ພິທີເປີດຝຶກອົບຮົມ ຫຼັກສູດ Non Degree ລຸ້ນທີ II ຫົວຂໍ້: "Introduction Data Science"

ໃນວັນອັງຄານ ທີ 19 ກັນຍາ 2023 ທີ່ຫ້ອງປະຊຸມໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ມີພິທີເປີດຝຶກອົບຮົມ ຫຼັກສູດ Non Degree ລຸ້ນທີ II ຫົວຂໍ້: "Introduction Data Science" ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ເລຂາຄະນະພັກຮາກຖານ ລາວ ໂທລະຄົມ ທັງເປັນຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມຄະນະ, ໃນພິທີດັ່ງກ່າວຍັງໄດ້ຮັບກຽດຈາກ ຜູ້ຊ່ວຍສາດສະດາຈານ ພານຸພົງ ວັນຈັນທຶກ ຜູ້ຊ່ວຍຄະນະບໍດີ ຄະນະວິສະວະກຳສາດ ມະຫາວິທະຍາໄລ ຂອນແກ່ນ, ຕາງໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ, ສູນເທັກໂນໂລຊີຂໍ້ມູນຂ່າວສານ ມະຫາວິທະຍາໄລແຫ່ງຊາດ ແລະ ອົງການປະກັນສັງຄົມແຫ່ງຊາດ, ພ້ອມທັງຄະນະຜູ້ບໍລິຫານ ກຸ່ມບໍລິສັດ ລາວ ໂທລະຄົມ ພ້ອມດ້ວຍນັກສໍາມະນາກອນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້ ທ່ານ ອາລຸນນະເດດ ບານຈິດ ຄະນະປະຈຳພັກຮາກຖານ, ຮອງຜູ້ອຳນວຍການ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຂື້ນກ່າວຈຸດປະສົງໃນການຈັດຝຶກອົບຮົມໃນຄັ້ງນີ້ ໂດຍເພື່ອເປັນການເສີມສ້າງສາຍສຳພັນກັບບັນດາຄູ່ຮ່ວມທຸລະກິດ ຂອງ ລາວ ໂທລະຄົມ ໂດຍຜ່ານການພັດທະນາທັກສະ ຄວາມຮູ້-ຄວາມສາມາດໃນດ້ານ Data Science ຂອງພະນັກງານຮ່ວມກັນ ເພື່ອນຳໄປປັບໃຊ້ເຂົ້າໃນວຽກງານຕົວຈິງຂອງແຕ່ລະອົງກອນ ໃຫ້ເກີດຜົນປະໂຫຍດສູງສຸດ. ໂດຍການຝຶກອົບຮົມໃນຄັ້ງນີ້ ບັນດານັກສໍາມະນາກອນຈະໄດ້ຮຽນຮູ້ກ່ຽວກັບ Data Science ຜ່ານການຮຽນທິດສະດີ ແລະ ປະຕິບັດຕົວຈິງ ເຊັ່ນ: Introduction to Data Science, Business understanding, Data understanding, Introduction to AI, Machine Learning ແລະ ອື່ນໆ, ນອກຈາກນັ້ນ ຍັງນໍາໃຊ້ຂໍ້ມູນຕົວຈິງຂອງອົງກອນ ແລະ ຂໍ້ມູນຈາກພາຍນອກ, ໂດຍຫຼັງຈາກຮຽນທິດສະດີແລ້ວຈະໄດ້ມີໂຈດໃດໜຶ່ງມານຳສະເໜີເປັນກຸ່ມໃນມື້ສຸດທ້າຍຂອງການຮຽນ ສະນັ້ນ, ຫຼັງຈາກຝຶກອົບຮົມແລ້ວ ບັນດານັກສຳມະນາກອນຈະສາມາດນຳໃຊ້ຄວາມຮູ້ທີ່ໄດ້ຮຽນມາເຂົ້າປັບໃຊ້ກັບວຽກງານຕົວຈິງທີ່ຕົນເອງຮັບຜິດຊອບຢູ່ ແລະ ກໍ່ໃຫ້ເກີດປະໂຫຍດສູງຕໍ່ຕົນເອງ ແລະ ອົງກອນ.
ການຝຶກອົບຮົມດັ່ງກ່າວຈະດຳເນີນໄປເປັນເວລາ 7 ວັນ, ເລີ່ມແຕ່ວັນທີ 19-27 ກັນຍາ 2023, ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 35 ທ່ານ ມາຈາກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ກະຊວງ ການເງິນ, ອົງການປະກັນສັງຄົມແຫ່ງຊາດ, ກະຊວງ ສຶກສາທິການ ແລະ ກິລາ, ມະຫາວິທະຍາໄລແຫ່ງຊາດ ແລະ ລາວ ໂທລະຄົມ. ໂດຍ ການຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ຮັບຄວາມຮ່ວມມືຈາກທາງ ຄະນະວິສະວະກຳສາດ ມະຫາວິທະຍາໄລຂອນແກ່ນ (ປະເທດໄທ) ທີ່ສົ່ງ ຄະນະອາຈານ ທີ່ມີຄວາມຮູ້ ຄວາມສາມາດ ແລະ ຄວາມຊ່ຽວຊານ ທາງດ້ານວຽກງານ Data Science ມາເປັນວິທະຍາກອນໃຫ້ໃນຄັ້ງນີ້ດ້ວຍ.

ການຝຶກອົບຮົມໃນຄັ້ງນີ້ ເປັນອີກຫົວຂໍ້ໜຶ່ງ ທີ່ມີຄວາມໝາຍ ຄວາມສໍາຄັນຫຼາຍ ໃນການຮຽນຮູ້ ແລະ ຕໍ່ຍອດ ເພື່ອການພັດທະນາຄວາມຮູ້ ຄວາມສາມາດ ເພື່ອເປັນແນວທາງກ້າວໄປສູ່ ການເປັນຜູ້ຊໍານານການ ຫຼື ຊ່ຽວຊານທາງດ້ານວຽກງານຂອງຕົນຮັບຜິດຊອບ, ວຽກງານ Data Science ຖືເປັນວຽກງານໜຶ່ງທີ່ສຳຄັນທີ່ສຸດ ເພາະວ່າເປັນການນຳເອົາຂໍ້ມູນໄປປະກອບເຂົ້າໃນການວາງແຜນຍຸດທະສາດ, ການວິໄຈ ແລະ ທີ່ສຳຄັນແມ່ນໃຊ້ປະກອບສ່ວນເຂົ້າໃນການຕັດສິນໃຈ ໃນການປະຕິບັດວຽກໃຫ້ຖືກເປົ້າໝາຍ ເພື່ອນຳໄປປັບໃຊ້ເຂົ້າໃນວຽກງານຂອງແຕ່ລະອົງກອນ ໃຫ້ເກີດຜົນປະໂຫຍດສູງສຸດ.