


ບຸກຄົນ
ມືຖື
ອິນເຕີເນັດມີສາຍຄວາມໄວສູງ
ບໍລິການ ໂທສັບພື້ນຖານ ຕັ້ງໂຕະ & ວິນໂຟນ
ບໍລິການເສິມ-ແອັບພິເຄຊັນ
ກ່ຽວກັບ ລາວໂທລະຄົມ
ຕິດຕໍ່ ລາວໂທລະຄົມ
ອົງກອນ
ການຕອບໂຈດບັນຫາຂອງລູກຄ້າ
ບໍລິການອິນເຕີເນັດ
ບໍລິການຂໍ້ຄວາມສັ້ນ
ບໍລິການ SIM Card
ບໍລິການ International Roaming
ໃນຕອນເຊົ້າ
ຂອງວັນທີ 11 ມິຖຸນາ 2026 ທີ່ ສໍານັກງານໃຫ່ຍ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ
ໄດ້ຈັດພິທີເຊັນສັນຍາການຮ່ວມມື ໂຄງການຂະຫຍາຍເຄືອຂ່າຍສັນຍານໂທລະຄົມມະນາຄົມ
ຕາມເສັ້ນທາງ ລົດໄຟລາວ-ຈີນ ລະຫວ່າງບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ ບໍລິສັດ
ທາງລົດໄຟ ລາວ-ຈີນ ຈໍາກັດ ຢ່າງເປັນທາງການ. ໃຫ້ກຽດລົງນາມໂດຍ ທ່ານ ລັດຖະປັນຍາ
ຂຽວວົງພະຈັນ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ ທ່ານ ຄາງ
ເທນິວ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ
ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ແກ້ວວິສຸກ ໂສລະພົມ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ HAN YE (ຫານ ເຢ້) ເລຂານຸການ ເອກອັກຄະນະລັດຖະທູດຈີນ ຝ່າຍເສດຖະກິດ
ແລະ ການຄ້າ ປະຈຳ ສປປ ລາວ, ທ່ານ ສຸພົນ
ຈັນທະວີໄຊ ກໍາມະການຄະນະບໍລິຫານງານພັກກະຊວງ, ເລຂາຄະນະພັກຮາກຖານ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ
ໂທລະຄົມມະນາຄົມ ມະຫາຊົນ, ທ່ານ ລູ້
ຫາຍໂຈ ຜູ້ອໍານວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ, ຄະນະກົມຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຄະນະຜູ້ບໍລິຫານ ແລະ ພະນັກງານຂອງທັງສອງຝ່າຍ.
ຈຸດປະສົງຂອງການຮ່ວມມືໃນຄັ້ງນີ້
ເພື່ອປັບປຸງການບໍລິການຂໍ້ມູນຂ່າວສານ ແລະ ການສື່ສານໂດຍລວມຕາມເສັ້ນທາງລົດໄຟ ລາວ-ຈີນ
ນະຄອນຫຼວງວຽງຈັນ-ຫຼວງພະບາງ ມີຄວາມຍາວທັງ ໝົດ 224 ກິໂລແມັດ. ບົນພື້ນຖານການຍຶດຖືຫຼັກການ
ສົ່ງເສີມຈຸດເດັ່ນຂອງແຕ່ລະຝ່າຍ, ສ້າງພັນທະມິດທີ່ເຂັ້ມແຂງ, ຮ່ວມກັນສ້າງສັນນະວັດຕະກຳ ແລະ ພັດທະນາຮ່ວມກັນ, ທັງສອງຝ່າຍໄດ້ຕົກລົງສ້າງສາຍພົວພັນຮ່ວມມືທາງດ້ານຍຸດທະສາດ
ໂດຍມີລາຍລະອຽດດັ່ງນີ້: ບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດ ຍິນດີໃຫ້ບໍລິສັດ ລາວ
ໂທລະຄົມມະນາຄົມ ມະຫາຊົນ ເຊົ່າຊັບພະຍາກອນໂຄງລ່າງພື້ນຖານໂທລະຄົມມະນາຄົມ ເປັນຕົ້ນແມ່ນ
