ຄະນະສະຫະພັນກໍາມະບານ ລລທ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VI

ໃນຕອນເຊົ້າຂອງວັນທີ 14 ມີນາ 2024 ນີ້, ໄດ້ເປີດກອງປະຊຸມໃຫຍ່ ຄະນະສະຫະພັນກໍາມະບານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄັ້ງທີ VI ທີ່ສໍານັກງານໃຫ່ຍ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ສຸດໃຈ ພິມມະສີ ຄະນະບໍລິຫານງານສູນກາງກໍາມະບານລາວ, ປະທານສະຫະພັນກໍາມະບານ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ), ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກກະຊວງ ຕສ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການໃຫຍ່ ລລທ, ພ້ອມດ້ວຍ ປະທານ 3 ອົງການຈັດຕັ້ງ ລລທ ແລະ ບັນດາແຂກທີ່ມີກຽດ, ຜູ້ແທນກອງປະຊຸມ ເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ສຸກັນ ຄູນປະເສີດ ຮອງປະທານສະຫະພັນກໍາມະບານ ລລທ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ສະຫຼຸບການເຄື່ອນໄຫວວຽກງານ ຂອງຄະນະສະຫະພັນກໍາມະບານ ລລທ ໃນໄລຍະ 5 ປີ (2019-2023) ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ (2024 - 2029). ຊຶ່ງໃນໄລຍະ 05 ປີຜ່ານມາ ຄະນະສະຫະພັນກໍາມະບານ ລລທ ສາມາດຍາດໄດ້ຫຼາຍຜົນງານອັນພົ່ນເດັ່ນ ເປັນຕົ້ນແມ່ນ: ໄດ້ເອົາໃຈໃສ່ປະສານສົມທົບກັບ ສະຫະພັນກໍາມະບານ ກຕສ, ຄະນະພັກ - ຄະນະນໍາອົງການຈັດຕັ້ງ ແລະ ພາກສ່ວນກ່ຽວຂ້ອງຕ່າງໆໃນການສ້າງພະນັກງານນໍາພາ - ຄຸ້ມຄອງ ແລະ ພະນັກງານວິຊາການ ໃນແຕ່ລະຕຳແໜ່ງງານ, ພ້ອມທັງ ສ້າງເງື່ອນໄຂໃຫ້ອ້າຍເອື້ອຍນ້ອງພະນັກງານ ໄດ້ເຂົ້າຮ່ວມຝຶກອົບຮົມຫຼັກສູດ, ບຳລຸງວຽກງານວິຊາສະເພາະໄລຍະສັ້ນ ຢູ່ທັງພາຍໃນ ແລະ ຕ່າງປະເທດ ແລະ ບໍາລຸງທິດສະດີ ການເມືອງ-ການປົກຄອງ, ບຳລຸງພາສາຕ່າງປະເທດ, ຍົກລະດັບຄວາມຮູ້ຄວາມສາມາດ ທາງດ້ານວິຊາສະເພາະ, ໄດ້ເອົາໃຈໃສ່ໃນການເປັນຕົວແທນສະມາຊິກກໍາມະບານ ເຂົ້າຮ່ວມກອງປະຊຸມສໍາຄັນຕ່າງໆ ປະກອບຄໍາເຫັນໃສ່ ຂໍ້ກໍານົດກົດລະບຽບຕ່າງໆ ທີ່ພົວພັນເຖິງການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດຂອງອ້າຍເອື້ອຍນ້ອງພະນັກງານ ກໍາມະກອນ ກໍຄື ສະຫະພັນກໍາມະບານກະຊວງຮ່າງຂຶ້ນ ເພື່ອເປັນການປົກປ້ອງຄຸ້ມຄອງ ແລະ ໃຫ້ສະຫວັດດີການແກ່ພະນັກງານ, ໄດ້ເອົາໃຈໃສ່ຕໍ່ການປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຕາມຄໍາຂວັນ ຂອງສູນກາງສະພະພັນກໍມະບານລາວ ( ເປັນເຈົ້າການ ຝຶກຝົນຫຼໍ່ຫຼອມທາງດ້ານການເມືອງ - ແນວຄິດ, ເປັນເຈົ້າການ ປະຕິບັດກົດໝາຍ ແລະ ລະບຽບຂອງລັດ, ເປັນເຈົ້າການ ພັດທະນາຕົນເອງ ແລະ ການຈັດຕັ້ງ, ເປັນເຈົ້າການ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ, ເປັນເຈົ້າການ ປະຕິບັດໜ້າທີ່ວິຊາສະເພາະຢ່າງປະດິດສ້າງ ) ວາງອອກ, ໄດ້ຖືເອົາວຽກງານ ຂໍ້ແຂ່ງຂັນ 5 ເປັນເຈົ້າ ເປັນມາດຕະຖານໃນການຕີລາຄາ ປະເມີນຜົນການເຄື່ອນໄຫວຂອງສະມາຊິກກໍາມະບານ ໂດຍຕິດພັນກັບວຽກງານວິຊາສະເພາະ ເພື່ອເປັນການກໍ່ສ້າງ ແລະ ພັດທະນາໃນທຸກດ້ານຂອງອ້າຍເອື້ອຍນ້ອງພະນັກງານກໍາມະກອນ
ພ້ອມນັ້ນ, ໄດ້ປະສານສົມທົບກັບຄະນະໜ່ວຍພັກ, ຄະນະນຳ ຂອງບໍລິສັດ, ກະຊວງ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອຍາດແຍ່ງເອົາການຮ່ວມມື, ການຊ່ວຍເຫຼືອຈາກຕ່າງປະເທດມາພັດທະນາ ພະນັກງານ ກໍ່ຄື ລລທ.

