ຮຽນຮູ້ ແລະ ພັດທະນາກັບ ລາວ ໂທລະຄົມ

ລາວ ໂທລະຄົມ ມີຄວາມຕັ້ງໃຈສ້າງບຸກຄະລິກກະພາບ ບຸກຄະລາກອນໃຫ້ ສອດຄອງກັບກົນລະຍຸດ ແລະ ເປົ້າໝາຍທຸລະກິດ ໂດຍມີ ນະວັດຕະກຳການເຮັດວຽກຢ່າງມືອາຊີບ ມີການພັດທະນາບຸກຄະລາກອນໃຫ້ມີຄວາມຮູ້ທັກສະ ແລະ ບຸກຄະລິກກະພາບເໜາະສົມ ລວມເຖິງການພັດທະນາ ຄວາມສາມາດໃໝ່ ໃຫ້ກັບບຸກຄະລາກອນທັງຫມົດໃນອົງກອນ ທີ່ຕົງກັບຕໍ່ແຜນຄວາມກ້າວຫນ້າໃນສາຍງານວິຊາສະເພາະ ໂດຍຈັດໃຫ້ມີການ ຝືກອົບຮົມ ທັງພາຍໃນ ແລະ ຕ່າງປະເທດ ແລະ ມີການວ່າງແຜນພັດທະນາຄວາມກ້າວຫນ້າໃນ ວິຊາສະເພາະຮັບຜິດຊອບ.

ລາວ ໂທລະຄົມ ເຫັນຄວາມສຳຄັນຂອງການພັດທະນາ ບຸກຄະລາກອນຕັ້ງແຕ່ເລີ່ມເຮັດວຽກໃໝ່ຈົນເຖິງປັດຈຸບັນທີ່ຈະກ້າວເຕີບໃຫຍ່ໄປພ້ອມກັນ ເພື່ອໃຫ້ເຂົ້າໃຈ ນະວັດຕະກຳການເຮັດວຽກ ແນວທາງນະໂຍບາຍ ການດຳເນີນທຸລະກິດຂອງອົງກອນ ເຊິງຈະຊ່ວຍໃຫ້ ບຸກຄະລາກອນ ໄດ້ຮຽນຮູ້ ແລະ ເຮັດວຽກໄດ້ຢ່າງມີປະສິດຕິພາບ.