ລາວ ໂທລະຄົມ ຮ່ວມພິທີເປີດ “ຮ້ານຄ້າ ຈຳລອງ ຄສບ” ເເລະ ອຸປະຖຳມູນຄ່າ 10,000,000 ກີບ

ວັນທີ 24 ເມສາ 2023 ຜ່ານມາ ຢູ່ທີ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ (ຕຶກໃໝ່) ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ເຂົ້າຮ່ວມພິທີເປີດ “ຮ້ານຄ້າ ຈຳລອງ ຄສບ” ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກິດຈະກໍາດັ່ງກ່າວເພື່ອໃຫ້ຄວາມຮູ້ເເກ່ນ້ອງໆນັກສຶກສາທີ່ກຳລັງປະກອບອາຊີບໃນອະນາຄົດ. ລາວ ໂທລະຄົມ ໄດ້ປະກອບສ່ວນຊຸກຍູ້ເປັນວັດຖຸມູນຄ່າ 10,000,000 ກີບ ໃຫ້ກຽດມອບໂດຍ ທ່ານ ນາງ ນິດຕະຍາ ສີວິໄຊ ຮອງຫົວໜ້າພະແນກການຕະຫຼາດ ແລະ ຮັບໂດຍ ທ່ານ ປທ ເພັດສະໝອນ ພົມມະວົງ ຮອງຄະນະບໍດີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລເເຫ່ງຊາດ. ຈຸດປະສົງໃນການມອບອຸປະຖຳເພື່ອໃຫ້ນ້ອງໆນັກສຶກສາໄດ້ສ້າງປະສົບການໃໝ່ໆ ເເລະ ເປັນຄວາມຮູ້ພື້ນຖານໃນການທົດລອງການສ້າງອາຊີບໃນອະນາຄົດ. ໂດຍ ລາວ ໂທລະຄົມ ໄດ້ໃຫ້ການສະໜັບສະໜູນດ້ານການສຶກສາມາໂດຍຕະຫຼອດ ດັ່ງຄໍາຂວັນທີ່ວ່າ ລາວ ໂທລະຄົມ ໂທລະຄົມຂອງຄົນລາວ ເພື່ອສັງຄົມລາວ.