ບຸກຄົນ
ອິນເຕີເນັດມີສາຍຄວາມໄວສູງ
ບໍລິການ ໂທສັບພື້ນຖານ ຕັ້ງໂຕະ & ວິນໂຟນ
ບໍລິການເສິມ-ແອັບພິເຄຊັນ
ຕິດຕໍ່ ລາວໂທລະຄົມ
ກ່ຽວກັບ ລາວໂທລະຄົມ
ອົງກອນ
ການຕອບໂຈດບັນຫາຂອງລູກຄ້າ
ບໍລິການ DATA CENTER ON CLOUD
ບໍລິການ BACKUP TO CLOUD
ບໍລິການ DISASTER RECOVERY ON CLOUD
ບໍລິການ CO-LOCATION
ບໍລິການ CLOUD CALL CENTER
ບໍລິການ CLOUD PBX
ບໍລິການ LTC DRIVE
ບໍລິການ LTC EMAIL
ບໍລິການອິນເຕີເນັດ
ບໍລິການຂໍ້ຄວາມສັ້ນ
ບໍລິການ SIM Card
ບໍລິການ International Roaming
ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ
ລາວ ໂທລະຄົມ ຄົບຮອບ 27 ປີ (11 ພະຈິກ 1996-11 ພະຈິກ 2023) ຂຶ້ນໃນມື້ວັນທີ 15 ພະຈິກ 2023 ທີ່ ສໍານັກງານໃຫຍ່
ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບັນດິດ
ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງເຕັກໂນລີຊີ
ແລະ ການສື່ສານ ພ້ອມດ້ວຍບັນດາທ່ານ ຮອງລັດຖະມົນຕີ,
ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ,
ບັນດາຄະນະພັກ ຄະນະອຳນວຍການ, ອ້າຍ, ເອື້ອຍ, ນ້ອງພະນັກງານ ລາວ ໂທລະຄົມ ພ້ອມດ້ວຍແຂກທີ່ຖືກເຊີນ
ເຂົ້າຮ່ວມຈຳນວນ 285 ທ່ານ ແລະ ລລທ ສາຂາແຂວງ
ກໍ່ສະເຫຼີມສະຫຼອງໄປພ້ອມໆກັນຈໍານວນ 2 ພັນກວ່າທ່ານ.
ເພື່ອຈັດຕັ້ງ ແລະ
ຜັນຂະຫຍາຍນະໂຍບາຍຂອງພັກ-ລັດໃນການສົ່ງເສີມການລົງທຶນຈາກຕ່າງປະເທດ
ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຮັບການສ້າງຕັ້ງຂື້ນຢ່າງເປັນທາງການໃນວັນທີ
11 ພະຈິກ 1996 ຊື່ງເປັນບໍລິສັດຮ່ວມທຶນ ໂດຍລັດຖະບານລາວ ຖືຮຸ້ນ 51% ແລະ ບໍລິສັດ ເຊັນນິງຕັນ ອິນເວດສະເມັນ
ສິງກະໂປ ຖືຮຸ້ນ 49%.
ໃນພິທີດັ່ງກ່າວ ທ່ານ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກກະຊວງ ຕສ,
ເລຂາຄະນະພັກຮາກຖານ, ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ກ່າວຈຸດປະສົງໃນການຈັດພິທີໃນມື້ນີ້
ເພື່ອເປັນການຕີລາຄາສະຫຼຸບສັງລວມຄືນບັນດາຜົນງານການເຄື່ອນໄຫວ ການດຳເນີນທຸລະກິດຂອງ ລາວ
ໂທລະຄົມ ໃນ 27 ປີທີ່ຜ່ານມາ ຄະນະພັກ ຄະນະນໍາບໍລິສັດ
ໄດ້ນໍາພາ ລາວ ໂທລະຄົມ ຜ່ານຜ່າທຸກຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ, ຕັ້ງໜ້າຊີ້ນໍາ-ນໍາພາ ບໍລິສັດ ໃຫ້ເຕີບໃຫຍ່ ຂະຫຍາຍຕົວເປັນກ້າວໆມາ
ນັບທັງດ້ານປະລິມານ ແລະ ຄຸນນະພາບ ເຮັດໃຫ້ໂຄງລ່າງພື້ນຖານທາງດ້ານໂທລະຄົມມີການພັດທະນາໃຫ້ທັນສະໄໝຢູ່ສະເໝີ.
