ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.

ໃນວັນທີ 14/09/2024 ຜ່ານມານີ້ ຄະນະຜູ້ບໍລິຫານ ແລະ ພະນັກງານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ສາຂາແຂວງ ໄດ້ລົງພື້ນທີ່ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນຄັ້ງນີ້ ເປັນຕົ້ນ:
- ແຂວງ ຫລວງນໍ້າທາ ມູນຄ່າຊ່ວຍເຫຼືອ 35,880,000ກີບ
- ແຂວງ ຫລວງພະບາງ ມູນຄ່າຊ່ວຍເຫຼືອ 5,000,000ກີບ
- ແຂວງບໍ່ແກ້ວ ມູນຄ່າຊ່ວຍເຫລືອ 20,000,000ກີບ
-
ເເຂວງ ອຸດົມໄຊ ມູນຄ່າຊ່ວຍເຫຼືອ 22,000,000ກີບ
ນອກຈາກນີ້, ລາວ ໂທລະຄົມ ຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນດ້ານຕ່າງໆ ເພື່ອເປັນອີກຫນຶ່ງກໍາລັງແຮງໃນການສະຫນັບສະຫນູນ, ຊ່ວຍເຫລືອ ແລະ ສົ່ງກໍາລັງໃຈໃຫ້ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບໃນຄັ້ງນີ້.
ລາວ ໂທລະຄົມ ພ້ອມຈະຢູ່ຄຽງຂ້າງປະຊາຊົນລາວ, ສັງຄົມລາວ ເພື່ອຜ່ານວິກິດການໃນຄັ້ງນີ້.