ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ລາວໂທລະຄົມ ຄົບຮອບ 27 ປີ (11/11/1996-11/11/2023)

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ ລາວ ​ໂທລະ​ຄົມ ຄົບຮອບ 27 ປີ (11  ພະຈິກ 1996-11 ພະຈິກ 2023)​ ຂຶ້ນໃນມື້ວັນທີ 15 ພະຈິກ 2023 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການ​ສູນ​ກາງ​ພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ພ້ອມດ້ວຍບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ, ບັນດາຄະນະພັກ ຄະນະອຳນວຍການ, ອ້າຍ, ​ເອື້ອຍ, ນ້ອງ​ພະນັກງານ ລາວ​ ໂທລະ​ຄົມ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຈຳນວນ 285 ທ່ານ ແລະ ລລທ ສາຂາແຂວງ ກໍ່ສະເຫຼີມສະຫຼອງໄປພ້ອມໆກັນຈໍານວນ 2 ພັນກວ່າທ່ານ.

ເພື່ອຈັດຕັ້ງ ແລະ ຜັນຂະຫຍາຍນະໂຍບາຍຂອງພັກ-ລັດໃນການສົ່ງເສີມການລົງທຶນຈາກຕ່າງປະເທດ ບໍລິສັດ ລາວ​ໂທລະ​ຄົມມະນາຄົມ ມະຫາຊົນ​ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂື້ນຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 11 ພະຈິກ 1996  ຊື່ງ​ເປັນບໍລິສັດຮ່ວມທຶນ ໂດຍ​ລັດຖະບານ​ລາວ ຖື​ຮຸ້ນ 51% ​ແລະ ບໍລິສັດ ​ເຊັນ​ນິງຕັນ ອິນ​ເວດສະເມັນ ສິງກະ​ໂປ ຖື​ຮຸ້ນ 49%.

ໃນພິທີດັ່ງກ່າວ ທ່ານ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກກະຊວງ ຕສ, ເລຂາຄະນະພັກຮາກຖານ,  ຜູ້ອຳນວຍການໃຫຍ່  ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ກ່າວຈຸດປະສົງໃນການຈັດພິທີໃນມື້ນີ້ ເພື່ອເປັນການຕີລາຄາສະຫຼຸບສັງລວມຄືນບັນດາຜົນງານການເຄື່ອນໄຫວ ການດຳເນີນທຸລະກິດຂອງ ລາວ ໂທລະຄົມ ໃນ 27 ປີທີ່ຜ່ານມາ ຄະນະພັກ ຄະນະນໍາບໍລິສັດ ໄດ້ນໍາພາ ລາວ ໂທລະຄົມ ຜ່ານຜ່າທຸກຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ,  ຕັ້ງໜ້າຊີ້ນໍາ​-ນໍາພາ ບໍລິສັດ ໃຫ້ເຕີບໃຫຍ່ ຂະຫຍາຍຕົວເປັນກ້າວໆມາ ນັບທັງດ້ານປະລິມານ ແລະ ຄຸນນະພາບ ເຮັດໃຫ້ໂຄງລ່າງພື້ນຖານທາງດ້ານໂທລະຄົມມີການພັດທະນາໃຫ້ທັນສະໄໝຢູ່ສະເໝີ.

    ໃນ​ໄລ​ຍະ 27 ປີຜ່ານມາກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ  ສາມາດຮັກສາຖານລູກຄ້າເກົ່າ ແລະ ຂະຫຍາຍລູກຄ້າໃໝ່. ມາເຖິງປັດຈຸບັນນີ້ມີຖານລູກຄ້າ MBB (Mobile broadband) ຫຼາຍກວ່າ 3,6 ລ້ານລູກຄ້າ ແລະ FBB (Fixed Broadband) ຫຼາຍກວ່າ 137 ພັນລູກຄ້າ, ສະຖານີໂທລະສັບມືຖື (BTS) ທັງໝົດ 11.514 ສະຖານີ, ໃນນີ້: GSM 2G ຈໍານວນຫຼາຍກວ່າ 1.983 ສະຖານີ 3G ຈໍານວນຫຼາຍກວ່າ 3.461 ສະຖານີ, 4G ຈໍານວນຫຼາຍກວ່າ 5.236 ສະຖານີ, 4,5G ຈໍານວນຫຼາຍກວ່າ 801  ສະຖານີ, 5G ຈໍານວນຫຼາຍກວ່າ 33 ສະຖານີ ແລະ FTTH  PORT ຫຼາຍກວ່າ  149.000 Ports, ມີລະບົບສາຍສົ່ງສາຍໃຍແກ້ວນຳແສງຍາວຫຼາຍກວ່າ 33.340 ກິໂລແມັດ.