ໃນໄລຍະ 27 ປີຜ່ານມາກຸ່ມບໍລິສັດ
ລາວໂທລະຄົມມະນາຄົມ ມະຫາຊົນ ສາມາດຮັກສາຖານລູກຄ້າເກົ່າ
ແລະ ຂະຫຍາຍລູກຄ້າໃໝ່. ມາເຖິງປັດຈຸບັນນີ້ມີຖານລູກຄ້າ MBB (Mobile
broadband) ຫຼາຍກວ່າ 3,6 ລ້ານລູກຄ້າ ແລະ FBB (Fixed Broadband) ຫຼາຍກວ່າ 137 ພັນລູກຄ້າ, ສະຖານີໂທລະສັບມືຖື (BTS) ທັງໝົດ 11.514 ສະຖານີ, ໃນນີ້: GSM 2G ຈໍານວນຫຼາຍກວ່າ 1.983 ສະຖານີ 3G ຈໍານວນຫຼາຍກວ່າ 3.461 ສະຖານີ, 4G ຈໍານວນຫຼາຍກວ່າ 5.236 ສະຖານີ, 4,5G ຈໍານວນຫຼາຍກວ່າ 801 ສະຖານີ, 5G ຈໍານວນຫຼາຍກວ່າ 33 ສະຖານີ ແລະ FTTH PORT ຫຼາຍກວ່າ
149.000 Ports, ມີລະບົບສາຍສົ່ງສາຍໃຍແກ້ວນຳແສງຍາວຫຼາຍກວ່າ 33.340 ກິໂລແມັດ.
ການເຄື່ອນໄຫວດໍາເນີນທຸລະກິດຂອງ
ລາວ ໂທລະຄົມ ສາມາດສ້າງລາຍຮັບໄດ້ຫລາຍກວ່າ 23 ພັນຕື້ກີບ (ບໍ່ລວມອາກອນ), ມີກໍາໄລສະສົມຫລາຍກວ່າ 4,7 ພັນຕື້ກີບ,
ດ້ວຍຈັງຫວະການເຕີບໂຕຢ່າງຕໍ່ເນື່ອງ ສະເລ່ຍຫລາຍກວ່າ 20,6% ຕໍ່ປີ
ສາມາດປະຕິບັດພັນທະໃຫ້ລັດຖະບານແລ້ວມີມູນຄ່າຫລາຍກວ່າ 5,14 ພັນຕື້ກີບ, ມອບເງິນປັນຜົນໃຫ້ລັດຖະບານ ແລະ ຝ່າຍຂາຮຸ້ນໄດ້ 371 ລ້ານໂດລາສະຫາລັດ. ພ້ອມດຽວກັນນັ້ນ, ລາວ ໂທລະຄົມ ຍັງໄດ້ເອົາໃຈໃສ່ປະກອບສ່ວນດ້ານພັນທະຂອງຕົນຕໍ່ສັງຄົມ, ອົງການຈັດຕັ້ງພັກ-ລັດຢ່າງຕັ້ງໜ້າ
ຊື່ງມັນສະແດງອອກໃຫ້ເຫັນມູນຄ່າການຊ່ວຍເຫຼືອສັງຄົມ ຕະຫຼອດໄລຍະ 27 ປີ ຜ່ານມາມີມູນຄ່າຫຼາຍກວ່າ 130 ຕື້ກີບ, ເປັນເງິນສົດຈຳນວນຫຼາຍກວ່າ 58 ຕື້ກີບ ໃນນີ້ປະກອບມີ: ດ້ານການສຶກສາຫຼາຍກວ່າ 03 ຕື້ກີບ, ດ້ານສາທາລະນະຫຼາຍກວ່າ 30 ຕື້ກີບ, ກອງປະຊຸມ ASEAN SUMMIT, ກອງປະຊຸມ ASEM SUMMIT, ກອງປະຊຸມໃຫຍ່ຂອງພັກແຕ່ລະສະໄໝ ແລະ
ກອງປະຊຸມອື່ນໆທີ່ສຳຄັນຂອງຊາດຫຼາຍກວ່າ 02 ຕື້ກີບ, ອັນພົ້ນເດັ່ນແມ່ນໄດ້ປະກອບສ່ວນຊ່ວຍເຫຼືອລັດຖະບານ
