ພິທີເປີດ ຮ້ານ Café Amazon ສາຂາ LTC (ລາວ ໂທລະຄົມ) ສາຍລົມ.

ໃນວັນທີ 8 ສິງຫາ 2023 ທີ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ໄດ້ມີພິທີເປີດ ຮ້ານ Café Amazon ສາຂາ ລາວໂທລະຄົມ ສາຍລົມ ຢ່າງເປັນທາງການ, ໃຫ້ກຽດຮ່ວມງານໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະ, ທ່ານ ທິຣະ ວິຣະວົງ ຜູ້ອໍານວຍການ ບໍລິສັດ ພິທີທີ ລາວ ຈໍາກັດ ພ້ອມດ້ວຍຄະນະ, ຄະນະຜູ້ບໍລິຫານກຸ່ມບໍລິສັດ ລາວ ໂທລະຄົມ ແລະ ທີມງານທຸລະກິດ Café Amazon.

ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອຳນວຍການໃຫຍ່ ລາວ ໂທລະຄົມ ຂະເເໜງຈັດຕັ້ງ-ບໍລິຫານ ໃຫ້ກຽດກ່າວເປີດງານຄັ້ງນີ້ ວ່າ: ການເປີດຮ້ານ Café Amazon ສາຂາ LTC ສາຍລົມ ກໍເພື່ອອໍານວຍຄວາມສະດວກສະບາຍໃຫ້ເເກ່ພະນັກງານກຸ່ມບໍລິສັດ ລາວ ໂທລະຄົມ, ລູກຄ້າທົ່ວໄປ ເເລະ ລູກຄ້າທີ່ເຂົ້າມາໃຊ້ບໍລິການ ທີ່ສູນບໍລິການລູກຄ້າ ລາວ ໂທລະຄົມ, ລວມເຖິງບັນດາເເຂກທີ່ເຂົ້າມາຢ້ຽມ-ພົວພັນປະສານວຽກງານຕ່າງໆ, ໂດຍ ຮ້ານ Café Amazon ແຫ່ງນີ້ ໄດ້ຮັບການຕົບແຕ່ງຮ້ານໃຫ້ມີຄວາມໂດດເດັ່ນ ພິເສດ ທັນສະໄໝ ຄົບວົງຈອນ ພ້ອມໃຫ້ບໍລິການທຸກທ່ານດ້ວຍຄວາມປະທັບໃຈ. ກຸ່ມບໍລິສັດ ລາວ ໂທລະຄົມ ຍຶດໝັ້ນໃນການພັດທະນາ ເເລະ ຂະຫຍາຍທຸລະກິດຂະເເໜງຕ່າງໆ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ເເລະ ຢູ່ຄຽງຄູ່ສັງຄົມລາວຕະຫຼອດໄປ.