ລາວ ໂທລະຄົມ ເປີດຕົວບໍລິການ 5G ນໍາພາປະເທດລາວເຂົ້າສູ່ວິຖີຊີວິດດິຈິຕອນ ຢ່າງສົມບູນແບບ

ໃນຕອນເຊົ້າ ຂອງວັນທີ 10 ມັງກອນ ປີ 2024 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດງານສັບປະດາດິຈິຕອນລາວ ປະຈໍາປີ 2024 ພ້ອມທັງໄດ້ປະກາດ ວັນທີ 10 ມັງກອນ ເປັນວັນດິຈິຕອນແຫ່ງຊາດ ແລະ ໄດ້ມີພິທີການເປີດໃຊ້ບໍລິການ 5G ໃນ ສປປ ລາວ ຢ່າງເປັນທາງການ ໃຫ້ກຽດເປັນປະທານໂດຍ ພະນະ ທ່ານ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະນໍາ ກະຊວງ ຕສ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ອ້ອມຂ້າງກະຊວງ ຕສ, ຄະນະອໍານວຍການ, ຕາງໜ້າຂອງແຕ່ລະບໍລິສັດ ແລະ ບັນດາສື່ມວນຊົນທຸກສາຂາກໍ່ໄດ້ເຂົ້າຮ່ວມງານໃນຄັ້ງນີ້ດ້ວຍ.

 

  ໃນໂອກາດວັນສໍາຄັນດັ່ງກ່າວ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ກໍ່ໄດ້ຈັດພິທີເປີດໃຫ້ບໍລິການ 5G ພ້ອມດ້ວຍ 5G Data Package ພິເສດ ເພື່ອໃຫ້ບໍລິການລູກຄ້າຂອງ ລາວໂທລະຄົມ ແລະ  ໃຫ້ກຽດໃນການກົດເປີດພິທີຄັ້ງນີ້ ໂດຍ ພະນະ ທ່ານ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ຕສ ແລະ ທ່ານ ສຸພົນ ຈັນທະວີໄຊ, ຄະນະບໍລິຫານພັກກະຊວງ ຕສ, ເລຂາຄະນະພັກຮາກຖານ ລລທ, ຜູ້ອໍານວຍໃຫ່ຍ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ. ຊຶ່ງພາຍໃນງານທີ່ບູດຂອງ ກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແມ່ນໄດ້ມີກິດຈະກໍາຫຼາກຫຼາຍໃນການສາທິດການນໍາໃຊ້ເຕັກໂນໂລຊີ 5G ບໍ່ວ່າຈະເປັນ V irtual Reality (VR) ທ່ອງທ່ຽວໂລກສະເຫມືອນຈິງ, ເຕັກໂນໂລຊີສໍາຫຼວດພື້ນທີ່ໂດຍນໍາໃຊ້ Drone, iFarm Solution, Cyber Security, Cloud Computing, HR Platform, M-MoneyX, ການທົດລອງນໍາໃຊ້ອິນເຕີເນັດຄວາມໄວສູງ 5G ແລະ ອີກຫຼາຍບໍລິການທີ່ໄດ້ມີການວາງສະແດງພາຍໃນງານ.

ປະຈຸບັນ ລາວ ໂທລະຄົມ ໄດ້ເປີດນໍາໃຊ້ລະບົບ 5G ໃນນະຄອນຫຼວງວຽງຈັນ ຈໍານວນ 28 ຈຸດ ໂດຍກວມເອົາຂົງເຂດຕົວເມືອງ, ສະຖານທີ່ສໍາຄັນ, ແຫລ່ງທ່ອງທ່ຽວຕ່າງໆ ແລະ ມີແຜນຂະຫຍາຍໄປໃນທົ່ວປະເທດ. ຊຶ່ງທີ່ພວກເຮົາຮູ້ດີວ່າ ເຕັກໂນໂລຊີ 5G ແມ່ນເຕັກໂນໂລຊີທີ່ທັນສະໄໝ ນໍາຄວາມກ້າວໜ້າມາສູ່ສັງຄົມ ແລະ ໃນຂົງເຂດອາຊີ ແມ່ນໄດ້ນໍາໃຊ້ເຕັກໂນໂລຊີ 5G ໃນຫຼາຍຂົງເຂດວຽກງານເຊັ່ນ: ທາງດ້ານທຸລະກິດ online, E-commerce, ນໍາໃຊ້ປັນຍາປະດິດ AI, IoT, Robotic ເຂົ້າໃນຫຼາຍຂົງເຂດອຸດສາຫະກໍາ, ກະສິກໍາ, ວຽກງານສາທານະສຸກ ຊຶ່ງລ້ວນແລ້ວແຕ່ເປັນການສ້າງເງື່ອນໄຂໃຫ້ສັງຄົມ ແລະ ຜູ້ຊົມໃຊ້ໄດ້ມີວິຖີຊີວິດທີ່ນັບມື້ນັບສະດວກສະບາຍຂື້ນ, ວ່ອງໄວ, ມີຄວາມປອດໄພສູງ ແລະ ເພື່ອໃຫ້ສອດຄ່ອງໃນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ ກໍ່ຄືວຽກງານຂອງ ກະຊວງ ຕສ ໃນການຫັນເປັນດິຈິຕອນ ຂອງ ສປປ ລາວ ໂດຍປະກອບມີ 3 ເສົາຄໍ້າຄື: ລັດຖະບານດິຈິຕອນ, ສັງຄົມດິຈິຕອນ ແລະ ເສດຖະກິດດິຈິຕອນ, ລາວ ໂທລະຄົມ ກໍ່ໄດ້ສຸ່ມໃສ່ໃນການນໍາເອົາເຕັກໂນໂລຊີໃໝ່ໆ ເຂົ້າມາພັດທະນາສິນຄ້າ ແລະ ບໍລິການ ເພື່ອຮອງຮັບກັບຄວາມຕ້ອງການຂອງລູກຄ້າ ແລະ ສັງຄົມ  ພ້ອມທັງຮັບປະກັນຄຸນນະພາບການໃຫ້ບໍລິການ ແລະ ກຽມຄວາມພ້ອມການໃຫ້ບໍລິການດ້ານໂທລະຄົມມະນາຄົມ ເພື່ອສະໜັບສະໜູນວຽກງານແຜນຍຸດທະສາດການພັດທະນາປະເທດຊາດ ແລະ ເພື່ອປະກອບສ່ວນເຂົ້າໃນວຽກງານການເປັນເຈົ້າພາບຈັດກອງປະຊຸມ ສໍາຄັນຕ່າງໆຂອງລັດຖະບານ ໃນປິ 2024 ເຊັ່ນ: ກອງປະຊຸມ ASEAN Summit, ASEAN Tourist Forum ແລະ ງານອື່ນໆ ໃນຕໍ່ໜ້າ.

ລາວ ໂທລະຄົມ ຍັງສືບຕໍ່ມຸ້ງໝັ້ນໃນການພັດທະນາ ນໍາເອົາເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ໆ ເຂົ້າມາຮັບໃຊ້ສັງຄົມລາວ ເພື່ອເປັນການປະກອບສ່ວນໃນການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມຮຸ່ງເຮືອງສີວິໄລ, ​ທັນສະໄໝໃນຍຸກດິຈິຕອນ ພ້ອມທັງຢູ່ຄຽງຂ້າງກັບສັງຄົມລາວ ດັ່ງຄໍາຂັວນທີ່ວ່າ ລາວ ໂທລະຄົມ ໂທລະຄົມຂອງຄົນລາວ ເພື່ອສັງຄົມລາວ.