ແລະ ສັງຄົມ ເພື່ອປ້ອງກັນຄວບຄຸມ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດໄວຣັດ COVID-19 ເປັນເງິນສົດຈຳນວນຫຼາຍກວ່າ 4,5 ຕື້ກີບ, ເປັນວັດຖຸ ແລະ ຄ່າບໍລິການດ້ານໂທລະຄົມ ຈຳນວນຫຼາຍກວ່າ 72 ຕື້ກີບ, ສົມທົບກະຊວງ ຕສ ຊ່ວຍລັດຖະບານ ສສ ຫວຽດນາມ ຈຳນວນ 10.000 ໂດລາສະຫະລັດ.
ນອກຈາກນີ້
ໄປຄຽງຄູ່ກັບການດໍາເນີນທຸລະກິດ ຍັງໄດ້ປັບປຸງລະບຽບ, ນະໂຍບາຍສະຫວັດດີການສັງຄົມຕ່າງໆໃຫ້ສູງຂື້ນເພື່ອຍົກສູງລະດັບຊີວິດການເປັນຢູ່ໃຫ້ພະນັກງານ,
ກຳມະກອນໃຫ້ດີຂຶ້ນເລື້ອຍໆ.
ຕະລອດໄລຍະເວລາ 27 ປີຜ່ານມາ
ການດຳເນີນທຸລະກິດຂອງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ
ໄດ້ສ້າງຄວາມເຊື່ອໝັ້ນໃຫ້ຜູ້ຊົມໃຊ້ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ-ລັດຖະບານ ສະແດງອອກການໄດ້ຮັບການຍ້ອງຍໍ ແລະ ລາງວັນຕ່າງໆ ເຊັ່ນ: ຫລຽນໄຊ
ແຮງງານຊັ້ນ I ຈຳນວນ 3 ໜ່ວຍ, ຫລຽນໄຊ ແຮງງານຊັ້ນ II ຈຳນວນ 3 ໜ່ວຍ, ຫລຽນໄຊ ແຮງງານຊັ້ນ III ຈຳນວນ 2 ໜ່ວຍ, ລາງວັນນັກທຸລະກິດດີເດັ່ນ, ລາງວັນທຸລະກິດຊັ້ນນຳດີເດັ່ນໃນໄລຍະໂຄວິດ,
ລາງວັນລະດັບສາກົນຫຼາຍລາງວັນ ເຊັ່ນ: ລາງວັນ International Finance Awards, ລາງວັນຜູ້ໃຫ້ບໍລິການອິນເຕີເນັດ FTTH ທີ່ເຕີບໃຫຍ່ໄວທີ່ສຸດໃນລາວ (Fastest Growing FTTH
Internet Service Provider-Laos Award), ລາງວັນ ເອັມມັນນີ
ແອັບກະເປົ໋າເງິນທີ່ເຕີບໃຫຍ່ໄວທີ່ສຸດໃນລາວ (Fastest Growing Mobile e-Wallet App-M Money-Laos
Award), ລາງວັນ Mobile Operator ດີເດັ່ນ ຈາກ Asian Telecom Award, ລາງວັນ ACES Industry Leader, ລາງວັນ Best Telecommunication Provider in
Laos ຈາກ Global Economics Magazine, ລາງວັນ Most Innovative mobile e-wallet
provider for M-Money ແລະ ໃບຍ້ອງຍໍຂັ້ນລັດຖະບານ ໃຫ້ພະນັກງານທີ່ມີຜົນງານດີເດັ່ນໃນການປະກອບສ່ວນທາງດ້ານການດຳເນີນທຸລະກິດຂອງ
ລາວ ໂທລະຄົມ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆມາ.
