ລາວ ໂທລະຄົມ ເຂົ້າຮ່ວມ ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022, ປະກາດການຈັດຕັ້ງ ແລະ ຫວນຄືນມູນເຊືອວັນສໍາຄັນທາງປະຫວັດສາດຂອງຊາດ ຈັດໂດຍກະຊວງເຕັກໂນໂລຊີ ແລະ ການສື່ສານ

ໃນຕອນບ່າຍຂອງວັນທີ 30 ສິງຫາ 2023 ທີ່ຫ້ອງປະຊຸມໃຫຍ່ ກະຊວງເຕັກໂນໂລຊີ ແລະ ການສືສານ (ເຂດດອນຕິ້ວ)ໄດ້ມີພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະກາດການຈັດຕັ້ງ ແລະ ຮັບຊົມຮູບເງົາຫວນຄືນມູນເຊື,ອ 3 ວັນ ປະຫວັດສາດ, ໂດຍການເປັນປະທານ ຂອງສະຫາຍ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາສະຫາຍຄະນະປະຈໍາພັກ, ຄະນະພັກ, ຄະນະ ໜ່ວຍພັກບັນດາກົມທຽບເທົ່າ, ຄະນະພັກຮາກຖານ ແລະ ບັນດາໜ່ວຍພັກບໍລິສັດອ້ອມຂ້າງກະຊວງ ພ້ອມດ້ວຍສະມາຊິກພັກຫຼັກແຫຼ່ງເຂົ້າຮ່ວມ.
ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ເຂົ້າຮ່ວມພິທີໃນຄັ້ງນີ້ ນໍາພາໂດຍສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກກະຊວງ ຕສ, ເລຂາຄະນະພັກຮາກຖານ ລລທ, ຜູ້ອໍານວຍການໃຫຍ່ ພ້ອມດ້ວຍຄະນະປະຈໍາພັກ, ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍ ແລະ ຫ້ອງການພັກທີ່ຂຶ້ນກັບຮາກຖານ ລລທ ເຂົ້າຮ່ວມທັງໝົດ ຈໍານວນ 17 ສະຫາຍ.

ໃນພິທີ ສະຫາຍ ຄໍາພູ ດວງຖະໜອມ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022, ໃນນັ້ນມີ 11 ໜ່ວຍພັກ ແລະ 2 ຄະນະພັກຮາກຖານ ( ຈໍານວນ 14 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ) ລວມທັງໝົດ 25 ໜ່ວຍພັກ ທີ່ສາມາດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022.
ໃນໄລຍະຜ່ານມາຄະນະພັກຮາກຖານ ລລທ ໄດ້ເປັນເຈົ້າການຊີ້ນໍາ-ນໍາພາ ໃນການຈັດຕັ້ງປະຕິບັດແຜນການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍຖືເອົາໜ້າທີ່ການເມືອງຂອງຕົນປະຕິບັດຕາມ 5 ເນື້ອໃນ, ບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ລລທ ໄດ້ມີການແບ່ງງານ ແລະ ແບ່ງຄວາມຮັບຜິດຊອບພາຍໃນໜ່ວຍຢ່າງລະອຽດ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການ ແລະ ຕີລາຄາຄວາມຮັບຜິດຊອບຂອງສະມາຊິກພັກພ້ອມທັງປະເມີນຢ່າງລະອຽດ ແລະ ພາວະວິໄສ, ເພື່ອຕີລາຄາປະເພດໜ່ວຍພັກ, ປະຕິບັດຕາມແນວທາງຂອງພັກ, ປັບປຸງໜ່ວຍພັກຂອງຕົນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງເທື່ອລະກ້າວ ເຊິ່ງເຫັນໄດ້ໃນປີ 2022 ນີ້ ບັນດາໜ່ວຍພັກທີ່ຂຶ້ນກັບ ຄະນະພັກຮາກຖານ ລລທ ທັງໝົດ 9 ໜ່ວຍ ສາມາດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ທັງໝົດ ທຽບເປັນ 100%.
ການມອບໃບຢັ້ງຢືນໃນຄັ້ງນີ້ ເປັນກຽດມອບໂດຍ ສະຫາຍ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ເຊິ່ງຮາກຖານ ລລທ ໂດຍແມ່ນບັນດາເລຂາໜ່ວຍພັກ ທັງ 9 ໜ່ວຍຂຶ້ນຮັບໃບຢັ້ງຢືນດັ່ງກ່າວ.
ໃນຕອນທ້າຍປະທານໄດ້ມີຄໍາເຫັນຕໍ່ພິທີ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ບັນດາໜ່ວຍພັກ ທີ່ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ພ້ອມທັງຮຽກຮ້ອງມາຍັງສະມາຊິກພັກ-ພະນັກງານທັງໝົດ ສືບຕໍ່ເອົາ ໃຈໃສ່ຊີ້ນໍາ-ນໍາພາວຽກງານ ທັງວຽກພັກ ແລະ ວຽກລັດ ທີ່ຕົນຮັບຜິດຊອບດ້ວຍຄວາມຮັບຜິດຊອບສູງ ມີຜົນສໍາເລັດຍິ່ງໆຂຶ້ນ ພ້ອມນັ້ນທ່ານຍັງໄດ້ເນັ້ນຄືນຮູບເງົາ 3 ມູນເຊື້ອ ວັນສໍາຄັນຂອງຊາດທີ່ໄດ້ນໍາມາເຜີຍແຜ່ໃນຄັ້ງນີ້ ໃຫ້ສືບຕໍ່ທອດຖອນເອົາບົດຮຽນອັນສະຫຼາດສ່ອງໃສຂອງພັກທີສາມາດຍຶດອໍານາດໄດ້, ຍອມເສຍສະຫຼະຊີວິດເພື່ອປະເທດຊາດ, ການປະກາດໃຊ້ລັດ ຖະທໍາມະນູນ ເປັນເຫດການການເມືອງທີ່ສໍາຄັນຂອງຊາດ, ທັງເປັນຂີດໝາຍໃໝ່ແຫ່ງການຫັນໄປສູ່ການຄຸ້ມຄອງຂອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ສ້າງລັດດ້ວຍກົດໝາຍ ໃນເມືອກ່ອນ ກໍ່ຄືການຫັນເປັນດິຈິຕອນຂອງປະເທດເຮົາໃນປະຈຸບັນ ເຊິ່ງນັບມືນັບມີບົດບາດຄວາມສໍາຄັນຕໍ່ການດໍາລົງຊີວິດ ແລະ ການພັດທະນາປະເທດ ໂດຍສຸມໃສ່ຈັດຕັ້ງປະຕິບັດ ແລະ ບຸກທະລຸ 3 ເສົາຄໍ້າຄື: ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ ເຊິ່ງເປັນພາລະກໍາປະຫວັດສາດທີ່ພັກ-ລັດ ໄດ້ມອບໝາຍໃຫ້ ກຕສ ນໍາພາປະເທດຊາດຫັນເປັນດິຈິຕອນໃຫ້ປະສົມຜົນສໍາເລັດ.