ລາວ ໂທລະຄົມ ອຸປະຖຳ Miss Universe Laos 2023 ໃນການຖ່າຍທອດສົດການປະກວດ ພ້ອມທັງບັດຕື່ມເງິນ ລວມມູນຄ່າຫຼາຍກວ່າ 60,000,000 ກີບ.

ຂໍສະແດງຄວາມຍິນດີກັບ Miss Universe Laos "ປາເປົ້າ ໄພມະນີ ລາດສະບັນເທົາ" ສາວງາມຈາກແຂວງຜົ້ງສາລີ
ຮອງອັນດັບ1: ໝີພູ ພິຣັນຍາ ທິບພົມວົງ ແຂວງຫົວພັນ
ຮອງອັນດັບ2: ບັອບບີ້ ພາວິນາ ມູນວົງສາ ແຂວງບໍລິຄຳໄຊ
ລາວ ໂທລະຄົມ ຮູ້ສຶກດີໃຈທີ່ໄດ້ເປັນສ່ວນໜຶ່ງໃນການອຸປະຖຳ Leased Line ໃນ Live ສົດ ຕະຫຼອດການປະກວດ ພ້ອມທັງບັດຕື່ມເງິນ ລວມມູນຄ່າຫຼາຍກວ່າ 60,000,000 ກີບ. ຮ່ວມສົ່ງກຳລັງໃຈຕໍ່ໃຫ້ປາເປົ້າໃນເວທີ Miss Universe 2023 ທີ່ ເອວຊາວາດໍ