ພ້ອມດຽວກັນນີ້
ກອງປະຊຸມໄດ້ຮັບຟັງການໂອ້ລົມ ຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ,
ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຜົນງານ
ໃນໄລຍະຜ່ານມາ ທີ່ ລາວ ໂທລະຄົມ ຍາດມາໄດ້ ແລະ ສາມາດຕອບສະໜອງຄວາມຮຽກຕ້ອງການຂອງສັງຄົມ,
ການພັດທະນາພື້ນຖານໂຄງລ່າງດ້ານໂທລະຄົມ ແລະ
ຕອບສະໜອງນະໂຍບາຍການຫັນເປັນດິຈິຕອນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງໃນແຕ່ລະປີ
ໃນຂອບເຂດທົ່ວປະເທດ. ສິ່ງທີ່ຄວນເອົາໃຈໃສ່ ໃນຊຸມປີຕໍ່ໜ້າ
ພວກເຮົາຕ້ອງໄດ້ກຽມພ້ອມຮອບດ້ານ ແລະ ຈໍາເປັນຕ້ອງໄດ້ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ
ເພື່ອໃຫ້ກາຍເປັນເບີໜຶ່ງໃນຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະ ການສື່ສານ ຄົບວົງຈອນໃນ ສປປ ລາວ.
ຕໍ່ກັບຜົນງານດັ່ງກ່າວນັ້ນ, ທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເນັ້ນໜັກໃຫ້ ລາວໂທລະຄົມ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດແນວທາງແຜນພັດທະນາ
ຕາມນະໂຍບາຍຫັນເປັນ ທັນສະໄໝ ໃນຍຸກດິຈິຕອນ. ຕ້ອງໄດ້ສຸມໃສ່ ການພັດທະນາຄຸນນະພາບການບໍລິການ
ແລະ ການພັດທະນາບຸກຄະລາກອນ ເວົ້າລວມ, ເວົ້າສະເພາະແມ່ນເລັ່ງສ້າງວິຊາການໃຫ້ມີຄວາມຮູ້,
ຄວາມສາມາດ, ສ້າງໃຫ້ໄດ້ຖັນແຖວພະນັກງານທີ່ເປັນຊ່ຽວຊານ ແລະ ມືອາຊີບ
ທີ່ແທ້ຈິງ ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງເຕັກໂນໂລຊີ
ທີ່ມີການພັດທະນາ ແລະ ຂະຫຍາຍຕົວໄວ ໃນແຕ່ລະໄລຍະ.
ສະນັ້ນ, ມັນຮຽກຮ້ອງໃຫ້ຄະນະພັກ, ຄະນະອໍານວຍການ, ຜູ້ບໍລິຫານ ແລະ ພະນັກງານ ລາວ ໂທລະຄົມ
ທຸກທົ່ວໜ້າຈົ່ງເຊີດຊູສະຕິ ແລະ ເພີ່ມທະວີບົດບາດ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສູງກ່ວາເກົ່າ
ເພື່ອເຮັດໃຫ້ ລາວ ໂທລະຄົມ ກ້າວໄປຂ້າງໜ້າ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນຍຸກເສດຖະກິດ
4.0 ແລະ ເພື່ອການພັດທະນາປະເທດຊາດ
ໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້ ພ້ອມທັງເອົາໃຈໃສ່ເບິ່ງແຍງດູແລລູກຄ້າດັ່ງຄອບຄົວຂອງ
ລາວ ໂທລະຄົມ ຕະຫຼອດ 24/7 ຊົ່ວໂມງ ດັ່ງຄຳຂວັນທີ່ວ່າ ລາວ ໂທລະຄົມ, ໂທລະຄົມຂອງຄົນລາວ
ເພື່ອສັງຄົມລາວ.
© Copyrights 2023 Lao Telecommunication Public Company All Rights Reserved