ວິທີເປີດນຳໃຊ້

ເລືອກເຄື່ອຂ່າຍດ້ວຍຕົວເອງ

ຕັ້ງຄ່າ ອິນເຕີເນັດ ROAMING

ວິທີການໂທ-ຮັບສາຍ/ວິທີການຕື່ມເງິນເວລາຢູ່ຕ່າງປະເທດ

ບໍລິການໂທຂ້າມແດນອັດຕະໂນມັດ IR

ບໍລິການໜຶ່ງຂອງໂທລະສັບມືຖືແບບຕື່ມເງິນ ແລະ ມືຖືລາຍເດືອນ ທີ່ໃຫ້ທ່ານສາມາດນໍາເອົາໂທລະສັບມືຖືຂອງທ່ານໄປນໍາໃຊ້ໄດ້ໃນຕ່າງປະເທດທີ່ມີສັນຍາຮ່ວມກັນໃນການເປີດໃຫ້ບໍລິການ IR ກັບ ລາວໂທລະຄົມ.


ບໍລິການ IR ໄດ້ຈະອໍານວຍຄວາມສະດວກດ້ານການຕິດຕໍ່ສື່ສານໃຫ້ທ່ານ ໃນເວລາທີ່ທ່ານເດີນທາງໄປຕ່າງປະເທດຢ່າງອົບອຸ່ນໃຈວ່າ ທ່ານຈະບໍ່ຂາດການຕິດຕໍ່ສື່ສານທຸກເລື່ອງທີ່ສໍາຄັນທາງດ້ານທຸລະກິດ ຫຼື ເລື່ອງສ່ວນຕົວດ້ວຍເບີມືຖື ເຄື່ອງເດີມເບີເດີມຂອງທ່ານ.

ເປີດນຳໃຊ້ໂທຂ້າມແດນ ອັດຕະໂນມັດ IR

ຟຣີ ຄ່າເປີດນຳໃຊ້

Dial

ໂທອອກ ຫຼື ພີມ DI ສົ່ງໄປ 115

  • ວິທີສະໝັກ ດາຕ້າແພັກເກັດ ປະເທດໄທ:
    ເບີຕື່ມເງິນ ກົດ *234*ລະຫັດ # ໂທອອກ
    ເບີເນັດຊິມ ກົດ *345*ລະຫັດ # ໂທອອກ
  • ວິທີສະໝັກ ດາຕ້າແພັກເກັດ ປະເທດມາເລເຊຍ:
    ເບີຕື່ມເງິນ ແລະ ເນັດຊິມ ກົດ *060*ລະຫັດ # ໂທອອກ
  • ວິທີສະໝັກ ດາຕ້າແພັກເກັດ ປະເທດຫວຽດນາມ:
    ເບີຕື່ມເງິນ ແລະ ເນັດຊິມ ກົດ *234*ລະຫັດ # ໂທອອກ
  • ໝາຍເຫດ:
    ເປີດນຳໃຊ້ຄັ້ງດຽວໃຊ້ໄດ້ຕະຫຼອດ ຟຣີຄ່າບໍລິການ

ວິທີເລືອກເຄືອຂ່າຍມືຖື ໃນຕ່າງປະເທດດ້ວຍຕົວເອງ

ທ່ານເດີນທາງໄປຮອດຕ່າງປະເທດແລ້ວ ເປີດໂທລະສັບມືຖື ໂດຍການເລືອກເຄືອຂ່າຍ ອັດຕະໂນມັດ.

ບໍລິການ Package Data Roaming ທ່ານຕ້ອງເລືອກເຄື່ອຂ່າຍມືຖືແຕ່ລະປະເທດໃຫ້ຖືກຕ້ອງທີ່ລະບຸໃນແພັກເກັດ ເພື່ອໃຫ້ທ່ານໄດ້ໃຊ້ງານແພັກເກັດຢ່າງສຸດຄຸ້ມ.

ການຕັ້ງຄ່າໃນເຄືອງໂທລະສັບດ້ວຍຕົວເອງ

ການນຳໃຊ້ ອິນເຕີເນັດໃນຕ່າງປະເທດ Data Roaming

ຊິມດຽວ ທ່ຽວທົ່ວໃຈໄປທົ່ວໂລກ ຫຼື້ນອິນເຕີເນັດ ດ້ວຍບໍລິການ Data Roamong ຈາກ ລາວ ໂທລະຄົມ.

ສິ່ງຄວນຮູ້ກ່ອນເດີນທາງ

- ກ່ອນເດີນທາງ ທ່ານຕ້ອງຕັ້ງຄ່າໂທລະສັບມີຖືໃຫ້ຖືກຕ້ອງ ເພື່ອຮອງຮັບການໃຊ້ງານ Data Roaming.

