ງານຕະຫຼາດນັດ "Lao Telecom Market @Luang Prabang"

ຈົບໄປແລ້ວຢ່າງສວຍງາມ ກັບງານ ຕະຫຼາດນັດ “Lao Telecom Market @Luang Prabang’’ ທີ່ຈັດຂື້ນໃນທ້າຍອາທິດທີ່ຜ່ານມາ ທີ່ສວນລາດແລງ ນະຄອນຫຼວງພະບາງ, ໃຫ້ກຽດກ່າວເປີດງານໂດຍ ທ່ານ ສຸກສະວັດ ມີໄຊ ຫົວໜ້າ ລາວ ໂທລະຄົມມະນາຄົມ ມະຫາຊົົນ ສາຂາເເຂວງ ຫຼວງພະບາງ.
ພາຍໃນງານຕະຫຼາດນັດ ລາວ ໂທລະຄົມ ໃນຄັ້ງນີ້ ໄດ້ວາງສະເເດງ ສິນຄ້າ ແລະ ບໍລິການ, ອຸປະກອນເຕັກໂນໂລຊີ, ຜະລິດຕະພັນຕ່າງໆໂປຣໂມຊັ່ນສຸດພິເສດທີ່ ກຸ່ມ ບໍລິສັດ ລາວ ໂທລະຄົມ ແລະ ບັນດາຮ້ານຄ້າຄູ່ຮ່ວມທຸລະກິດ, ນອກນັ້ນພາຍໃນຍັງມີພິທີມອບຮັບຄໍາ 1 ສະຫຼຶງ ໃຫ້ເເກ່ລູກຄ້າຜູ້ໂຊກດີທີ່ມີການຕື່ມມູນຄ່າໂທຂອງ ລາວ ໂທລະຄົມ ຜ່ານ ທະນາການຄ້າ BCEL, ເເລະ ມີການເເຂ່ງຂັນ ກິລາ Esports ປະເພດເກມ Mobile Legends ຊິງເງິນລາງວັນລວມມູນຄ່າ 15,000,000ກີບ ເປີດໂອກາດໃຫ້ແກ່ໄວໜຸ່ມທີ່ສົນໃຈ ແລະ ມັກໃນກິລາ Esports ໄດ້ມີພື້ນທີ່ໃນການສະແດງຄວາມສາມາດ ແລະ ສາມາດຕໍ່ຍອດໄປແຂ່ງຂັນໃນເວທີລະດັບປະເທດ ແລະ ລະດັບໂລກຕໍ່ໄປ.