ກົມອາຊີວະສຶກສາ ແລະ ລາວ ໂທລະຄົມ ເຊັນບົດບັນທຶກຄວາມເຂົ້າໃຈ ການ ຮ່ວມມືກ່ຽວກັບ ການສົົ່ງເສີມວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ

ໃນຕອນເຊົ້າ ວັນທີ 11 ຕຸລາ 2023 ທີ່ ສໍານັກງານໃຫ່ຍ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ມີພີທີເຊັນບົດບັນທຶກຄວາມເຂົ້າໃຈ ການຮ່ວມມືດ້ານການສະຫນອງບໍລິການການສື່ສານໂທລະຄົມມະນາຄົມ, ການບໍລິການດ້ານຂໍ້ມູນ-ຂ່າວສານ ເພື່ອໃຫ້ສັງຄົມໄດ້ເຂົ້າເຖິງການພັດທະນາວຽກງານອາຊີວະສຶກສາຢ່າງກວ້າງຂວາງ ລະຫວ່າງ ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ກັບ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ຮ່ວມລົງນາມໃນຄັ້ງນີ້ໂດຍ ທ່ານ ໜູພັນ ອຸດສາ ສະມາຊິກສະພາແຫ່ງຊາດ, ຄະນະພັກກະຊວງສຶກສາທິການ ແລະ ກິລາ, ຫົວໜ້າກົມອາຊີວະສຶກສາ ແລະ ທ່ານ ສຸພົນ ຈັນທະວີໄຊ  ຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ເລຂາຄະນະພັກຮາກຖານ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ຂອງ ຄະນະນຳ ແລະ ຜູ້ບໍລິຫານທັງສອງຝ່າຍ.

 

ລາວ ໂທລະຄົມ ໄດ້ຮັບຄວາມໄວ້ວາງໃຈ ແລະ ຄວາມເຊື່ອຫມັ້ນຈາກ ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ໃນການຮ່ວມມືປະກອບ 4 ວຽກງານຫລັກ ເຊັ່ນ:  ການນຳໃຊ້ອິນເຕີເນັດ ເຂົ້າໃນວຽກງານ ການຮຽນການສອນຜ່ານ Online ແລະ ການສືກສາຄົ້ນຄວ້າ ຂອງ ກົມອາຊີວະສຶກສາ, ຫ້ອງການໂຄງການ Lao-PSG ແລະ ສະຖານອາຊີວະສຶກສາ ວິທະຍາໄລເຕັກນິກວິຊາຊີບ ໂຮງຮຽນເຕັກນິກວິຊາຊີບ ພາຍໃຕ້ໂຄງການ ຈຳນວນ 13 ແຫ່ງ ໃນທົ່ວປະເທດ; ການຮ່ວມມືໃນການ ໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານອາຊີວະສຶກສາ ຜ່ານສື່ໂຄສະນາທີ່ ລາວ ໂທລະຄົມ ມີຢູ່ໃຫ້ແກ່ ຊຸມຊົນ, ພໍ່-ແມ່ຜູ້ປົກຄອງນັກຮຽນ, ນັກສຶກສາ ໄດ້ເຂົ້າເຖິງຂໍ້ມູນ; ການຮ່ວມມືໃນການຝຶກຫັດງານໃຫ້ນັກສືກສາ ໂດຍ ລາວ ໂທລະຄົມ ໃຫ້ໂອກາດໃນການລົງຝຶກງານຂອງນັກສຶກສາອາຊີວະສຶກສາ ໃນສາຂາວິຊາສະເພາະທີ່ກ່ຽວຂ້ອງ ເພື່ອຊ່ວຍໃຫ້ນັກສຶກສາ ສາມາດໃຊ້ທັກສະ ແລະ ຄວາມຮູ້ທີ່ໄດ້ຮຽນຮູ້ໃນຫ້ອງຮຽນ ເຂົ້າໃນສະພາບແວດລ້ອມວຽກງານຕົວຈິງ ຈະຊ່ວຍເພີ່ມໂອກາດ ການໄດ້ຮັບການຈ້າງງານຂອງນັກສຶກສາ ແລະ ໂອກາດໃນການສ້າງເຄືອຂ່າຍນັກສຶກສາຮຽນຈົບໃຫ້ເຂົາເຈົ້າ; ການຮ່ວມມື ທາງດ້ານການພັດທະນາບຸກຄະລາກອນ ສູນການຮຽນຮູ້ ລາວ ໂທລະຄົມ ຈະໃຫ້ການຮ່ວມມື ແລະ ສະຫນັບສະຫນຸນ ໃນການພັດທະນາບຸກຄະລາກອນຮ່ວມກັນ ກັບກົມອາຊີວະສຶກສາ ໃນຫົວຂໍ້ທີ່ທັງສອງຝ່າຍສາມາດເຮັດຮ່ວມກັນໄດ້ ເຊິ່ງການຮ່ວມມືດັ່ງກ່າວມີໄລຍະເວລາ 05 ປີ.