MmoneyX ຈັບມືກັບ VISA ເພື່ອຂັບເຄື່ອນດ້ານການເງິນດິຈິຕອນໃຫ້ກ້າວໄກກວ່າເກົ່າ ແລະ ສົ່ງເສີມການເຂົ້າເຖິງໂລກຂອງການເງິນດິຈິຕອນ ໃນ ສປປ ລາວ

ໃນບາດກ້າວທີ່ຖືກຈັບຕາເບິ່ງຢ່າງໃກ້ຊິດ ຂອງການພັດທະນາລະບົບການເງິນ E-Wallet ໃນ ສປປ ລາວ, ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ. ຜູ້ດຳເນີນງານ “ MmoneyX “ ແອັບພລິເຄຊັນດ້ານການເງິນດິຈິຕອນອັນດັບ1 ໃນ ສປປ ລາວ ໄດ້ເຂົ້າເຊັນສັນຍາຮ່ວມມືຢ່າງເປັນທາງການກັບ Visa ຂອງພັນທະມິດລະດັບສາກົນ ໃນການນຳພາປະຊາຊົນລາວເຂົ້າສູ່ໂລກຂອງການ “ໃຊ້ຈ່າຍທີ່ປອດໄພ ສະດວກ ແລະ ລໍ້າສະໄໝ”.

ການຮ່ວມມືຄັ້ງນີ້ບໍ່ແມ່ນມີພຽງແຕ່ຂໍ້ຕົກລົງທາງທຸລະກິດ ແຕ່ແມ່ນຈຸດເລີ່ມຂອງວິໄສທັດໃໝ່ໃນການພັກດັນສັງຄົມລາວສູ່ສັງຄົມທີ່ບໍ່ນຳໃຊ້ເງິນສົດ (Cashless Society) ແລະ ປະຊາຊົນທຸກກຸ່ມໄດ້ມີສິດເຂົ້າເຖິງບໍລິການທາງການເງິນຢ່າງສະເໝີພາບ.

ວັນທີ 31 ກໍລະກົດ 2025, ທີ່ ຮ່າໂນ້ຍ ສສ ຫວຽດນາມ “ MmoneyX ” ກະເປົາເງິນດິຈິຕອນອັນດັບ 1 ຂອງປະເທດລາວ ໄດ້ມີການຮ່ວມມືທາງຍຸດທະສາດ ກັບ “Visa” ຢ່າງເປັນທາງການ. ການເຊັນສັນຍາໃນຄັ້ງນີ້ ລົງນາມເຊັນໂດຍ ທ່ານ ອາລຸນນະເດດ ບານຈິດ ຜູ້ອຳນວຍການ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ (MmoneyX) ແລະ Ms. Dang Tuyet Dung, Country Manager Vietnam, Laos & Cambodia ເຂົ້າຮ່ວມເປັນສັກຂີພະຍານ ໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫ່ຍ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະຜູ້ບໍລິຫານ ລລທ ທ່ານ ນິວັດ ເຢັນກາຍ ຮອງຜູ້ອຳນວຍການໃຫຍ່ ຂະແໜງການຕະຫລາດ -ການຂາຍ ແລະ ທ່ານ ຈັນທະລາ ບຸນນະຜົນ ຮອງຜູ້ອຳນວຍການຂະແໜງ ການຕະຫລາດ ການຂາຍ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ, ໂດຍການເຊັນສັນຍາ ໃນຄັ້ງນີ້ ເພື່ອເປັນການເຊື່ອມ MmoneyX ເຂົ້າເປັນ ຄູ່ຮ່ວມທຸລະກິດທາງຍຸດທະສາດ ກັບ Visa ຢ່າງເປັນທາງການ ເພື່ອສ້າງຄວາມເຂົ້າເຖິງການໃຊ້ຈ່າຍທີ່ປອດໄພ ສະດວກ ແລະ ທັນສະໄໝໃນ ສປປ ລາວ ເຊິ່ງຂໍ້ຕົກລົງຄວາມຮ່ວມມືຄັ້ງນີ້ ຖືກຈັດຂື້ນໂດຍມີຈຸດປະສົງເພື່ອເຂົ້າຫາແນວທາງ ຄວາມຮ່ວມມືດ້ານ:

- ການຮ່ວມມືໃນການຂະຫຍາຍການເຂົ້າເຖິງບໍລິການທາງການເງິນໂດຍການນຳທາງເລືອກການຊຳລະເງິນດິຈິຕອນ ສຳລັບປະຊາຊົນທີ່ຍັງບໍ່ໄດ້ມີບັນຊີທະນາຄານ ຫຼື ຂາດການເຂົ້າເຖິງບໍລິການທາງການເງິນ.

- ຮ່ວມມືໃນການນຳລະບົບຊຳລະເງິນຂອງ Visa ເຂົ້າມາປະສົມປະສານໃນແພລດຟອມ MmoneyX ເພື່ອສະໜອງທາງເລືອກທີ່ປອດໄພ ແລະ ສະດວກ ໃນການເຮັດທຸລະກຳຫຼາຍຮູບແບບ ເຊັ່ນ: ການສະແກນຈ່າຍຕ່າງໆ, ຈ່າຍສິນຄ້າຕາມຮ້ານຄ້າ, ເຕີມເງິນໂທລະສັບ, ບໍລິການທາງການເງິນດິຈິຕອນ ແລະ ອື່ນໆ...

