ລາວ ໂທລະຄົມ ອຸປະຖຳ ການຖ່າຍທອດສົດການປະກວດ Miss Grand Laos 2023 ໃຫ້ຄົນລາວຮັບຊົມຟຣີທົ່ວປະເທດ

ລາວ ໂທລະຄົມ ເຄືອຂ່າຍອັນດັບ 1 ຂອງ ລາວ ຮ່ວມພິທີ ຖະແຫຼງຂ່າວ ແລະ ພິທີເຊັນສັນຍາ ຜູ້ສະໜັບສະ
ໜູນການປະກວດ Miss Grand Laos 2023. ເຊິ່ງ ລາວ ໂທລະຄົມ ກໍ່ໄດ້ຮັບກຽດເຂົ້າຮ່ວມໃນງານດັ່ງກ່າວ ໃນນາມຜູ້ສະໜັບສະໜູນ ອິນເຕີເນັດຄວາມໄວສູງ ເພື່ອຖ່າຍທອດສົດ ການປະກວດ Miss Grand Laos 2023 ໃຫ້ຄົນລາວທົ່ວປະເທດໄດ້ຮັບຊົມຟຣີໃນທຸກຮອບ, ໃຫ້ກຽດລົງນາມເຊັນສັນຍາໃນຄັ້ງນີ້ ໂດຍ ທ່ານ ເພັດສະຫວັນ ເຄີນວິໄລ ຮອງຫົວໜ້າຝ່າຍການຕະຫຼາດ-ການຂາຍ ລາວ ໂທລະຄົມ ແລະ ທ່ານ ສາຍແກ້ວ ສີດາວົງ ປະທານໂຄງການມີສແກຣນລາວ. ລາວ ໂທລະຄົມ ດີໃຈທີ່ໄດ້ເປັນສ່ວນໜຶ່ງ ໃນການຄົ້ນຫາ Miss Grand Laos 2023 ເພື່ອເປັນຕົວແທນແມ່ຍິງລາວໄປປະກວດຢູ່ທີ່ປະເທດຫວຽດນາມ ໃນເດືອນ ຕຸລາ 2023. ໂດຍ ລາວ ໂທລະຄົມ ມຸ່ງໝັ້ນສະໜັບສະໜູນທຸກການເຄື່ອນໄຫວ ຂອງແມ່ຍິງລາວ ໃນການສະແດງຄວາມສາມາດ ແລະ ນຳສະເໜີວັດທະນະທຳອັນດີງາມຂອງລາວ ໃຫ້ຮັບຮູ້ໃນລະດັບສາກົນຕະຫຼອດມາ.