ບຸກຄົນ
ອິນເຕີເນັດມີສາຍຄວາມໄວສູງ
ບໍລິການ ໂທສັບພື້ນຖານ ຕັ້ງໂຕະ & ວິນໂຟນ
ບໍລິການເສິມ-ແອັບພິເຄຊັນ
ກ່ຽວກັບ ລາວໂທລະຄົມ
ຕິດຕໍ່ ລາວໂທລະຄົມ
ອົງກອນ
ການຕອບໂຈດບັນຫາຂອງລູກຄ້າ
ບໍລິການອິນເຕີເນັດ
ບໍລິການຂໍ້ຄວາມສັ້ນ
ບໍລິການ SIM Card
ບໍລິການ International Roaming
ທ່ານ ສຸພົນ
ຈັນທະວີໄຊ ຄະນະບໍລິຫານງານພັກ ກະຊວງ ຕສ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການໃຫຍ່ບໍລິສັດ
ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມຄະນະໄດ້ມອບເງິນ 300 ລ້ານກີບ
ສະໜັບສະໜູນ ຊຸກຍູ້ສົ່ງເສີມງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV ແລະ ກະກຽມເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ XIV, ໃນວັນທີ 7 ພຶດສະພາ 2025 ທີ່ກະຊວງແຮງງານ
ແລະ ສະຫວັດດີການ-ສັງຄົມ, ເປັນກຽດຮັບໂດຍ ທ່ານນາງ ໃບຄໍາ
ຂັດທິຍະ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການ-ສັງຄົມ
ພ້ອມດ້ວຍຄະນະພັກ-ຄະນະນຳກະຊວງເຂົ້າຮ່ວມ.
ທ່ານນາງ ໃບຄຳ ຂັດທິຍະ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ທ່ານ
ສຸພົນ ຈັນທະວີໄຊ ພ້ອມຄະນະທີ່ໄດ້ປະກອບສ່ວນຊຸກຍູ້ເຂົ້າໃນການແຂ່ງຂັນສີມືແຮງງານໃນຄັ້ງນີ້,
ເພື່ອກະຕຸ້ນການພັດທະນາທ່າແຮງຄວາມສາມາດຂອງແຮງງານນໍາໄປສູ່ການສ້າງມູນຄ່າເພີ່ມທາງດ້ານເສດຖະກິດ
ແລະ ການແຂ່ງຂັນຂອງປະເທດໃນເວທີ ພາກພື້ນ ແລະ ສາກົນ ລວມທັງເປັນເວທີໃຫ້ໄວໜຸ່ມ, ນັກຮຽນວິຊາຊີບໄດ້ສະແດງຄວາມສາມາດດ້ານທັກສະສີມືແຮງງານໃນເວທີການແຂ່ງຂັນ,
ການແຂ່ງຂັນສີມືແຮງງານຖືເປັນເວທີໃຫ້ຊາວໜຸ່ມ, ກຳມະກອນລາວບັນດາເຜົ່າໄດ້ສະແດງອອກທາງດ້ານຄວາມຮູ້,
ຄວາມສາມາດ, ທັກສະສີມື
ທັງເປັນການຊຸກຍູ້ສົ່ງເສີມໃຫ້ບັນດາຊາວໜຸ່ມເຫັນຄວາມສຳຄັນໃນການຝຶກວິຊາຊີບ ແລະ
ພັດທະນາສີມືແຮງງານໃຫ້ຫຼາຍຂຶ້ນ.
ກູ່ມບໍລິສັດ ລາວ ໂທລະຄົມ ມີຄວາມພາບພຸ່ມໃຈໃນການສ້າງສາພັດທະນາອາຊີບຂອງຄົນລາວ
ເພື່ອສ້າງມູນຄ່າເພີ່ມໃຫ້ຄົນລາວເຮົາທຽບເທົ່າສາກົນ ລາວ ໂທລະຄົມ ຈະສືບຕໍ່ໃຫ້ການສະໜັບ
ສະໜູນໃນແຕ່ລະດ້ານ ແລະ ພ້ອມຢູ່ຄຽງຂ້າງສັງຄົມລາວ ດັ່ງຄຳຂວັນທີ່ວ່າ “ ລາວ ໂທລະຄົມ ໂທລະຄົມຂອງຄົມລາວ ເພື່ອສັງຄົມລາວ We are Family”
© Copyrights 2024 Lao Telecommunication Public Company All Rights Reserved