


ບຸກຄົນ
ມືຖື
ອິນເຕີເນັດມີສາຍຄວາມໄວສູງ
ບໍລິການ ໂທສັບພື້ນຖານ ຕັ້ງໂຕະ & ວິນໂຟນ
ບໍລິການເສິມ-ແອັບພິເຄຊັນ
ກ່ຽວກັບ ລາວໂທລະຄົມ
ຕິດຕໍ່ ລາວໂທລະຄົມ
ອົງກອນ
ການຕອບໂຈດບັນຫາຂອງລູກຄ້າ
ບໍລິການອິນເຕີເນັດ
ບໍລິການຂໍ້ຄວາມສັ້ນ
ບໍລິການ SIM Card
ບໍລິການ International Roaming
ໃນຕອນເຊົ້າຂອງວັນທີ 20 ກຸມພາ 2026 ຢູ່ທີ່່ສໍານັກງານໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ນະຄອນຫຼວງວຽງຈັນ
ໄດ້ຈັດກອງປະຊຸມປະຈຳປີ 2025 ຂຶ້ນຢ່າງເປັນທາງການ,
ພາຍໃຕ້ການເປັນປະທານຂອງ ທ່ານ ສຸພົນ
ຈັນທະວີໄຊ ຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ,
ເລຂາຄະນະພັກຮາກຖານ, ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ປອ. ສັນຕິສຸກ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ
ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍແຂກທີ່ຖືກເຊີນ
ແລະ ຜູ້ແທນກອງປະຊຸມຈາກ ລລທ ສູນກາງ, ລລທ ສາຂາແຂວງທົ່ວປະເທດ,
ບໍລິສັດ T-Plus ແລະ ບໍລິສັດ ລາວ ໂມບາຍມັນນີ ຈຳກັດ ເຂົ້າຮ່ວມທັງໝົດ 274
ທ່ານ.
ໃນພິທີດັ່ງກ່າວ ທ່ານ ອາລຸນນະເດດ ບານຈິດ ຮອງເລຂາຄະນະພັກຮາກຖານ,
ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານການເຄື່ອນໄຫວວຽກງານດຳເນີນທຸລະກິດໃນປີ
2025 ແລະ ທິດທາງແຜນການໃນປີ 2026
ຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນທີ່ ລາວ ໂທລະຄົມ ສາມາດຍາດແຍ່ງມາໄດ້ໃນໜຶ່ງປີຜ່ານມາເປັນຕົ້ນແມ່ນ: ໄດ້ລົງທຶນຂະຫຍາຍຕາໜ່າງ ລະບົບໂທລະຄົມມະນາຄົມ ມີມູນຄ່າທັງໝົດ 17.78 ລ້ານໂດລາສະຫະລັດ;
ປັດຈຸບັນ ລລທ ມີສະຖານີມືຖື 2G, 3G, 4G, 4.5G ຄວບຄຸມພື້ນທີ່ປະຊາກອນທົ່ວປະເທດ ແລະ
ນອກຈາກນັ້ນຍັງມີ 5G ໃຫ້ບໍລິການຢູ່ບັນດາຕົວເມືອງໃຫຍ່ ແລະ ມີ FTTH ໃຫ້ບໍລິການທົ່ວປະເທດ.
