ລາວ ໂທລະຄົມ ຮ່ວມສະແດງຄວາມຍິນດີ ໃນພິທີເປີດປ່ອງບໍລິການ ສອບຖາມຂໍ້ມູນ ວຽກງານສ່ວຍສາອາກອນ ສາຍດ່ວນ Call Center 1466 ຂອງ ກົມສ່ວຍສາອາກອນ ກະຊວງການເງິນ.

ໃນວັນທີ 28 ສິງຫາ 2023 ທີ່ຜ່ານມາ ລາວ ໂທລະຄົມ ໄດ້ເຂົ້າຮ່ວມສະແດງຄວາມຍິນດີ ໃນພິທີເປີດປ່ອງບໍລິການສອບຖາມຂໍ້ມູນ ໃຫ້ຄໍາປຶກສາກ່ຽວກັບວຽກງານສ່ວຍສາອາກອນ ສາຍດ່ວນ Call Center 1466 ຂອງກົມສ່ວຍສາອາກອນ, ກະຊວງການເງິນ; ໂດຍການເຂົ້າຮ່ວມຂອງທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງ, ມີທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ, ຫົວໜ້າ-ຮອງຫົວໜ້າ ບັນດາກົມອ້ອມຂ້າງກະຊວງການເງິນ ແລະ ເຂົ້າຮວມສະແດງຄວາມຍິນດີໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະ, ຄະນະພະແນກ, ພະນັກງານວິຊາການ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງໃນການການເປີດປ່ອງບໍລິການສອບຖາມຂໍ້ມູນອາກອນທາງໂທສະສັບ ສາຍດ່ວນ Call Center 1466 ນີ້ ກໍ່ເພື່ອເປັນການແຈ້ງໃຫ້ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ ໄດ້ຮັບຮູ້ ແລະ ນຳໃຊ້ຊ່ອງທາງດັ່ງກ່າວໃນການເຂົ້າເຖິງຂໍ້ມູນ, ການໃຫ້ຄໍາແນະນໍາ ແລະ ໃຫ້ຄໍາປຶກສາຕອບຂໍ້ຂ້ອງໃຈກ່ຽວກັບວຽກງານສ່ວຍສາອາກອນ ໃຫ້ມີຄວາມວ່ອງໄວ ທັນກັບສະພາບການໃນປັດຈຸບັນ, ໂດຍລະບົບສາຍດ່ວນ Call Center 1466 ນີ້ ແມ່ນນໍາໃຊ້ລະບົບເຕັກໂນໂລຊີ Call Center ຂອງ ລາວ ໂທລະຄົມ ໃນການພັດທະນາ ແລະ ໃຫ້ບໍລິການ ດ້ວຍມາດຕະຖານສາກົນ.

ປ່ອງບໍລິການສອບຖາມຂໍ້ມູນອາກອນ ທາງໂທສະສັບສາຍດ່ວນ Call Center 1466 ໃຫ້ບໍລິການຕາມວັນເວລາໂມງລັດຖະການ (ວັນຈັນ ຫາ ວັນສຸກ) ເລີ່ມແຕ່ເວລາ 8:30-16:00 ໂມງ, ສາມາດໂທໄດ້ຈາກທຸກເຄຶອຂ່າຍໃນທົ່ວປະເທດ ພ້ອມດຽວກັນນັ້ນ ຍັງມີຊ່ອງທາງການຕິດຕໍ່ສອບຖາມຜ່ານ Social Media ກໍ່ຄື WhatsApp Chat ເບີ 020 56781466 ແລະ Facebook ຂອງກົມສ່ວຍສາອາກອນ.

ລາວ ໂທລະຄົມ ຮູ້ສຶກພູມໃຈ ທີ່ໄດ້ມີສ່ວນຮ່ວມໃນການໃຫ້ບໍລິການ ເຕັກໂນໂລຊີທີ່ທັນສະໄຫມເຂົ້າໃນການສະໜັບສະຫນູນວຽກງານຂອງ ກົມສ່ວຍສາອາກອນ ກະຊວງການເງິນ ໃນການໃຫ້ບໍລິການສັງຄົມລາວ ພາຍໃຕ້ການຫັນປ່ຽນວຽກງານເປັນດິຈິຕອນ, ລາວ ໂທລະຄົມ ຍຶດໝັ້ນໃນການສະໜັບສະໜູນວຽກງານຂອງພາກລັດທຸກຂະເເໜງ ເເລະ ຢູ່ຄຽງຂ້າງກັບສັງຄົມລາວຕະຫຼອດໄປ.