 ການເຄື່ອນໄຫວດໍາເນີນທຸລະກິດຂອງ ລາວ​ ໂທລະ​ຄົມ ສາມາດສ້າງລາຍຮັບໄດ້ຫລາຍ​ກວ່າ 23 ພັນຕື້ກີບ (ບໍ່ລວມອາກອນ), ມີກໍາໄລສະສົມຫລາຍ​ກວ່າ 4,7 ພັນຕື້ກີບ, ດ້ວຍຈັງຫວະການເຕີບໂຕຢ່າງຕໍ່ເນື່ອງ ສະເລ່ຍຫລາຍ​ກວ່າ 20,6% ຕໍ່ປີ ສາມາດປະຕິບັດພັນທະໃຫ້ລັດຖະບານ​ແລ້ວ​ມີ​ມູນ​ຄ່າຫລາຍ​ກວ່າ 5,14 ພັນຕື້ກີບ, ມອບ​ເງິນ​ປັນ​ຜົນ​ໃຫ້​ລັດຖະບານ ​ແລະ ຝ່າຍ​ຂາ​ຮຸ້ນ​ໄດ້ 371 ລ້ານ​ໂດ​ລາ​ສະ​ຫາ​ລັດ. ພ້ອມ​ດຽວ​ກັນ​ນັ້ນ, ລາວ ​ໂທລະ​ຄົມ​ ຍັງ​ໄດ້​ເອົາ​ໃຈ​ໃສ່​ປະກອບສ່ວນ​ດ້ານ​ພັນທະ​ຂອງ​ຕົນ​ຕໍ່​ສັງຄົມ​, ອົງກາ​ນຈັດຕັ້ງ​ພັກ-ລັດຢ່າງ​ຕັ້ງໜ້າ ຊື່ງ​ມັນສະ​ແດງ​ອອກ​ໃຫ້​ເຫັນ​ມູນ​ຄ່າ​ການ​ຊ່ວຍ​ເຫຼືອ​​ສັງຄົມ ຕະຫຼອດ​ໄລຍະ 27 ປີ​ ຜ່ານ​ມາ​ມີມູນຄ່າຫຼາຍກວ່າ 130 ຕື້ກີບ, ເປັນເງິນສົດຈຳນວນຫຼາຍກວ່າ 58 ຕື້ກີບ ໃນນີ້ປະກອບມີ: ດ້ານການສຶກສາຫຼາຍກວ່າ 03 ຕື້ກີບ, ດ້ານສາທາລະນະຫຼາຍກວ່າ 30 ຕື້ກີບ, ກອງປະຊຸມ ASEAN SUMMIT, ກອງປະຊຸມ ASEM SUMMIT, ກອງປະຊຸມໃຫຍ່ຂອງພັກແຕ່ລະສະໄໝ ແລະ ກອງປະຊຸມອື່ນໆທີ່ສຳຄັນຂອງຊາດຫຼາຍກວ່າ 02 ຕື້ກີບ, ອັນພົ້ນເດັ່ນແມ່ນໄດ້ປະກອບສ່ວນຊ່ວຍເຫຼືອລັດຖະບານ ແລະ ສັງຄົມ ເພື່ອປ້ອງກັນຄວບຄຸມ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດໄວຣັດ COVID-19 ເປັນເງິນສົດຈຳນວນຫຼາຍກວ່າ 4,5 ຕື້ກີບ, ເປັນວັດຖຸ ແລະ ຄ່າບໍລິການດ້ານໂທລະຄົມ ຈຳນວນຫຼາຍກວ່າ 72 ຕື້ກີບ, ສົມທົບກະຊວງ ຕສ ຊ່ວຍລັດຖະບານ ສສ ຫວຽດນາມ ຈຳນວນ 10.000 ໂດລາສະຫະລັດ.

