ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ລາວໂທລະຄົມ ຄົບຮອບ 30 ປີ (11/11/1996-11/11/2026)

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດລາວ​ໂທລະ​ຄົມ ຄົບຮອບ 30 ປີ (11  ພະຈິກ 1996 - 11 ພະຈິກ 2026)​ ຂຶ້ນໃນມື້ວັນທີ 11 ພະຈິກ 2026 ທີ່ ໂຮງແຮມແລນມາກ ໂດຍການເປັນກຽດເຂົ້າຮ່ວມຂອງ  ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານສະພາຜູ້ຖືຮຸ້ນ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຫົວໜ້າກົມ,  ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາຄະນະພັກ, ຄະນະອຳນວຍການໃຫຍ່ ແລະ  ອ້າຍ, ​ເອື້ອຍ, ນ້ອງ​ພະນັກງານ ລາວ​ໂທລະ​ຄົມ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຈຳນວນ 550 ທ່ານ ແລະ ລລທ ສາຂາແຂວງ ກໍ່ສະເຫຼີມສະຫຼອງໄປພ້ອມໆກັນຈໍານວນ 2 ພັນກວ່າທ່ານ.

ເພື່ອຈັດຕັ້ງ ແລະ ຜັນຂະຫຍາຍນະໂຍບາຍຂອງພັກ-ລັດໃນການສົ່ງເສີມການລົງທຶນຈາກຕ່າງປະເທດ ບໍລິສັດ ລາວ​ໂທລະ​ຄົມມະນາຄົມ ມະຫາຊົນ​ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 11 ພະຈິກ 1996  ຊື່ງ​ເປັນ​ການ​ລວມ​ເອົາ ບໍລິສັດ ໂທລະ​ຄົມມະນາຄົມ​ລາວ ​ແລະ ບໍລິສັດ ຊິນ​ນາ​ວັດຕຣ​າ ​ເທ​ເລຄອມ​ຈໍາກັດ ເປັນບໍລິສັດຮ່ວມທຶນ ໂດຍ​ລັດຖະບານ​ລາວ ຖື​ຮຸ້ນ 51% ​ແລະ ບໍລິສັດ ​ເຊັນ​ນິງຕັນ ອິນ​ເວດສະເມັນ ສິງກະ​ໂປ ຖື​ຮຸ້ນ 49%.

        ໃນພິທີດັ່ງກ່າວ ທ່ານ ສຸພົນ ຈັນທະວີໄຊ ຄະນະກຳມະການບໍລິຫານງານພັກກະຊວງ ຕສ, ເລຂາຄະນະພັກຮາກຖານ,  ຜູ້ອຳນວຍການໃຫຍ່  ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ກ່າວວ່າ ການຈັດພິທີໃນມື້ນີ້ ເພື່ອເປັນການຕີລາຄາສະຫຼຸບສັງລວມຄືນບັນດາຜົນງານການເຄື່ອນໄຫວ ການດຳເນີນທຸລະກິດຂອງ ບໍລິສັດ ລາວໂທລະຄົມ ໃນ 30 ປີທີ່ຜ່ານມາ. ຄະນະພັກ, ຄະນະຜູ້ອຳນວຍການໃຫຍ່ ໄດ້ນໍາພາ ບໍລິສັດ ລາວໂທລະຄົມ ຜ່ານຜ່າທຸກຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ, ຕັ້ງໜ້າຊີ້ນໍາ​-ນໍາພາ ບໍລິສັດ ໃຫ້ເຕີບໃຫຍ່ ຂະຫຍາຍຕົວເປັນກ້າວໆມາ  ທັງດ້ານປະລິມານ ແລະ ຄຸນນະພາບ ເຮັດໃຫ້ໂຄງລ່າງພື້ນຖານທາງດ້ານໂທລະຄົມມີການພັດທະນາໃຫ້ທັນສະໄໝທັນກັບສະພາບການຂະຫຍາຍຕົວຂອງໂລກ.

