ງານສັບປະດາດິຈິຕອນລາວ Lao Digital Week 2025 ກຸ່ມ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ເປີດໂຕ Super App Super X ຢ່າງເປັນທາງການ.

ໃນຕອນເຊົ້າ ຂອງວັນທີ 2 ເມສາ 2025 ທີ່ຫໍປະຊຸມແຫ່ງຊາດ (ຫຼັກ 6), ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດງານສັບປະດາດິຈິຕອນລາວ 2025 ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ມີທ່ານ ປະເສີດ ຈັນທະຣະຣວງທອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງດິຈິຕອນເພື່ອເສດຖະກິດ ແລະ ສັງຄົມ ແຫ່ງຣາຊະອານາຈັກໄທ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທ່ານເຈົ້າແຂວງ, ຮອງເຈົ້າແຂວງ, ເຈົ້ານະຄອນ, ບັນດາຄະນະກົມ/ທຽບເທົ່າ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍ ບັນດາຫົວໜ້າ/ຮອງຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ສານ ທົ່ວປະເທດ, ຜູ້ອໍານວຍການໃຫຍ່ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະ, ຕາງໜ້າຂອງແຕ່ລະບໍລິສັດ, ບັນດາທ່ານແຂກຜູ້ທີ່ມີກຽດທັງພາຍໃນ ແລະ ຕ່າງປະເທດ, ບັນດາສື່ມວນຊົນທຸກຂະແໜງການ, ກໍ່ໄດ້ເຂົ້າຮ່ວມໃນງານຄັ້ງນີ້ດ້ວຍ.

ໃນໂອກາດວັນສໍາຄັນດັ່ງກ່າວ ກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີເປີດໃຫ້ບໍລິການ Mmoney X Super App Super X ເຊິ່ງເປັນບາດກ້າວໃໝ່ ສຳລັບ Fintech (ເອັມມັນນີເອັກສ ກະເປົາເງິນເທິງມືຖື) ຄັ້ງທຳອິດໃນ ສປປ ລາວ, ຊຶ່ງເປັນການລວມແອັບພຼີເຄຊັ່ນທາງດ້ານການເງິນ (Mmoney X) ແລະ ແອັບພຼີເຄຊັ່ນດ້ານໂທລະຄົມ (M-Service ແລະ My T-Plus) ເຂົ້າດ້ວຍກັນ ເພື່ອຍົກລະດັບ Fintech ໃນ ສປປ ລາວ ໃຫ້ກາຍເປັນ Platform ກະເປົາເງິນດິຈິຕອນທີ່ຄົບວົງຈອນ.

ນອກນີ້, ກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຍັງໄດ້ນຳເອົາເຕັກໂນໂລຊີໃໝ່ໆມາວາງສະເເດງ ເຊັ່ນ: LTC Solutions Service HR Platform, Cloud service, Contact Center, Service Management ແລະ ເຕັກໂນໂລຊີດ້ານ IOT, SpaceTech, AI ຈາກຄູ່ຮ່ວມທຸລະກິດຂອງ ລາວ ໂທລະຄົມ ເຊັ່ນ: ບໍລິສັດ ໄທຄົມ ຈໍາກັດ (ມະຫາຊົນ), ບໍລິສັດ ແອັດວານ ອິນໂຟ ເຊີວິດ (AIS), ບໍລິສັດ ຫົວເວີຍ, ບໍລິສັດ ZTE, ມະຫາວິທະຍາໄລຂອນແກ່ນ (KKU) ແລະ Makerbox Lao; ກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຍັງສືບຕໍ່ມຸ່ງໝັ້ນໃນການພັດທະນາ ນໍາເອົາເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ໆ ເຂົ້າມາຮັບໃຊ້ສັງຄົມລາວ ເພື່ອເປັນການປະກອບສ່ວນໃນການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມຮຸ່ງເຮືອງສີວິໄລ, ທັນສະໄໝໃນຍຸກດິຈິຕອນ ພ້ອມທັງຢູ່ຄຽງຂ້າງກັບສັງຄົມລາວ.