ບຸກຄົນ
ອິນເຕີເນັດມີສາຍຄວາມໄວສູງ
ບໍລິການ ໂທສັບພື້ນຖານ ຕັ້ງໂຕະ & ວິນໂຟນ
ບໍລິການເສິມ-ແອັບພິເຄຊັນ
ກ່ຽວກັບ ລາວໂທລະຄົມ
ຕິດຕໍ່ ລາວໂທລະຄົມ
ອົງກອນ
ການຕອບໂຈດບັນຫາຂອງລູກຄ້າ
ບໍລິການອິນເຕີເນັດ
ບໍລິການຂໍ້ຄວາມສັ້ນ
ບໍລິການ SIM Card
ບໍລິການ International Roaming
ວັນທີ
7 ເດືອນ ກໍລະກົດ 2025 ທ່ານ ດາວວີ ວົງໄຊ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ
ລາວ ປະຈໍາອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ ເຊີແນວ ແລະ ທ່ານ
ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫ່ຍ ບໍລິສັດ ລາວໂທລະຄົມ ມະຫາຊົນ
ພ້ອມດ້ວຍຄະນະຜູ້ບໍລິຫານ ທ່ານ ນິວັດ ເຢັນກາຍ ຮອງຜູ້ອຳນວຍການໃຫຍ່ ຂະແໜງການຕະຫລາດ
ການຂາຍ ແລະ ທ່ານ ຈັນທະລາ ບຸນນະຜົນ
ຮອງຜູ້ອຳນວຍການຂະແໜງ ການຕະຫລາດ ການຂາຍ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ
ໃນການຂື້ນຮັບລາງວັນ WISIS Prizes 2025
ໃນຄັ້ງນີ້ ເປັນລາງວັນນານາຊາດ ທີ່ຈັດຂຶ້ນໂດຍ ITU (International Telecommunication Union) ເພື່ອສະໜັບສະໜູນໂຄງການ ແລະ ນະວັດຕະກຳທາງດ້ານດິຈິຕອນ
ທີ່ຊ່ວຍເສີມສ້າງການພັດທະນາຢ່າງຍືນຍົງ (SDGs - Sustainable Development
Goals) ເຊີ່ງໃນການຮັບລາງວັນ WISIS Prizes 2025
ໃນຄັ້ງນີ້ແມ່ນເພື່ອ ສະແດງໃຫ້ເຫັນເຖີງຄວາມກ້າວກະໂດດ ການເຕີບໂຕຂອງ ແອັບ ກະເປົາເງິນ
ອີເລັກໂທຣນິກໃນລາວ “ເອັມມັນນີເອັກສ” ດ້ວຍຄວາມກ້າວໜ້າ
ດ້ານການຂະຫຍາຍການບໍລິການທາງດ້ານທຸລະກຳດ້ານການເງິນ
ເຊັ່ນ: (ການຊໍາລະ, ໂອນເງິນເຂົ້າ-ອອກ, ຈ່າຍໃບບິນ, ຈ່າຍພາສີ, ຈ່າຍປະກັນສັງຄົມ ແລະ ອື່ນໆ…)
ໃຫ້ແກ່ປະຊາຊົນຫຼາຍລ້ານຄົນທີ່ບໍ່ສາມາດເຂົ້າເຖິງການເປີດນຳໃຊ້ບັນຊີທະນາຄານ.