ໃນ​ໄລ​ຍະ 30 ປີຜ່ານມາກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ  ສາມາດຂະຫຍາຍລູກຄ້າໃໝ່ ແລະ ຮັກສາຈຳນວນລູກຄ້າເກົ່າໄວ້ໄດ້ ມາເຖິງປັດຈຸບັນນີ້ມີຖານລູກຄ້າ MBB (Mobile Broadband) ຫຼາຍກວ່າ 3 ລ້ານກວ່າລູກຄ້າ (ລວມທັງລູກຄ້າທີພລັດ) ແລະ FBB (Fixed Broadband) ຫຼາຍກວ່າ 205 ແສນລູກຄ້າ. ສາມາດຂະຫຍາຍລະບົບເຄືອຂ່າຍສັນຍານໂທລະສັບມືຖືກວມເອົາ 83% ຂອງປະຊາກອນທົ່ວປະເທດ, ທຽບໃສ່ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ກໍ່ຄືຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຈະໃຫ້ສັນຍານ 4G ກວມ 83% ຂອງປະຊາກອນ ແມ່ນຍັງນອນຢູ່ໃນແຜນການທີ່ວາງໄວ້, ມີສະຖານີຖານ (BTS) ທັງໝົດ 13,300 ສະຖານີ, ໃນນີ້: GSM 2G ຈໍານວນຫຼາຍກວ່າ 2,030 ສະຖານີ, 3G ຈໍານວນຫຼາຍກວ່າ 3,620 ສະຖານີ, 4G ຈໍານວນຫຼາຍກວ່າ 6,688 ສະຖານີ, 4,5G ຈໍານວນຫຼາຍກວ່າ 906 ສະຖານີ, 5G ຈໍານວນຫຼາຍກວ່າ 56 ສະຖານີ ແລະ FTTH  Port ຫຼາຍກວ່າ 224,440 Ports, ມີລະບົບສາຍສົ່ງສາຍໃຍແກ້ວນຳແສງຍາວຫຼາຍກວ່າ 37,945 ກິໂລແມັດ, ໃນນັ້ນເປັນ Backbone DWDM 6,539 Km, ໃນ Capacity 200 Gbps.