ພ້ອມດຽວກັນນີ້, ບັນດາຜູ້ແທນກອງປະຊຸມ ໄດ້ພ້ອມກັນນໍາໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະສະຫະພັນກໍາມະບານ ລລທ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້ ຊຶ່ງມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 13 ສະຫາຍ, ເລືອກໄດ້ 11 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຄົບຄະນະປະທານກອງປະຊຸມໃຫຍ່ ໄດ້ຕົກລົງເຫັນດີເລືອກເອົາ ຄະນະກໍາມະບານ ຊຸດໃໝ່ ຄື:

1. ສະຫາຍ ສຸກັນ ຄູນປະເສີດ​​​​ເປັນ ປະທານສະຫະພັນກໍາມະບານ ລລທ;
2.
ສະຫາຍ ພອນສະຫວັນ ແພງສົມບັດ​ເປັນຮອງປະທານສະຫະພັນກໍາມະບານ ແລະ ເປັນປະທານກວດກາ;
3.
ສະຫາຍ ນາງ ສົມສະໄໝ ໄຊອຸດົມ ​ເປັນຮອງປະທານສະຫະພັນກໍາມະບານ ລລທ;
4.
ສະຫາຍ ນາງ ພູວຽງ ໄຊຍະສອນ​ ​​ເປັນຮອງປະທານສະຫະພັນກໍາມະບານ ລລທ;
5.
ສະຫາຍ ແສງ​ເດືອນ ສີ​ລາ​ປານີ​​​ເປັນ ຄະນະສະຫະພັນກໍາມະບານ ລລທ;
6.
ສະຫາຍ ສີນະຄອນ ພິມມະຈັກ ​​​ເປັນ ຄະນະສະຫະພັນກໍາມະບານ ລລທ;
7.
ສະຫາຍ ພຸດທະວົງ ຄຳມະວົງແກ້ວ ​​ເປັນ ຄະນະສະຫະພັນກໍາມະບານ ລລທ;
8.
ສະຫາຍ ສີປະເສີດ ພິລາວົງ ​​​ເປັນ ຄະນະສະຫະພັນກໍາມະບານ ລລທ;
9.
ສະຫາຍ ສະຫາຍ ອຸລະສັກ ບຸນນະສີ​ເປັນ ຄະນະສະຫະພັນກໍາມະບານ ລລທ;
10.
ສະຫາຍ ເນຕິ ມີສະຫວັດ​​ເປັນ ຄະນະສະຫະພັນກໍາມະບານ ລລທ;
11.
ສະຫາຍ ນາງ ພວງລາວັນ ພົນວິໄຊ ​​ເປັນ ຄະນະສະຫະພັນກໍາມະບານ ລລທ;
ໃນຕອນທ້າຍ, ສະຫາຍ ສຸດໃຈ ພິມມະສີ ໄດ້ມີຄໍາເຫັນ ແລະ ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບຫຼາຍຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມທັງ ເນັ້ນໜັກໃຫ້ ຄະນະສະຫະພັນກໍາມະບານ ລລທ ຊຸດໃໝ່ ເອົາໃຈໃສ່ໃນການແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງ ເພື່ອເປັນບ່ອນອີງໃນການເຕົ້າໂຮມຄວາມສາມັກຄີຂອງ ອ້າຍເອື້ອຍນ້ອງພະນັກງານກໍາມະກອນ ໃນຂົງເຂດຂອງຕົນ ໃຫ້ມີຜົນສຳເລັດໃນແຕ່ລະໄລຍະ, ເອົາໃຈໃສ່ ຕິດຕາມ, ກວດກາ, ຊຸກຍູ້ການເຄື່ອນໄຫວຂອງກຳມະບານໜ່ວຍຕົນ, ຖືເອົາການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວ, ຕິດແໜ້ນກັບການເຄື່ອນໄຫວວຽກງານວິຊາສະເພາະ ແລະ ຕິດພັນກັບໜ້າທີ່ການເມືອງທີ່ຄະນະພັກ, ຄະນະນຳ ລລທ ມອບໝາຍໃຫ້. ຄຽງຄູ່ກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ເພື່ອປະກອບສ່ວນເຂົ້າໃນການຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດກັບອ້າຍເອື້ອຍນ້ອງພະນັກງານກໍາມະກອນ, ຄອບຄົວ ແລະ ສັງຄົມໃຫ້ນັບມື້ດີຂຶ້ນ ແລະ ສຸມໃສ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ປະກອບສ່ວນເຮັດໃຫ້ວຽກງານຂອງຕົນ ໃຫ້ປະສົບຜົນສຳເລັດຕາມແຜນການທີ່ວາງໄວ້ຢ່າງຈົບງາມ.