ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເຂົ້າອວຍພອນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ.

ໃນຕອນບ່າຍວັນທີ 17 ມັງກອນ 2024 ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ນຳໂດຍທ່ານ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ເລຂາຄະນະພັກຮາກຖານ ລາວ ໂທລະຄົມ ທັງເປັນ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມຄະນະອຳນວຍການ, ສາມອົງການຈັດຕັ້ງ ມະຫາຊົນ ເຂົ້າອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 75 ປີ ພ້ອມທັງມອບການອຸປະຖຳໃຫ້ແກ່ກະຊວງປ້ອງການປະເທດ ມູນຄ່າ 325,000,000 ກີບ ກ່າວຮັບໂດຍ ທ່ານ ພົທ.ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວຫນ້າກົມໃຫຍ່ການເມືອງກອງທັບ ເພື່ອປະກອບສ່ວນຊຸກຍູ້ເຂົ້າໃນການເຄື່ອນໄຫວວຽກງານດ້ານຕ່າງໆ ຂອງກະຊວງປ້ອງກັນປະເທດໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ.

ໂອກາດນີ້, ທ່ານ ພົທ.ປອ ທອງລອຍ ສີລິວົງ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ທ່ານ ສຸພົນ ຈັນທະວີໄຊ ທີ່ໄດ້ໃຫ້ການຊຸກຍູ້ອຸປະຖຳ ກະຊວງປ້ອງກັນປະເທດໃນຄັ້ງນີ້, ພ້ອມທັງອວຍພອນໃຫ້ຄະນະອຳນວຍການ ພ້ອມຄະນະຈົ່ງມີສຸຂະພາບເຂັ້ມແຂງດຳເນີນທຸລະກິດໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.