ການເຄື່ອນໄຫວດໍາເນີນທຸລະກິດຂອງ ລາວ​ ໂທລະ​ຄົມ ສາມາດສ້າງລາຍຮັບໄດ້ຫລາຍ​ກວ່າ 29,166 ຕື້ກີບ (ບໍ່ລວມອາກອນ), ມີກໍາໄລສະສົມຫລາຍ​ກວ່າ 6,570 ຕື້ກີບ, ດ້ວຍຈັງຫວະການເຕີບໂຕຢ່າງຕໍ່ເນື່ອງ ສະເລ່ຍຫລາຍ​ກວ່າ 27.22% ຕໍ່ປີ ສາມາດປະຕິບັດພັນທະໃຫ້ລັດຖະບານ​ແລ້ວ​ມີ​ມູນ​ຄ່າຫລາຍ​ກວ່າ 5,984 ຕື້ກີບ, ມອບ​ເງິນ​ປັນ​ຜົນ​ໃຫ້​ລັດຖະບານ ​ແລະ ຝ່າຍ​ຂາ​ຮຸ້ນ​ໄດ້ 409 ລ້ານ​ໂດ​ລາ​ສະ​ຫາ​ລັດ. ພ້ອມ​ດຽວ​ກັນ​ນັ້ນ, ບໍລິສັດ ລາວ​ໂທລະ​ຄົມ​ ຍັງ​ໄດ້​ເອົາ​ໃຈ​ໃສ່​ປະກອບສ່ວນ​ດ້ານ​ພັນທະ​ຂອງ​ຕົນ​ຕໍ່​ສັງຄົມ​, ອົງກາ​ນຈັດຕັ້ງ​ພັກ-ລັດຢ່າງ​ຕັ້ງໜ້າ ຊື່ງ​ມັນສະ​ແດງ​ອອກ​ໃຫ້​ເຫັນ​ມູນ​ຄ່າ​ການ​ຊ່ວຍ​ເຫຼືອ​​ສັງຄົມ ຕະຫຼອດ​ໄລຍະ 30 ປີ​ ຜ່ານ​ມາ​ມີມູນຄ່າຫຼາຍກວ່າ 194 ຕື້ກີບ, ເປັນເງິນສົດຈຳນວນຫຼາຍກວ່າ 78.36 ຕື້ກີບ ໃນນີ້ປະກອບມີ: ດ້ານການສຶກສາຫຼາຍກວ່າ 6.69 ຕື້ກີບ, ດ້ານອົງການຈັດຕັ້ງມະຫາຊົນ 46.03 ຕື້ກີບ ແລະ ງານບຸນປະເພນີຕ່າງໆ 25.64 ຕື້ກີບ,  ປະກອບສ່ວນຊ່ວຍເຫຼືອລັດຖະບານ ແລະ ສັງຄົມ ເພື່ອປ້ອງກັນຄວບຄຸມ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດໄວຣັດ COVID-19  ເປັນວັດຖຸ ແລະ ຄ່າບໍລິການດ້ານໂທລະຄົມ ຈຳນວນຫຼາຍກວ່າ 79.8 ຕື້ກີບ,  ປະກອບສ່ວນກອງປະຊຸມສຸດຍອດອາຊຽນຄັ້ງທີ 44-45 ທີ່ ສສ ປ ລາວ ເປັນເຈົ້າພາບ (ASEAN SUMMIT)ໃນການສະໜອງຄ່າບໍການທາງດ້ານອິນເຕິເນັດ ແລະ ອຸປະກອນ 10 ຕື້ກວ່າກີບ. ໃນນີ້ ສະໜອງອຸປະກອນ ແລະ ສັນຍານອິນເຕີເນັດສຳລັບການຮຽນທາງໄກ, ກອງປະຊຸມທາງໄກຂອງອົງການຈັດຕັ້ງພັກ-ລັດຈຳນວນ 11.9 ຕື້ກີບ ຊ່ວຍເຫລືອລັດຖະບານໃນການຕ້ານໄພນໍ້າຖ້ວມ ສະໜອງຄ່າບໍການທາງດ້ານອິນເຕິເນັດ ແລະ ອຸປະກອນ 7.3 ຕື້ກວ່າກີບ. ສໍາລັບປີ 2026 ຄາດວ່າຈະຊ່ວຍເຫຼືອສັງຄົມຫຼາຍກວ່າ 6.54 ຕື້ກີບ.

ນອກຈາກ​ນີ້  ໄປຄຽງຄູ່ກັບການດໍາເນີນທຸລະກິດ ຍັງໄດ້ປັບປຸງລະບຽບ,  ນະໂຍບາຍສະຫວັດດີການສັງຄົມຕ່າງໆ​ໃຫ້​ສູງ​ຂື້ນເພື່ອຍົກສູງລະດັບຊີວິດການເປັນຢູ່ໃຫ້ພະນັກງານ, ກຳມະກອນໃຫ້ດີຂຶ້ນເລື້ອຍໆ.