- ແພັກເກັດອິນເຕີເນັດທີ່ທ່ານໃຊ້ງານໃນປະເທດລາວ ທຸກບໍລິການ ຈະບໍໄດ້ລວມການໃຊ້ງານຕ່າງໆ ທີ່ເກີດຂື້ນໃນຕ່າງປະເທດ.

- ແອັບພິເຄຊັນໃນໂທລະສັບມືຖື ອາດມີການເຊື່ອມຕໍ່ສັນຍານອິນເຕີເນັດອັດຕະໂນມັດ ທ່ານຄວນ ປິດ Data ຄະນະທີ່ທ່ານບໍ່ໃຊ້ງານ.

- ການໃຊ້ງານ ອິນເຕີເນັດ Roaming ໃນຕ່າງປະເທດ ອັດຕາຄ່າບໍລິການການນຳໃຊ້ເປັນ KB, MB, GB.

- ໃນກໍລະນີມີການເປີດໃຊ້ງານ eSIM ຫຼື ເຄີຍເປີດໃຊ້ ຖ້າທ່ານຕ້ອງການຕັັ້ງຄ່າໃຊ້ງານ Data Roaming ຕ້ອງເລືອກເບີທີ່ຕ້ອງການຕັ້ງກ່ອນ ແລະ ຈະເຫັນເມນຸ ເປີດ/ປິດ Data Roaming.

ການຕັ້ງຄ່າໃນເຄືອງໂທລະສັບດ້ວຍຕົວເອງ

ໂທອອກ, ຮັບສາຍ ແລະ ຕື່ມເງິນເວລາຢູ່ຕ່າງປະເທດ

1. ວິທີການໂທອອກ ໃນຂະນະທີ່ໂຣມມິງ
  • ການໂທຈາກຕ່າງປະເທດ ໂທຫາໂທລະສັບມືຖືລາວ ​ຫຼື ​ຕັ້ງໂຕະ​: ກົດ Country Code - Area Code - Phone Number
ຕົວຢ່າງ: ໂທຫາໂທລະສັບມືຖືປະເທດລາວ: ກົດ + 856 20 1234 5678 ໂທອອກ
  • ວິທີການໂທຫາໂທລະສັບມືຖື ຫຼື ​ຕັ້ງໂຕະໃນປະເທດທີ່ເຈົ້າກຳລັງໂຣມມິງຢູ່​: ກົດ Area code - Phone Number
ຕົວຢ່າງ: ໂທຫາໂທລະສັບມືຖື ຫລື ຕັ້ງໂຕະປະເທດອາເມລິກາ: ກົດ ໝາຍເລກໂທລະສັບ ໂທອອກ
  • ໂທຫາໂທລະສັບມືຖື​ຫຼື​ຕັ້ງໂຕະໃນປະເທດ /ພາກພື້ນອື່ນ ບໍ່ແມ່ນປະເທດລາວຫຼື​ປະເທດທີ່ທ່ານກໍາລັງ​ໂຣມມິ້ງ: ກົດ Country Code - Area Code - Phone Number
ຕົວຢ່າງ: ໂທຫາໂທລະສັບມືຖື ຫລື ຕັ້ງໂຕະປະເທດອາເມລິກາ: ກົດ + 44 20 12 345 678 ໂທອອກ ໂທອອກ
2. ວິທີການ ຮັບສາຍເມື່ອໂຣມມິງ
  • ຮັບສາຍຈາກປະເທດລາວ
  • ສາຍໂທເຂົ້າຈະຖືກໂອນຈາກລາວໄປປະເທດທີ່ເຈົ້າກຳລັງໂຣມມີງຢູ່, ເຊິ່ງມີຄ່າໂທເຂົ້າ.
    • ຮັບສາຍຈາກປະເທດທີ່ສາມ: ກົດ: Uk International Access Number - Laos Country Code - Area Code - Phone Number ?>
    ຕົວຢ່າງ: ບາງຄົນໃນອັງກິດໂທຫາເບີມືຖືຂອງເຈົ້າ 020 - 1234 5678 ໃນຂະນະທີ່ເຈົ້າໂຣມມິງຢູ່ໃນສະຫະລັດ.
    3. ວິທີການຕື່ມເງິນໃນຄະນະທ່ານຢູ່ຕ່າງປະເທດໂຣມມິງ
    • ຕື່ມເງິນຜ່ານ App M-Service
    • ຕື່ມເງິນຜ່ານທະນາຄານຕ່າງໆ
    1
    2
    3
    4
    5

    Bill Payment BCEL

    Bill Payment APB

    Bill Payment LDB

    Bill Payment JDB

    Bill Payment Lao-viet

    6
    7
    8
    9
    10

    Bill Payment STB

    Bill Payment Aceleda

    Bill Payment Maruhan Japan

    Bill Payment Viettin

    Bill Payment Indochina