- ພັດທະນາລະບົບໄປສູ່ຄວາມເປັນໄປໄດ້ໃນການເປີດຕົວບັດ Co-branded ກັບ Visa ເພື່ອຂະຫຍາຍຂີດຄວາມສາມາດໃນການເຂົ້າເຖິງສິນເຊື່ອ ທັງສຳລັບຜູ້ໃຊ້ລາຍບຸກຄົນ ແລະ ທຸລະກິດ ໂດຍມີເປົ້າໝາຍເພື່ອເພີ່ມຄວາມຍືດຍຸ່ນດ້ານການເງິນ ແລະ ສົ່ງເສີມການເຕີບໂຕຂອງເສດຖະກິດພາຍໃນຊຸມຊົນ.

- ພັດທະນາການນຳໃຊ້ບໍລິການຮັບເງິນ ໂອນເຂົ້າຈາກຕ່າງປະເທດໄດ້ໂດຍກົງເຂົ້າ Wallet ຂອງແອັບ MmoneyX ເພື່ອໃຫ້ການ ຮັບ-ສົ່ງ ເງິນຂອງປະຊາຊົນລາວທີ່ເຮັດວຽກຢູ່ຕ່າງປະເທດເປັນໄປຢ່າງງ່າຍດາຍ ແລະ ປອດໄພ ເຊິ່ງເປັນອີກໜຶ່ງວິທີອຳນວຍຄວາມສະດວກ ໃຫ້ແກ່ປະຊາຊົນລາວນຳໃຊ້ແອັບ MmoneyX ສາມາດໂອນເງິນຕ່າງປະເທດໄດ້.

- ນຳໃຊ້ປະໂຫຍດຈາກເຕັກໂນໂລຊີໃໝ່ຂອງ Visa ປະສົມປະສານກັບແພລດຟອມ MmoneyX ເພື່ອສ້າງປະສົບການທີ່ສະດວກ ແລະ ຄົບວົງຈອນໃຫ້ທັງນັກທ່ອງທ່ຽວ ແລະ ປະຊາຊົນທ້ອງຖິ່ນ ຕັ້ງແຕ່ການຈ່າຍເງິນຕາມຮ້ານຄ້າ ໄປຈົນເຖິງການໃຊ້ບໍລິການທາງການເງິນດິຈິຕອນ, ການປະສົມປະສານນີ້ມີເປົ້າໝາຍເພື່ອເຮັດໃຫ້ການຈ່າຍເງິນໃນລາວສະດວກ ສະບາຍຂຶ້ນ ແລະ ສ້າງຄວາມພຶງພໍໃຈໃຫ້ກັບຜູ້ໃຊ້.

- ພັດທະນາການນຳເຂົ້າ Visa Pay ເພື່ອໃຫ້ຜູ້ໃຊ້ສາມາດຈ່າຍເງິນໄດ້ທົ່ວໂລກ ຜ່ານການສະແກນ QR ຫຼື ເຮັດທຸລະກຳໃນລະບົບ E-Commerce ຢ່າງສະດວກຫຼາຍຂຶ້ນ.

ຄວາມຮ່ວມມືນີ້ແມ່ນຫຼັກສຳຄັນທີ່ສະທ້ອນໃຫ້ເຫັນການເຄື່ອນໄຫວຂອງ MmoneyX ໃນການຂັບເຄື່ອນການເງິນດິຈິຕອນ ແລະ ການຮ່ວມມືກັບພັນທະມິດທີ່ມີຄວາມເຊື່ອຖືດ້ານການເງິນລະດັບໂລກ ເພື່ອສ້າງໂອກາດໃຫ້ປະຊາຊົນລາວໄດ້ເຂົ້າເຖິງບໍລິການທີ່ມີມາດຕະຖານ ປອດໄພ ແລະ ທັນສະໄໝຫຼາຍຂຶ້ນ.

ພວກເຮົາ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ຢາກໃຫ້ປະຊາຊົນລາວຮູ້ສຶກວ່າການໃຊ້ MmoneyX ບໍ່ແມ່ນເລື່ອງຊັບຊ້ອນ ຫຼື ເປັນຂໍ້ຫຍຸ້ງຍາກ ແຕ່ເປັນເຄື່ອງມືຂອງທຸກຄົນ ເພື່ອໃຫ້ຊີວິດງ່າຍ ເງິນປອດໄພ ແລະ ການໃຊ້ຈ່າຍໄປບ່ອນໃດໆກໍ່ໄດ້”

ໃນອະນາຄົດອັນໃກ້ນີ້ ຄວາມຮ່ວມມືນີ້ຈະຊ່ວຍໃຫ້ຜູ້ໃຊ້ MmoneyX:

- ສາມາດຮັບເງິນຈາກຕ່າງປະເທດໄດ້ງ່າຍຂຶ້ນ.

- ເຮັດທຸລະກຳຊຳລະເງິນໄດ້ທົ່ວໂລກ.

- ເຂົ້າຮ່ວມໂຄງການສົ່ງເສີມສິດທິທາງການເງິນ.

- ມີບັດ Co-branded ກັບ Visa ເພື່ອໃຊ້ຈ່າຍສະຖານທີ່ໃດກໍ່ໄດ້.

MmoneyX ເຊື່ອວ່າ "ການເງິນທີ່ດີ ຈະເຮັດໃຫ້ຊີວິດຄົນລາວດີຂື້ນໄດ້ຈິງ" ແລະ ພວກເຮົາກຳລັງເຮັດໃຫ້ມັນເກີດຂື້ນແລ້ວ