 ນອກຈາກ​ນີ້  ໄປຄຽງຄູ່ກັບການດໍາເນີນທຸລະກິດ ຍັງໄດ້ປັບປຸງລະບຽບ,  ນະໂຍບາຍສະຫວັດດີການສັງຄົມຕ່າງໆ​ໃຫ້​ສູງ​ຂື້ນເພື່ອຍົກສູງລະດັບຊີວິດການເປັນຢູ່ໃຫ້ພະນັກງານ, ກຳມະກອນໃຫ້ດີຂຶ້ນເລື້ອຍໆ.

ຕະລອດໄລຍະເວລາ 27 ປີຜ່ານມາ ການດຳເນີນທຸລະກິດຂອງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ສ້າງຄວາມເຊື່ອໝັ້ນໃຫ້ຜູ້ຊົມໃຊ້ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ-ລັດຖະບານ ສະແດງອອກການໄດ້ຮັບການຍ້ອງຍໍ ແລະ ລາງວັນຕ່າງໆ ເຊັ່ນ: ຫລຽນໄຊ ແຮງງານຊັ້ນ I  ຈຳນວນ 3 ໜ່ວຍ, ຫລຽນໄຊ ແຮງງານຊັ້ນ II  ຈຳນວນ 3 ໜ່ວຍ, ຫລຽນໄຊ ແຮງງານຊັ້ນ III  ຈຳນວນ 2 ໜ່ວຍ, ລາງວັນນັກທຸລະກິດດີເດັ່ນ, ລາງວັນທຸລະກິດຊັ້ນນຳດີເດັ່ນໃນໄລຍະໂຄວິດ, ລາງວັນລະດັບສາກົນຫຼາຍລາງວັນ ເຊັ່ນ: ລາງວັນ International Finance Awards, ລາງວັນຜູ້ໃຫ້ບໍລິການອິນເຕີເນັດ FTTH ທີ່ເຕີບໃຫຍ່ໄວທີ່ສຸດໃນລາວ (Fastest Growing FTTH Internet Service Provider-Laos Award), ລາງວັນ ເອັມມັນນີ ແອັບກະເປົ໋າເງິນທີ່ເຕີບໃຫຍ່ໄວທີ່ສຸດໃນລາວ (Fastest Growing Mobile e-Wallet App-M Money-Laos Award), ລາງວັນ Mobile Operator ດີເດັ່ນ ຈາກ Asian Telecom Award, ລາງວັນ ACES Industry Leader, ລາງວັນ Best Telecommunication Provider in Laos ຈາກ Global Economics Magazine, ລາງວັນ Most Innovative mobile e-wallet provider for M-Money ແລະ ໃບຍ້ອງຍໍຂັ້ນລັດຖະບານ ໃຫ້ພະນັກງານທີ່ມີຜົນງານດີເດັ່ນໃນການປະກອບສ່ວນ​ທາງ​ດ້ານການ​ດຳ​ເນີນ​ທຸລະ​ກິດ​ຂອງ ລາວ ​ໂທລະ​ຄົມ ໃຫ້​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ ​ເປັນ​ກ້າວໆ​ມາ.

ພ້ອມດຽວກັນນີ້ ກອງປະຊຸມໄດ້ຮັບຟັງການໂອ້ລົມ ຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການ​ສູນ​ກາງ​ພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຜົນງານ ໃນໄລຍະຜ່ານມາ ທີ່ ລາວ ​ໂທລະ​ຄົມ ຍາດ​ມາ​ໄດ້ ​ແລະ  ສາມາດຕອບສະໜອງຄວາມຮຽກຕ້ອງການຂອງ​ສັງຄົມ, ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ດ້ານ​ໂທລະ​ຄົມ ​ແລະ ຕອບສະໜອງນະໂຍບາຍການຫັນເປັນດິຈິຕອນ ​ໄດ້​ຮັບ​ການ​ພັດທະນາຢ່າງຕໍ່ເນື່ອງໃນແຕ່ລະປີ ໃນຂອບເຂດທົ່ວປະເທດ. ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່ ​ໃນ​ຊຸມ​ປີ​ຕໍ່ໜ້າ ພວກ​ເຮົາຕ້ອງ​ໄດ້​ກຽມພ້ອມ​ຮອບດ້ານ​​​ ແລະ ຈໍາ​ເປັນ​ຕ້ອງ​ໄດ້ພັດທະ​ນາ​ຕົນ​ເອງ​ຢ່າງ​ບໍ່​ຢຸດ​ຢັ້ງ​ ​ເພື່ອ​ໃຫ້​ກາຍ​ເປັນເບີ​ໜຶ່ງ​ໃນ​ຜູ້​ໃຫ້​ບໍລິການ​ດ້ານໂທລະຄົມມະນາຄົມ ແລະ ການ​ສື່ສານ ​ຄົບ​ວົງ​ຈອນ​ໃນ ​ສປປ ລາວ.

