ບໍລິສັດ ລາວ ໂທລະຄົມມະນາຄົມມະນາຄົມ ມະຫາຊົນ ຮ່ວມກັບ ຄະນະວິສະວະກຳສາດ ສະຖາບັນເຕັກໂນໂລຊີ ພະຈອມເກົ້າເຈົ້າຄຸນທະຫານລາດກະບັງ ເຊັນສັນຍາການຮ່ວມມືດ້ານວິຊາການ ເພື່ອພັດທະນາບຸກຄະລາກອນຮ່ວມກັນ.

ໃນຕອນເຊົ້າ ວັນທີ 27 ຕຸລາ 2023 ເວລາ 10:00 ໂມງ, ທີ່ ສໍານັກງານໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ການຮ່ວມມືທາງດ້ານວິຊາການ ເພື່ອການພັດທະນາບຸກຄະລາກອນ, ຮ່ວມລົງນາມໃນຄັ້ງນີ້ໂດຍ ທ່ານ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ເລຂາຄະນະພັກຮາກຖານ ລາວ ໂທລະຄົມ ທັງເປັນ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ  ທ່ານ ຮສ.ປອ ສົມຍົດ ກຽດວະນິດວິໄລ ຄະນະບໍດີ ຄະນະວິສະວະກຳສາດ ສະຖາບັນເຕັກໂນໂລຊີ ພະຈອມເກົ້າເຈົ້າຄຸນທະຫານລາດກະບັງ, ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ຂອງຜູ້ບໍລິຫານ ແລະ ພະນັກງານຂອງທັງສອງຝ່າຍ.

ຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືກັນໃນຄັ້ງນີ້ ເພື່ອເປັນການເປີດກວ້າງການຮ່ວມມືທາງດ້ານວິຊາການ, ການແລກປ່ຽນບົດຮຽນ, ການພັດທະນາບຸກຄະລາກອນ, ການຈັດກິດຈະກຳ ແລະ ການສ້າງບັນດາໂຄງການຕ່າງໆ ຮ່ວມກັນ, ກໍ່ຄືການພັດທະນາອົງກອນ ແລະ ສັງຄົມຂອງພວກເຮົາ ໃຫ້ທັນກັບສະພາບການປ່ຽນແປ່ງຂອງໂລກໃນຍຸກປະຈຸບັນ, ນອກຈາກນີ້ ການຮ່ວມມືກັນໃນຄັ້ງນີ້ຈະປະກອບໄປດ້ວຍການຮ່ວມມືກັນໃນຫຼາຍໆດ້ານເຊັ່ນ: ການເປັນທີ່ປຶກສາໃຫ້ກັບ ລາວໂທລະຄົມ ໃນດ້ານ ICT, ການພັດທະນາທັກສະສ່ວນບຸກຄົນໃນການຈັດການ ດ້ານ ITM, ດ້ານການວິໄຈ ແລະ ນະວັດຕະກໍາ, ແລກປ່ຽນບຸກຄະລາກອນ ແລະ ຄວາມຮູ້ດ້ານ ICT,ກຳນົດທຶນນັກສຶກສາລະດັບປະລິນຍາໂທຮ່ວມກັນເປັນຕົ້ນ.

ໃນໂອກາດນີ້ ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອຳນວຍການໃຫຍ່ ຂະແໜງ ຈັດຕັັ້ງ-ບໍລິຫານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຂື້ນກ່າວຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືກັນທັງສອງຝ່າຍ ແລະ ໄດ້ຍົກໃຫ້ເຫັນວ່າ ປັດຈຸບັນສະພາບການຂອງໂລກ ກໍ່ຄືສັງຄົມ ມີການປ່ຽນແປ່ງ ແລະ ພັດທະນາຢ່າງວ່ອງໄວ ບໍ່ວ່າຈະເປັນທາງດ້ານການສຶກສາ, ເສດຖະກິດ, ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ ແລະອື່ນໆ, ດັ່ງນັ້ນ, ການພົວພັນຮ່ວມມື ແລະ ການປະສານງານ ໃນການສ້າງ Partner ຮ່ວມກັນ ແມ່ນມີບົດບາດສຳຄັນທີ່ສຸດ ເຊິ່ງເປັນພື້ນຖານໃນການແລກປ່ຽນຄວາມຮູ້ຄວາມສາມາດ, ປະສົບການ ແລະ ຂໍ້ມູນຂ່າວສານຕ່າງໆ ໃນການພັດທະນາອົງກອນ ແລະ ສັງຄົມ.

ບັນຍາກາດຂອງພິທີລົງນາມແມ່ນເຕັມໄປດ້ວຍໄມຕີຈິດມິດຕະພາບ, ສາຍພົວພັນທີ່ດີ  ແລະ ໄດ້ສິ້ນສຸດການລົງນາມດ້ວຍການລົງຢ້ຽມຢາມສູນການຮຽນຮູ້ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ.