບໍລິການໂທລະສັບມືຖື ລະບົບດິຈິຕອນ GSM ແລະ CDMA, ບໍລິການທາງດ້ານອິນເຕີເນັດ ແລະ ບໍລິການອື່ນໆ ອີກ.

1995

  • ໃນປີ 1995 ລັດຖະບານ ມີນະໂຍບາຍໃຫ້ແຍກ ບໍລິສັດ ໄປສະນີ ແລະ ໂທລະຄົມມະນາຄົມ ລາວ ອອກເປັນ 2 ບໍລິສັດ ຄື: ບໍລິສັດ ໄປສະນີລາວ ແລະ ບໍລິສັດ ໂທລະຄົມມະນາຄົມ ລາວ.

1994

  • ລັດຖະບານໄດ້ເປີດໂອກາດໃຫ້ພາກເອກະຊົນ ເຂົ້າຮ່ວມລົງທຶນດຳເນີນທຸລະກິດດ້ານໂທລະຄົມມະນາຄົມໃນ ສປປ ລາວ, ບໍລິສັດ ຊິນນະວັດອິນເຕີເນຊັນແນລ ຈໍາກັດ (ມະຫາຊົນ) ໄດ້ມີໂອກາດເຂົ້າຮ່ວມລົງທຶນກັບລັດຖະບານ ແລະ ໄດ້ສ້າງຕັ້ງບໍລິສັດຮ່ວມທຶນຂື້ນໃນນາມ ບໍລິສັດ ລາວ ຊິນນະວັດເທເລຄອມ ຈໍາກັດ ເພື່ອດໍາເນີນໂຄງການພັດທະນາໂທລະຄົມ ໄລຍະທີ່ 3 ຕາມແຜນແມ່ບົດທີ່ລັດຖະບານວາງອອກ

ກ່ອນປີ 1993

  • ລັດຖະບານ ສປປ ລາວ ໄດ້ດໍາເນີນການຢ່າງຕໍ່ເນື່ອງໃນການພັດທະນາ ລະບົບສື່ສານໂທລະຄົມມະນາຄົມ ຕາມແຜນແມ່ບົດ (Master Plan) ຊຶ່ງນັບໄດ້ວ່າເປັນປັດໄຈພື້ນຖານຂອງການພັດທະນາ ລະບົບໂທລະຄົມ ຄົບວົງຈອນ ໂດຍມີ ກະຊວງ ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງເປັນຜູ້ຊີ້ນໍາ ແລະ ຄຸ້ມຄອງ ໃນນີ້ ບໍລິສັດ ໄປສະນີໂທລະຄົມ ລາວ ເປັນ ລັດວິສາຫະກິດ 100% ແລະ ເປັນຜູ້ດໍາເນີນວຽກງານແຕ່ຜູ້ດຽວ.