ສະຖານີຮັບ-ສົ່ງສັນຍານມືຖື, ສາຍ Fiber
Optic ແລະ ອຸປະກອນທີ່ກ່ຽວຂ້ອງ
ເພື່ອສະໜັບສະໜູນ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ
ໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ບໍລິຫານຈັດການເຄືອຂ່າຍມືຖື 4G ຕາມແລວທາງລົດໄຟ ລາວ-ຈີນ. ທັງນີ້, ກໍ່ເພື່ອແນ່ໃສ່ຕອບສະໜອງຄວາມຕ້ອງການການນຳໃຊ້ຂໍ້ມູນ ແລະ
ການບໍລິການອິນເຕີເນັດມືຖືຂອງຜູ້ໂດຍສານ ໃຫ້ມີຄວາມສະດວກວ່ອງໄວ, ທັງເປັນການຍົກລະດັບມາດຕະຖານການບໍລິການ ແລະ
ສ້າງປະສົບການການເດີນທາງຕາມເສັ້ນທາງລົດໄຟ ລາວ-ຈີນ ໃຫ້ມີຄວາມສົມບູນແບບຍິ່ງຂຶ້ນ, ພ້ອມດຽວກັນນັ້ນກໍເພື່ອຮ່ວມກັນພັດທະນາ ແລະ
ຂະຫຍາຍເຄືອຂ່າຍສັນຍານສຸມໃສ່ການຕິດຕັ້ງ, ປັບປຸງ ແລະ ຂະຫຍາຍສະຖານີສົ່ງສັນຍານໂທລະຄົມ 4G ໂດຍຕິດຕັ້ງ ສະຖານີສົ່ງ-ຮັບສັນຍານ ແລະ ສາຍ Fiber
Optic ຕາມແລວເສັ້ນທາງລົດໄຟ ລາວ-ຈີນ, ລວມທັງພື້ນທີ່ພາຍໃນສະຖານີ ແລະ ບໍລິເວນອ້ອມຂ້າງ ຕັ້ງແຕ່
ສະຖານີນາແຄ (ນະຄອນຫຼວງວຽງຈັນ) ຫາ ສະຖານີຫລວງພະບາງ ມີຄວາມຍາວທັງໝົດ 224 ກິໂລແມັດ, ໂດຍແບ່ງເປັນ
2
ໄລຍະ ໂດຍໄລຍະທີ1 ແລະ ທີ2 ໃຊ້ງົບປະມານການລົງທຶນ
ຫຼາຍກວ່າ 8 ລ້ານໂດລາສະຫະລັດ, ໄລຍະເວລາການກໍ່ສ້າງ 07 ເດືອນ (ຄາດໝາຍໃຫ້ສຳເລັດໃນ ທ້າຍປີ 2026), ພື້ນທີ່ຄວບຄຸມສັນຍານ ບໍ່ລວມອຸມົງ ປະມານ 64 % ໃນ Phase 1 ທີ່ຈະສໍາເລັດໃນທ້າຍປີ 2026 ສ່ວນ Phase 2 ແມ່ນຈະເລີ່ມໃນຕົ້ນປີ 2027 ພື້ນທີສັນຍານຈະກວມ 90 % ຕະຫຼອດເສັ້ນທາງ ນະຄອນຫຼວງວຽງຈັນ - ຫລວງພະບາງ ແລະ
ຄວາມໄວອິນເຕີເນັດ (Speed) ຄວາມໄວໃນການເຂົ້າເຖິງຂອງຜູ້ໃຊ້ຢ່າງໜ້ອຍ
>3Mbps.
ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ
ຍັງສືບຕໍ່ມຸ່ງໝັ້ນສ້າງສິ່ງອໍານວຍຄວາມສະດວກດ້ານເຄືອຂ່າຍສັນຍານໃຫ້ຄວບຄຸມທຸກພື້ນທີ່ໃນ
ສປປ ລາວ,
ຄຽງຄູ່ການພັດທະນານໍາເອົາເຕັກໂນໂລຊີ ແລະ
ນະວັດຕະກໍາໃໝ່ໆ ເຂົ້າມາຮັບໃຊ້ສັງຄົມລາວເພື່ອເປັນການປະກອບສ່ວນໃນການສ້າງສາ ແລະ
ພັດທະນາປະເທດຊາດໃຫ້ມີຄວາມຮຸ່ງເຮືອງສີວິໄລ, ທັນສະໄໝໃນຍຸກດິຈິຕອນພ້ອມທັງຢູ່ຄຽງຂ້າງກັບສັງຄົມລາວ
ດັ່ງຄໍາຂັວນທີ່ວ່າ ລາວ ໂທລະຄົມ ໂທລະຄົມ ຂອງຄົນລາວເພື່ອສັງຄົມລາວ.
Contact Center: 101
M moneyX
© Copyrights 2026 Lao Telecommunication Public Company All Rights Reserved