ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

 ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ດໍາເນີນໃນລະຫວ່າງວັນທີ 26-27 ສິງຫາ 2025, ທີ່ ສູນຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ພາຍໃຕ້ການເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ, ກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະຄຸ້ມຄອງອິນເຕີເນັດແຫ່ງຊາດ, ຜູ້ຊີ້ນໍາການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ປອ. ວິໄລວົງ ບຸດດາຄໍາ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຄະນະຮັບຜິດຊອບກອງປະຊຸມໃຫຍ່ຂັ້ນສູນກາງ, ມີສະຫາຍຮອງເລຂາ, ບັນດາສະຫາຍຄະນະປະຈໍາພັກ ແລະ ສະຫາຍເລຂາ/ປະທານ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມຮ່ວມເປັນຄະນະປະທານກອງປະຊຸມ. ນອກຈາກນີ້, ຍັງມີສະຫາຍກໍາມະການພັກກະຊວງ, ອະດີດເລຂາຄະນະພັກກະຊວງ, ອະດີດການນໍາ ຕະຫຼອດຮອດພະນັກງານອາວຸໂສບໍານານ, ບັນດາແຂກຜູ້ຕາງໜ້າຈາກກະຊວງ/ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມກອງປະຊຸມ. ໃນນີ້, ມີບັນດາສະຫາຍຜູ້ແທນສົມບູນ ຈໍານວນ 220 ສະຫາຍ, ຍິງ 72 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທັງໝົດ 799 ສະຫາຍ, ຍິງ 309 ສະຫາຍ ເຂົ້າຮ່ວມ.

 ກອງປະຊຸມຄັ້ງນີ້, ຜູ້ແທນກອງປະຊຸມ ໄດ້ມີຄວາມເປັນເອກະພາບສູງຕໍ່ເນື້ອໃນເອກະສານຮ່າງລາຍງານການເມືອງ, ຮ່າງແຜນພັດທະນາ 05 ປີຂອງຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກ ສະໄໝທີ II ທີ່ໄດ້ວິເຄາະວິໄຈ ແລະ ຕີລາຄາຢ່າງພາວະວິໄສ, ຖືກຕ້ອງ, ເລິກເຊິ່ງ, ສ່ອງແສງເຖິງຄວາມເປັນຈິງ ແລະ ເຫັນໄດ້ເຖິງສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້, ພ້ອມກັນນັ້ນ ກໍເປັນເອກະພາບກ່ຽວກັບທິດທາງ ແລະ ວິທີການແກ້ໄຂບັນຫາຕ່າງໆ ເພື່ອສາມາດປະຕິບັດໃນຊຸມປີຕໍ່ໜ້າ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປາກົດຜົນເປັນຈິງ. ນອກຈາກນີ້, ກອງປະຊຸມ ຍັງໄດ້ຮັບຟັງການປະກອບຄໍາເຫັນຈາກບັນດາສະຫາຍຜູ້ຕາງໜ້າໜ່ວຍພັກ ບັນດາກົມວິຊາການ, ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ຕາງໜ້າຄະນະພັກຮາກຖານລັດວິສາຫະກິດ ຈໍານວນໜຶ່ງ.

ກອງປະຊຸມໃຫຍ່ຄັ້ງນີ້, ຜູ້ແທນສົມບູນໄດ້ພ້ອມກັນໃຊ້ສິດປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານພັກ ຊຸດໃໝ່ ຈໍານວນ 23 ສະຫາຍ, ຍິງ 02 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ III ໄດ້ເປັນເອກະສັນເລືອກຕັ້ງເອົາ ຄະນະປະຈໍາພັກ ຈໍານວນ 07 ສະຫາຍເລືອກເອົາ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ, ສະຫາຍ ແກ້ວວິສຸກ ໂສລະພົມ ເປັນຮອງເລຂາຄະນະພັກ. ພ້ອມນີ້, ຍັງໄດ້ເລືອກເອົາ ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ເປັນປະທານກວດກາພັກ, ສະຫາຍ ນາງ ສຸພາລັກ ສີລາເພັດ ແລະ ສະຫາຍ ມັງກອນ ແກ້ວຄໍາດີ ເປັນຮອງປະທານກວດກາພັກ.

ສະຫາຍ ສຸພົນ ຈັນທະວີໄຊ  ຄະນະບໍລິຫານງານພັກກະຊວງ ຕສ, ເລຂາຄະນະພັກຮາກຖານ, ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ໄດ້ຖືກຄັດເລືອກເປັນຄະນະພັກ ກະຊວງ ຕສ ສະໄຫມທີ 2 ໃນກອງປະຊຸມໃຫ່ຍຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ.

ໂອກາດນີ້, ຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ຊຶ່ງໄດ້ສະແດງຄວາມເປັນຫ່ວງເປັນໄຍ, ຄວາມເອົາໃຈໃສ່ຢ່າງໃກ້ສິດ. ຄໍາໂອ້ລົມຂອງສະຫາຍເປັນທິດຊີ້ນໍາອັນສໍາຄັນໃຫ້ແກ່ຄະນະພັກ ແລະ ບັນດາຜູ້ແທນກອງປະຊຸມໃຫຍ່ ກໍຄື ທົ່ວສະມາຊິກພັກ-ພະນັກງານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອພ້ອມກັນສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າສູ່ຕົວຈິງໃນການສ້າງ ແລະ ປັບປຸງນິຕິກໍາ ຕິດພັນກັບການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ ແລະ ການສື່ສານ, ປັບປຸງກົນໄກວິທີການຄຸ້ມຄອງ, ນໍາໃຊ້ເຄື່ອງມືເຕັກໂນໂລຊີໃໝ່ທີ່ທັນສະໄໝເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ປະຕິບັດກົດລະບຽບພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດທີ່ກໍານົດໄວ້. ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ-ໜັກແໜ້ນ, ບໍາລຸງກໍ່ສ້າງພະນັກງານໃຫມີຄຸນນະພາບສູງ ເພື່ອຮອງຮັບໜ້າທີ່ການເມືອງໃນໄລຍະໃໝ່ເພື່ອກ້າວເຂົ້າສູ່ເສດຖະກິດດິຈິຕອນ ຢ່າງມີປະສິດທິຜົນສູງ.

 

ຂ່າວໂດຍ: ອະນຸກໍາມະການຂະບວນການ-ໂຄສະນາຂ່າວສານ