ກຸ່ມບໍລິສັດ ລາວ ໂທລະຄົມ ຮ່ວມງານ Lao Festival 2024 ເພື່ອສົ່ງເສີມວັດທະນາທຳ - ຮີດຄອງປະເພນີ ລະຫວ່າງປະຊາຊົນລາວ ແລະ ຍີ່ປຸ່ນ ທີ່ກຸງໂຕກຽວ ປະເທດຍີ່ປຸ່ນ.

ງານ Lao Festival 2024 ຈັດຂື້ນລະຫວ່າງວັນທີ 25-26 ພຶດສະພາ 2024, ໂດຍ ຈຸດປະສົງຂອງການຈັດງານນີ້ແມ່ນເພື່ອ ສົ່ງເສີມ - ແລກປ່ຽນທາງດ້ານວັດທະນະທຳ - ຮີດຄອງປະເພນີ ລະຫວ່າງປະຊາຊົນລາວ ແລະ ຍີ່ປຸ່ນ, ພ້ອມທັງເປັນການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ອີກດ້ວຍ.
ງານດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ນ. Shinako Tsuchiya ລັດຖະມົນຕີ ກະຊວງ ຟື້ນຟູ, ປະທານສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຍີ່ປຸ່ນ ພ້ອມດ້ວຍຄະນະ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະອຳນວຍການ, ຫົວຫນ້າຝ່າຍ ແລະ ທີມວິຊາການ, ໂດຍໃນງານຄັ້ງນີ້ ກຸ່ມບໍລິສັດ ລາວ ໂທລະຄົມ ໄດ້ນຳເອົາຜະລິດຕະພັນ ມາວາງສະແດງ ໃຫ້ແຂກໄດ້ຊົມ ແລະ ສຳຜັດປະສົບການພິເສດເຊັ່ນ: Tourist SIM, ເສື້ອກິລາ T Plus ທີ່ມີລາຍເຊັນຈາກນັກເຕະ ດ໊ອດມູນ ແລະ VR ຈຳລອງສະຖານທີ່ທ່ອງທ່ຽວ ໃນຮູບແບບ 3D ເພື່ອເປັນການປະຊາສຳພັນ ແຫຼ່ງທ່ອງທ່ຽວທີ່ສວຍງາມຂອງປະເທດລາວ, ພ້ອມດຽວກັນນັ້ນ ກຸ່ມ ບໍລິສັດ ລາວ ໂທລະຄົມ ຍັງໄດ້ນຳເອົາເຄື່ອງທີລະນຶກ ເຊັ່ນ: ຖົງຜ້າ ລາວ ໂທລະຄົມ, ຖົງຜ້າ M Money ແລະ ອີກຫຼາຍໆຢ່າງ ເພື່ອມາມອບແກ່ຜູ້ເຂົ້າມາຢ້ຽມຊົມທີ່ຮ້ານວາງສະແດງຂອງກຸ່ມບໍລິສັດ ລາວ ໂທລະຄົມ ດ້ວຍ.