ບຸກຄົນ
ອິນເຕີເນັດມີສາຍຄວາມໄວສູງ
ບໍລິການ ໂທສັບພື້ນຖານ ຕັ້ງໂຕະ & ວິນໂຟນ
ບໍລິການເສິມ-ແອັບພິເຄຊັນ
ກ່ຽວກັບ ລາວໂທລະຄົມ
ຕິດຕໍ່ ລາວໂທລະຄົມ
ອົງກອນ
ການຕອບໂຈດບັນຫາຂອງລູກຄ້າ
ບໍລິການອິນເຕີເນັດ
ບໍລິການຂໍ້ຄວາມສັ້ນ
ບໍລິການ SIM Card
ບໍລິການ International Roaming
ໃນຕອນເຊົ້າ ຂອງວັນທີ 4 ຕຸລາ 2024 ທີ່ຫ້ອງການສະພາການຄ້າ ແລະ
ອຸດສາຫະກຳ ແຫ່ງຊາດລາວ ໄດ້ຈັດ
ພິທີເຊັນສັນຍາການສະໜັບສະໜູນການເປັນເຈົ້າພາບຮ່ວມຈັດກອງປະຊຸມສຸດຍອດທຸລະກິດ ແລະ
ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ບໍລິສັດ
ລາວໂທລະຄົມມະນາຄົມ ມະຫາຊົນ, ໃຫ້ກຽດລົງນາມເຊັນສັນຍາດັ່ງກ່າວໂດຍ
ທ່ານ ດາວວອນ ພະຈັນທະວົງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ
ແຫ່ງຊາດລາວ ແລະ ທ່ານ ສຸພົນ ຈັນທະວີໄຊ, ຜູ້ອຳນວຍການໃຫຍ່
ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະ, ເຊິ່ງລວມມູນຄ່າສະໜັບສະໜູນທັງຫມົດ
110,000,000 ກີບ (ໜຶ່ງຮ້ອຍສິບລ້ານກີບ).
ກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ
ໃຫ້ຄວາມສໍາຄັນດ້ານການສະໜັບສະໜູນບັນດາກອງປະຊຸມທີ່ສໍາຄັນຕ່າງໆຂອງປະເທດຊາດ
ເພື່ອເປັນສ່ວນໜຶ່ງໃນການປະກອບສ່ວນເຂົ້າໃນວຽກງານການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ
ສປປ ລາວ ໃຫ້ມີຄວາມເຂັ້ມແຂງ ແລະ ຍື່ນຍົງ, ລາວໂທລະຄົມ
ຈະສືບຕໍ່ໃຫ້ການສະໜັບ ສະໜູນໃນແຕ່ລະດ້ານ ແລະ ພ້ອມຢູ່ຄຽງຂ້າງສັງຄົມລາວ
ດັ່ງຄໍາຂັວນທີ່ວ່າ “ລາວ ໂທລະຄົມ ໂທລະຄົມ ຂອງຄົນລາວ ເພື່ອສັງຄົມລາວ”.
© Copyrights 2024 Lao Telecommunication Public Company All Rights Reserved