ທັງໝົດເຫຼົ່ານັ້ນ ມັນໄດ້ກາຍເປັນປັດໃຈຫຼັກທີ່ພັກດັນໃຫ້ກຸ່ມບໍລິສັດ
ລາວ ໂທລະຄົມ
ສາມາດຂະຫຍາຍຖານລູກຄ້າໃໝ່
ແລະ ຮັກສາຈຳນວນລູກຄ້າເກົ່າໄວ້ໄດ້ຢ່າງໝັ້ນຄົງ, ມາຮອດປັດຈຸບັນມີລູກຄ້າໃຊ້ບໍລິການຕົວຈິງ MBB ແລະ FBB ຈໍານວນ
3.1 ລ້ານກ່ວາເລກໝາຍ; ໃນປີ 2025 ຜ່ານມາກຸ່ມບໍລິສັດສາມາດສ້າງລາຍຮັບໄດ້ທັງໝົດ 2,489.35 ຕື້ກີບ (ບໍ່ລວມອາກອນ),
ສາມາດປະຕິບັດພັນທະໃຫ້ລັດຖະບານໄດ້ທັງໝົດຈຳນວນ 586.16 ຕື້ກີບ, ນອກຈາກນັ້ນ ຍັງໄດ້ປັບປຸງລະບຽບ,
ນະໂຍບາຍສະຫວັດດີການສັງຄົມຕ່າງໆ ເພື່ອຍົກສູງລະດັບຊີວິດການເປັນຢູ່ຂອງພະນັກງານໃຫ້ດີຂຶ້ນເລື້ອຍໆ ໄປຄຽງຄູ່ກັບການດໍາເນີນທຸລະກິດຍັງໄດ້ປະກອບສ່ວນຊ່ວຍເຫຼືອ
ແລະ ໃຫ້ການອຸປະຖຳຕໍ່ອົງການຈັດຕັ້ງຂອງພັກ-ລັດ, ສັງຄົມ, ການສຶກສາ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ
XII ຂອງພັກ ລວມມູນຄ່າທັງໝົດ 6.62 ຕື້ກວ່າກີບ ແລະ ຍັງໄດ້ສືບຕໍ່ສະ ໜອງອຸປະກອນ ແລະ ສັນຍານອິນເຕີເນັດສຳລັບການຮຽນທາງໄກ, ກອງປະຊຸມທາງໄກຂອງອົງການຈັດຕັ້ງພັກ-ລັດຈຳນວນໜຶ່ງໃນມູນຄ່າ
11.5 ຕື້ກີບ.
ແຜນການປີ
2026 ນີ້, ລາວໂທລະຄົມ ຈະສູ້ຊົນຮັກສາຖານລູກຄ້າເກົ່າ ແລະ ສ້າງຖານລູກຄ້າໃໝ່,ຈະສ້າງລາຍຮັບເພີ່ມຂື້ນໃຫ້ໄດ້ຫຼາຍກວ່າ 2,600 ຕື້ກີບ
ແລະ ຄາດຄະເນວ່າຈະສາມາດປະຕິບັດພັນທະໃຫ້ລັດຖະບານຈຳນວນຫຼາຍກວ່າ
590 ຕື້ກີບ;
ນອກຈາກນັ້ນຈະໄດ້ສືບຕໍ່ລົງທຶນຫຼາຍລ້ານໂດລາສະຫະລັດ ເພື່ຶອສືບຕໍ່ປັບປຸງ ແລະ ຂະຫຍາຍເຄືອຂ່າຍການໃຫ້ບໍລິການດ້ານໂທລະຄົມ
ໂດຍສະເພາະແມ່ນ Mobile Broadband, Fixed
Broadband ແລະ Digital Platform ໃຫ້ຮັບປະກັນໃຫ້ແກ່ການບໍລິການລູກຄ້າທາງດ້ານປະລິມານ ແລະ ຄຸນນະພາບ, ຂໍ້ມູນມີຄວາມປອດໄພ ແລະ ເປັນລະບົບທັນສະໄໝເພື່ອຮັບປະກັນໃຫ້ແກ່ການບໍລິການສັງຄົມ
ທັງໝົດເຫຼົ່ານີ້ກໍ່ເພື່ອໃຫ້ບັນລຸຕາມແຜນຍຸດທະສາດ ແລະ ວິໄສທັດກ້າວໄປສູ່ຍຸກ
Lao Digital Life. ຕາມຄໍາຂັວນ ລາວໂທລະຄົມ ໂທລະຄົມຂອງຄົນລາວ
ເພື່ອສັງຄົມລາວ “We are Family”.
M moneyX
© Copyrights 2026 Lao Telecommunication Public Company All Rights Reserved