ພິທີເປີດງານວາງສະເເດງ ຜະລິດຕະພັນລາວ Made In Laos 2023 ຟື້ນຟູເສດຖະກິດ ສົ່ງເສີມຜະລິດຕະພັນລາວ ກ້າວສູ່ສາກົນ.

ໃນຕອນບ່າຍຂອງວັນທີ 15 ກຸມພາ 2023 ທີ່ ສູນວາງສະເເດງສິນຄ້າລາວ-ໄອເຕັກ ໄດ້ມີພິທີເປີດງານວາງສະເເດງຜະລິດຕະພັນລາວ Made in Laos 2023. ໃຫ້ກຽດເປັນປະທານເປີດງານໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ປອ ວິໄລວົງ ບຸດດາຄຳ ເຈົ້າແຂວງ ແຂວງຈຳປາສັກ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງ ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ພ້ອມດ້ວຍບັນດາທ່ານ ຕາງໜ້າ ຈາກພາກລັດຖະບານ, ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດຕ່າງໆ ພ້ອມດຽວກັນນັ້ນ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່, ທ່ານ ປາວະລິດ ອ່ຽມອ່ຳ ເເລະ ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ກໍ່ໃຫ້ກຽດເຂົ້າຮ່ວມ.

ຈຸດປະສົງໃນການຈັດງານໃນຄັ້ງນີ້ເພື່ອຊຸກຍູ້ສົ່ງເສີມໃຫ້ຄົນລາວຫັນມານໍາໃຊ້ຜະລິດຕະພັນລາວໃຫ້ຫຼາຍຂື້ນ ພ້ອມດຽວກັນນັ້ນກໍ່ເປັນການປຸກລະດົມຂົນຂວາຍເພີ່ມທະວີການຜະລິດໃນລະດັບຄອບຄົວໃຫ້ກາຍເປັນສິນຄ້າທີ່ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້, ອີກທັງເພື່ອສົ່ງເສີມການຜະລິດຂະໜາດນ້ອຍ ໃຫ້ກ້າວສູ່ຂະໜາດກາງ ແລະ ກາຍເປັນຂະໜາດໃຫ່ຍ, ໃຫ້ກາຍເປັນອຸດສາຫະກຳການຜະລິດທາງດ້ານປະລິມານ ເເລະ ຄຸນນະພາບທີ່ໄດ້ມາດຕະຖານ ທີ່ພຽບພ້ອມແຂ່ງຂັນຈຳໜ່າຍທັງຕະຫລາດພາຍໃນ ແລະ ສົ່ງອອກສູ່ສາກົນໄດ້.

ໃນງານນີ້ເຂົ້າຮ່ວມຫຼາຍກ່ວາ 200 ຫ້ອງວາງສະແດງ ຈາກຫລາຍກ່ວາ 130 ຜູ້ປະກອບການ ເເລະ  ຫົວໜ່ວຍທຸລະກິດ, ໃນນັ້ນ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເຄືອຂ່າຍອັນດັບ 1 ເເລະ ບໍລິສັດໃນເຄືອ ກໍໄດ້ອອກຮ້ານວາງສະເເດງສິນຄ້າເພື່ອໃຫ້ລູກຄ້າເຂົ້າຢ້ຽມຊົມ, ນອກຈາກນີ້ພາຍໃນງານຍັງມີຫຼາກຫລາຍກິດຈະກໍາເຊັ່ນ: ການວາງສະແດງສິນຄ້າ, ງານປະຊຸມສຳມະນາໃຫ້ຄວາມຮູ້ຕ່າງໆ, ງານພົບປະເເລກປ່ຽນປະສົບການທຸລະກິດ, ອາຫານລາວ, ກິດຈະກຳແຈກຂອງລາງວັນ ແລະ ກິດຈະກຳບັນເທີງອື່ນໆອີກຫຼາກຫຼາຍ.ເຊິ່ງງານດັ່ງກ່າວຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 10 – 19 ກຸມພາ 2023.