ໃນ​ພິທີ​ດັ່ງກ່າວ ລັດຖະບານ ໄດ້ຕົກລົງ ປະດັບຫຼຽນໄຊມິດຕະພາບ (MEDAL OF FRIENDSHIP) ໃຫ້ບໍລິສັດ Shenington Investmen ແລະ ທ່ານ ດຣ. ປິຍະວັດ ຈະຣິຍະເສດຖະພົງ ປະທານກຳມະການ ຜູ້ຖືຮຸ້ນຕ່າງປະເທດ ທີ່ມີຜົນງານດີເດັ່ນ ປະກອບສ່ວນເຄື່ອນໄຫວວຽກງານ ທີ່ໄດ້ຮ່ວມທຶນກັບ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເຊິ່ງເປັນການປະກອບສ່ວນອັນສຳຄັນ ໃນການພັດທະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ຕະຫຼອດໄລຍະເວລາ 30 ປີຜ່ານມາ ການດຳເນີນທຸລະກິດຂອງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ສ້າງຄວາມເຊື່ອໝັ້ນໃຫ້ຜູ້ຊົມໃຊ້ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ-ລັດຖະບານ ສະແດງອອກການໄດ້ຮັບການຍ້ອງຍໍ ແລະ ລາງວັນຕ່າງໆ ເຊັ່ນ: ຫຼຽນໄຊແຮງງານຊັ້ນ I, II, III, ລາງວັນນັກທຸລະກິດດີເດັ່ນ, ລາງວັນທຸລະກິດຊັ້ນນຳດີເດັ່ນໃນໄລຍະໂຄວິດ, ລາງວັນ International Finance Awards, ລາງວັນ ຜູ້ໃຫ້ບໍລິການ ອິນເຕີເນັດ FTTH ທີ່ເຕີບໃຫຍ່ໄວທີ່ສຸດໃນລາວ (Fastest Growing FTTH Internet Service Provider-Laos Award ), ລາງວັນ ເອັມມັນນີ ແອັບກະເປົາເງິນທີ່ເຕີບໃຫຍ່ໄວທີ່ສຸດໃນລາວ (Fastest Growing Mobile e-Wallet App-M Money-Laos Award), ລາງວັນ Mobile Operator ດີເດັ່ນ ຈາກ Asian Telecom Award, ລາງວັນ “ຜູ້ປະກອບການອາຊຽນດີເດັ່ນຄັ້ງທີ 9  (9th ASEAN Entrepreneur Award 2024)” ໃນເວທີ The 25th World Knowledge Forum 2024 ທີ່ ເມືອງອິນຊອນ ປະເທດ ເກົາຫຼີໃຕ້, ລາງວັນ The Stevie Awards for Technology Excellence ຢ່າງເປັນທາງການທີ່ເມືອງ ນີວຍອກ ສະຫະລັດ ອາເມລິກາ, ລາງວັນຜູ້ພັດທະນາການໃຫ້ບໍລິການໂຄງສ້າງພື້ນຖານໂທລະຄົມດີເດັ່ນໃນອາຊຽນ (ASEAN Business Awards 2024) ໃນໄລຍະຊ່ວງກອງປະຊຸມ ASEAN Summits and Related Summits ຄັ້ງທີ 44 ເເລະ 45 ທີ່ນະຄອນຫຼວງວຽງຈັນ ສປປ ລາວ. ອັນພົ້ນເດັ່ນປີ 2025 ໄດ້ຮັບລາງວັນດີເດັ່ນລະດັບອາຊຽນຈາກອົງການ ITU ຕໍ່ກັບຜົນງານ ແລະ ການຍ້ອງຍໍດັ່ງກ່າວ ລາວໂທລະຄົມ ກໍຄືຂະແໜງເຕັກໂນໂລຊີ ແລະ ການສື່ສານ ໄດ້ສະແດງຜົນງານທີ່ໂດດເດັ່ນຂອງຕົນໃນເວທີພາກພື້ນ ແລະ ສາກົນ.

