ລາວ ໂທລະຄົມ ປະກອບສ່ວນ ອຸປະຖຳ Internet Leased Line ຄວາມໄວສູງ ລວມມູນຄ່າທັງໝົດ 57,000,000 ກີບ ເເລະ ເບີ Tourist sim ໃຫ້ນັກກິລາ ເພື່ອຮັບໃຊ້ວຽກງານການເເຂ່ງຂັນ

ໃນວັນທີ 20 ກັນຍາ 2023 ຢູ່ທີ່ ສູນການຄ້າ ITECC Mall ຊັ້ນ 7 ນະຄອນຫຼວງວຽງຈັນ, ລາວ ໂທລະຄົມ ໄດ້ເຂົ້າຮ່ວມ ເປີດງານການແຂ່ງຂັນກິລາປິງປ໋ອງຊີງແຊ້ມເຍົາວະຊົນໂລກ WTT youth contender ຄັ້ງທີ 27 ປີ 2023 ຈັດໂດຍ ສະຫະພັນກິລາປິງປ໋ອງແຫ່ງຊາດລາວ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ປອ. ຄຳເເພງ ໄຊສົມເເພງ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ປະທານກິຕິມະສັກ ໃນການຈັດງານເເຂ່ງຂັນກິລາປິ່ງປ່ອງໃນລາຍການຊາວໜຸ່ມເຍົາວະຊົນໂລກ ເເລະ ທ່ານ ຮສ.ປອ ພຸດ ສີມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ເເລະ ກິລາ, ປະທານຄະນະກຳມະການໂອເເລ້ມປິກເເຫ່ງຊາດລາວ, ພ້ອມດ້ວຍຄະນະບໍລິຫານງານ-ພະນັກງານທີ່ກ່ຽວຂ້ອງ ລວມທັງ ຜູ້ທີ່ໃຫ້ການສະໜັບສະໜູນ ແລະ ສື່ມວນຊົນຢ່າງພ້ອມພຽງ.

ໃນໂອກາດນີ້, ລາວ ໂທລະຄົມ ກໍໄດ້ມີສ່ວນຮ່ວມໃນການປະກອບສ່ວນ ອຸປະຖຳ Internet Leased Line ຄວາມໄວສູງ ລວມມູນຄ່າທັງໝົດ 57,000,000 ກີບ ເເລະ ເບີ Tourist sim ໃຫ້ນັກກິລາ ເພື່ອຮັບໃຊ້ວຽກງານການເເຂ່ງຂັນ ໃນລະຫວ່າງການແຂ່ງຂັນກິລາປິງປ໋ອງຊີງແຊ້ມເຍົາວະຊົນໂລກ ຄັ້ງທີ 27 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ເຊິ່ງໃຫ້ກຽດຂຶ້ນມອບໂດຍ ທ່ານ ເພັດສະຫວັນ ເຄີນວິໄລ ຮອງຫົວໜ້າຝ່າຍການຕະຫຼາດ-ການຂາຍ ລາວ ໂທລະຄົມ ແລະ ຮັບໂດຍ ທ່ານ ປອ ຄຳເເພງ ໄຊສົມເເພງ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ປະທານກິຕິມະສັກ ໃນການຈັດງານເເຂ່ງຂັນກິລາປິ່ງປ່ອງໃນລາຍການຊາວໜຸ່ມເຍົາວະຊົນໂລກ. ການແຂ່ງຂັນຈະໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 20 - 23 ກັນຍາ 2023 ນີ້ ທີ່ ITECC Mall ຊັ້ນ 7 ນະຄອນຫຼວງວຽງຈັນ.

ສໍາລັບການແຂ່ງຂັນກິລາປິງປ໋ອງຊີງແຊ້ມເຍົາວະຊົນໂລກ ຄັ້ງນີ້ ມີນັກກິລາ 200 ກວ່າຄົນ ປະເພດຍິງດ່ຽວ-ຊາຍດ່ຽວ, ຄູ່ຍິງ-ຄູ່ຊາຍ, ຄູ່ປະສົມ ແລະ ທີມຍິງ-ທີມຊາຍ. ການແຂ່ງຂັນກິລາປິງປ໋ອງຊີງແຊ້ມເຍົາວະຊົນໂລກ ຄັ້ງທີ 27 ນີ້ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ແລະ ຈະກາຍເປັນບົດບາດອັນໃໝ່ຂອງ ສປປ ລາວ ກໍຄືສະຫະພັນປິງປ໋ອງແຫ່ງຊາດລາວ, ລາວ ໂທລະຄົມ ຍຶດໝັ້ນໃນການສະໜັບສະໜູນການຍົກລະດັບບຸກຄະລາກອນດ້ານກິລາປິງປ໋ອງລາວ, ສ້າງໂອກາດໃຫ້ນັກກິລາປິງປ໋ອງລາວ ໄດ້ເຄື່ອນໄຫວທົດສອບຄວາມສາມາດ, ແລກປ່ຽນບົດຮຽນປະສົບການ ໃນເວທີລະດັບສາກົນ ແລະ ສົ່ງເສີມການທ່ອງທ່ຽວຂອງລາວເຮົາອີກດ້ວຍ.