ຕໍ່ກັບຜົນງານດັ່ງກ່າວນັ້ນ, ທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເນັ້ນໜັກ​ໃຫ້ ລາວໂທລະຄົມ ເອົາໃຈໃສ່ໃນການ​ຈັດຕັ້ງປະຕິບັດແນວທາງແຜນພັດທະນາ ຕາມນະໂຍບາຍຫັນເປັນ ທັນສະໄໝ ໃນຍຸກດິຈິຕອນ. ຕ້ອງໄດ້ສຸມໃສ່ ການພັດທະນາຄຸນ​ນະພາ​ບການ​ບໍລິການ​ ​ແລະ ການພັດທະນາ​ບຸກຄະລາ​ກອນ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະແມ່ນເລັ່ງສ້າງ​ວິຊາ​ການ​ໃຫ້ມີ​ຄວາມ​ຮູ້​, ຄວາມ​ສາມາດ, ​ສ້າງ​ໃຫ້​ໄດ້​ຖັນ​ແຖວ​ພະນັກງານ​ທີ່​ເປັນ​ຊ່ຽວຊານ ແລະ ​ມື​ອາຊີບ ທີ່​ແທ້​ຈິງ ເພື່ອ​ຕອບ​ສະໜອງ​​ໄດ້ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ເຕັກ​ໂນ​ໂລ​ຊີ ທີ່​ມີ​ການ​ພັດທະນາ ​ແລະ ​ຂະຫຍາຍຕົວ​ໄວ ໃນ​ແຕ່ລະ​ໄລຍະ. ສະນັ້ນ, ມັນ​ຮຽກຮ້ອງ​ໃຫ້​ຄະນະ​ພັກ, ຄະນະອໍານວຍການ, ຜູ້ບໍລິຫານ ແລະ ພະນັກງານ ລາວ ໂທລະ​ຄົມ​ ທຸກ​ທົ່ວ​ໜ້າ​ຈົ່ງ​ເຊີດ​ຊູ​ສະຕິ ​ແລະ ​ເພີ່​ມທະວີບົດບາດ ໜ້າ​ທີ່ຄວາມ​ຮັບຜິດຊອບ​ຂອງ​ຕົນ​ໃຫ້​ສູງ​ກ່ວາ​ເກົ່າ ​ເພື່ອ​ເຮັດ​ໃຫ້​ ລາວ ໂທລະ​ຄົມ ກ້າວ​ໄປ​ຂ້າງ​ໜ້າ ​ແລະ ສາມາດ​ຕອບ​ສະໜອງ​ໄດ້ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນຍຸກເສດຖະກິດ 4.0 ແລະ ເພື່ອ​ການ​ພັດທະນາປະ​ເທດ​ຊາດ ໃຫ້ສາມາດ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ ສາກົນ​ໄດ້ ພ້ອມທັງເອົາໃຈໃສ່ເບິ່ງແຍງດູແລລູກຄ້າດັ່ງຄອບຄົວຂອງ ລາວ ໂທລະຄົມ ຕະຫຼອດ 24/7 ຊົ່ວໂມງ ດັ່ງຄຳຂວັນທີ່ວ່າ ລາວ ໂທລະຄົມ, ໂທລະຄົມຂອງຄົນລາວ ເພື່ອສັງຄົມລາວ.