ໂດຍແອັບ
ເອັມມັນນີເອັກສ ໄດ້ມີການພັກດັນເຮັດໃຫ້ບໍລິການທາງດ້ານການເງິນທີ່ເປັນ Unbanked ໃຫ້ກັບປະຊາຊົນທີ່ບໍ່ສາມາດເຂົ້າເຖິງບໍລິການທະນາຄານ
ຫຼື ບໍລິສັດການເງິນ ໃຫ້ມີໂອກາດໃນການເຂົ້າເຖິງ-ເຂົ້າຮ່ວມໃນກິດຈະກໍາທາງດ້ານການເງິນ
ເພື່ອຂະຫຍາຍເສດຖະກິດໃຫ້ກວ້າງຂວາງພາຍໃນປະເທດ ແລະ
ປັບປຸງຄວາມໝັ້ນຄົງພື້ນຖານທາງດ້ານການເງິນໃຫ້ເຂັ້ມແຂງ ແລະ ເອັມມັນນີເອັກສ
ໄດ້ວາງແຜນສຳລັບອະນາຄົດຂ້າງໜ້າເພື່ອສະໜອງດ້ານທຸລະກຳທາງການເງິນ
ບໍ່ວ່າຈະເປັນທາງດ້ານສິນເຊື່ອຈຸລະພາກໃຫ້ແກ່ຄອບຄົວ ແລະ ບຸກຄົນໃນເວລາທີ່ຈໍາເປັນ,
ໂດຍສະເພາະສໍາລັບຜູ້ທີ່ບໍ່ສາມາດເຂົ້າເຖິງການບໍລິການທະນາຄານ ຫຼື
ການບໍລິການກູ້ຢືມແບບທະນາຄານ.
ສຳລັບ
ເອັມມັນນີເອັກສ ໄດ້ຕຽມຄວາມພ້ອມ ແລະ
ດຳເນີນການຢ່າງຄົບຖ້ວນຕາມລະບຽບກົດໝາຍທາງການເງິນທັງໝົດທີ່ວາງອອກ ແລະ
ຍັງໄດ້ເຂົ້າຮ່ວມເປັນສະມາຊິກ LAPNET ເປັນ Platform ການຈ່າຍເງິນອິເລັກໂທຣນິກ (e-payment)
ທີ່ຖືກສ້າງຂຶ້ນໂດຍ ທະນາຄານແຫ່ງ ສປປ ລາວ (BOL) ເພື່ອເປັນລະບົບກາງໃນການປະສານງານລະຫວ່າງ ທະນາຄານພານິດຕ່າງໆ, ແອັບກະເປົາເງິນດິຈິຕອນ (E-Wallet) ຫຼື
ຜູ້ໃຫ້ບໍລິການຈ່າຍເງິນດິຈິຕອນ ເຊິ່ງລູກຄ້າ ເອັມມັນນີເອັກສ
ສາມາດໄດ້ຮັບຜົນປະໂຫຍດຈາກການບໍລິການທາງດ້ານການເງິນທັງໝົດໂດຍບໍ່ຈໍາເປັນຕ້ອງເປີດບັນຊີທະນາຄານ.
ໃນປີ
2024 ຈໍານວນຜູ້ສະໝັກໃຊ້ “ M moneyX “
ເພີ່ມຂື້ນຈາກ 300,000 ຄົນ ເປັນ 800,000 ຄົນ ແລະ ຄາດວ່າຈະເພີ່ມຂຶ້ນເປັນ 1,100,000 ຄົນ ພາຍໃນປີ 2025 ດ້ວຍການເຂົ້າເຖິງທີ່ມີຂໍ້ຈກັດຂອງທະນາຄານໃນບາງຂົງເຂດ
ເຮັດໃຫ້ ເອັມມັນນີເອັກສ ສາມາດເຂົ້າເຖິງລູກຄ້າໄດ້ງ່າຍ ພຽງແຕ່ມີສັນຍານ ອິນເຕີເນັດ
ກໍສາມາດເຮັດທຸລະກຳທາງດ້ານການເງິນຕ່າງໆໃນແອັບດຽວດ້ວຍຄວາມສະດວກ ສະບາຍ ແລະ ປອດໄພ
ໂດຍສະເພາະຢູ່ເຂດຊົນນະບົດໄດ້ເຂົ້າເຖິງການບໍລິການດ້ານການເງິນ, ດັ່ງນັ້ນ ກະເປົາເງີນ ອີເລັກໂທຣນິກ M moneyX ຈະມາຕອບໂຈດການເຂົ້າເຖີງການເງິນໃຫ້ໄດ້ທົ່ວເຖີງ
ເພື່ອເສດຖະກິດທີ່ໝັ້ນຄົງ ແລະ ການກະຕຸ້ນຊິວິດການເປັນຢູ່ຂອງ ພໍ່ແມ່ ປະຊາຊົນລາວ
ໄດ້ດີຍິ່ງຂື້ນ.
© Copyrights 2024 Lao Telecommunication Public Company All Rights Reserved