ພ້ອມດຽວກັນນີ້ ກອງປະຊຸມໄດ້ຮັບຟັງການປະກອບຄຳເຫັນ ຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະພາບໍລິຫານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຜົນງານ ໃນໄລຍະຜ່ານມາທີ່ ລາວ ​ໂທລະ​ຄົມ ຍາດ​ມາ​ໄດ້ ​ແລະ  ສາມາດຕອບສະໜອງຄວາມຮຽກຕ້ອງການຂອງ​ສັງຄົມ, ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ດ້ານ​ໂທລະ​ຄົມ​ກໍ່​ໄດ້​ຮັບ​ການ​ພັດທະນາຢ່າງຕໍ່ເນື່ອງໃນແຕ່ລະປີ ໃນຂອບເຂດທົ່ວປະເທດ. ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່ ​ໃນ​ຊຸມ​ປີ​ຕໍ່ໜ້າ ພວກ​ເຮົາຕ້ອງ​ໄດ້​ກຽມພ້ອມ​ຮອບດ້ານ​​​ຈຳ​ເປັນ​ຕ້ອງ​ໄດ້ພັດທະ​ນາ​ຕົນ​ເອງ​ຢ່າງ​ບໍ່​ຢຸດ​ຢັ້ງ​ ​ເພື່ອ​ໃຫ້​ກາຍ​ເປັນເບີ​ໜຶ່ງ​ໃນ​ຜູ້​ໃຫ້​ບໍລິການ​ດ້ານໂທລະຄົມມະນາຄົມ ແລະ ​ສື່ສານ ​ຄົບ​ວົງ​ຈອນ​ໃນ ​ສປປ ລາວ.

         ຕໍ່ກັບຜົນງານດັ່ງກ່າວນັ້ນ, ທ່ານລັດຖະມົນຕີ ໄດ້ເນັ້ນໜັກ​ໃນການ​ຈັດຕັ້ງປະຕິບັດແນວທາງແຜນພັດທະນາ ຕາມນະໂຍບາຍຫັນເປັນ ທັນສະໄໝ ໃນຍຸກດິຈິຕອນ. ສະນັ້ນ ລາວ ໂທລະຄົມ ຕ້ອງໄດ້ສຸມໃສ່ ການພັດທະນາຄຸນ​ນະພາ​ບການ​ບໍລິການ​ ​ແລະ ການພັດທະນາ​ບຸກຄະລາ​ກອນ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະແມ່ນ​ວິຊາ​ການ​ຕ້ອງ​ມີ​ຄວາມ​ຮູ້​, ຄວາມ​ສາມາດ, ​ສ້າງ​ໃຫ້​ໄດ້​ຖັນ​ແຖວ​ພະນັກງານ​ທີ່​ເປັນ​ຊ່ຽວຊານ ແລະ ​ມື​ອາຊີບ ທີ່​ແທ້​ຈິງ ເພື່ອ​ຕອບ​ສະໜອງ​​ໄດ້ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ເຕັກ​ໂນ​ໂລ​ຊີ ທີ່​ມີ​ການ​ພັດທະນາ ​ແລະ ​ຂະຫຍາຍຕົວ​ໄວ ໃນ​ແຕ່ລະ​ໄລຍະ. ສະນັ້ນ, ມັນ​ຮຽກຮ້ອງ​ໃຫ້​ຄະນະ​ພັກ, ຄະນະອໍານວຍການ, ຜູ້ບໍລິຫານ ແລະ ພະນັກງານ ລາວ ໂທລະ​ຄົມ​ ທຸກ​ທົ່ວ​ໜ້າ​ຈົ່ງ​ເຊີດ​ຊູ​ສະຕິ ​ແລະ ​ເພີ່​ມທະວີບົດບາດ ໜ້າ​ທີ່ຄວາມ​ຮັບຜິດຊອບ​ຂອງ​ຕົນ​ໃຫ້​ສູງ​ກ່ວາ​ເກົ່າ ​ເພື່ອ​ເຮັດ​ໃຫ້​ ລາວໂທລະ​ຄົມກ້າວ​ໄປ​ຂ້າງ​ໜ້າ ​ແລະ ສາມາດ​ຕອບ​ສະໜອງ​ໄດ້ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນຍຸກເສດຖະກິດ 4.0 ແລະ ເພື່ອ​ການ​ພັດທະນາປະ​ເທດ​ຊາດ ໃຫ້ສາມາດ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ ສາກົນ​ໄດ້.