ຄະນະສະຫະພັນແມ່ຍິງ ລລທ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VIII

ໃນຕອນເຊົ້າຂອງວັນທີ 13 ມີນາ 2024 ນີ້, ໄດ້ເປີດກອງປະຊຸມໃຫຍ່ ຄະນະສະຫະພັນແມ່ຍິງ ຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄັ້ງທີ VIII ທີ່ສໍານັກງານໃຫ່ຍ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ນາງ ເກສອນ ສຸລິວົງ ກໍາມະການພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ), ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກກະຊວງ ຕສ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການໃຫຍ່ ລລທ, ສະຫາຍ ນາງ ມະນີຈັນ ພິລາວົງ ປະທານສະຫະພັນແມ່ຍິງຮາກຖານ ລລທ, ມີປະທານຮາກຖານກໍາມະບານ ລລທ, ເລຂາຊາວໜຸ່ມຮາກຖານ ລລທ, ມີບັນດາທ່ານ ສະມາຊິກແມ່ຍິງພາຍໃນ ລລທ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ນາງ ມະນີຈັນ ພິລາວົງ ປະທານສະຫະພັນແມ່ຍິງຮາກຖານ ລລທ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ສະຫຼຸບການເຄື່ອນໄຫວວຽກງານ ຂອງຄະນະສະຫະພັນແມ່ຍິງ ຮາກຖານ ລລທ ໃນໄລຍະ 5 ປີ (2018-2023) ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ (2024-2028). ຊຶ່ງໃນໄລຍະ 05 ປີຜ່ານມາ ຄະນະສະຫະພັນແມ່ຍິງຮາກຖານ ລລທ ສາມາດຍາດໄດ້ຫຼາຍຜົນງານອັນພົ່ນເດັ່ນ ເປັນຕົ້ນແມ່ນ: ໄດ້ເອົາໃຈໃສ່ປະສານສົມທົບກັບ ສະຫະພັນແມ່ຍິງ ກຕສ, ຄະນະພັກ-ຄະນະນໍາອົງການຈັດຕັ້ງ ແລະ ພາກສ່ວນກ່ຽວຂ້ອງຕ່າງໆໃນການສ້າງພະນັກງານນຳພາ-ຄຸ້ມຄອງ ແລະ ພະນັກງານວິຊາການ ໃນແຕ່ລະຕຳແໜ່ງງານ, ພ້ອມທັງ ສ້າງເງື່ອນໄຂໃຫ້ເອື້ອຍນ້ອງແມ່ຍິງ ໄດ້ເຂົ້າຮ່ວມຝຶກອົບຮົມຫຼັກສູດ, ບຳລຸງວຽກງານວິຊາສະເພາະໄລຍະສັ້ນ ຢູ່ທັງພາຍໃນ ແລະ ຕ່າງປະເທດ ແລະ ບໍາລຸງທິດສະດີ ການເມືອງ-ການປົກຄອງ, ບຳລຸງພາສາຕ່າງປະເທດ, ຍົກລະດັບຄວາມຮູ້ຄວາມສາມາດ ທາງດ້ານວິຊາສະເພາະ, ໄດ້ເອົາໃຈໃສ່ໃນການເປັນຕົວແທນແມ່ຍິງ ເຂົ້າຮ່ວມກອງປະຊຸມສໍາຄັນຕ່າງໆ ປະກອບຄໍາເຫັນໃສ່ ຂໍ້ກໍານົດກົດລະບຽບຕ່າງໆ ທີ່ພົວພັນເຖິງການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ຂອງ ລລທ ກໍຄື ສະຫະພັນແມ່ຍິງກະຊວງຮ່າງຂຶ້ນ ເພື່ອເປັນການປົກປ້ອງຄຸ້ມຄອງ ແລະ ໃຫ້ສະຫວັດດີການແກ່ພະນັກງານເພດຍິງ, ໄດ້ເອົາໃຈໃສ່ຕໍ່ການປະຕິບັດຂໍ້ແຂ່ງຂັນ 3 ດີ ຕາມຄໍາຂວັນແມ່ຍິງ 3 ດີ ຂອງສູນກາງສະພະພັນແມ່ຍິງ (ພົນລະເມືອງດີ, ພັດທະນາດີ, ຄອບຄົວດີ ມີຄວາມຜາສຸກ) ວາງອອກ, ໄດ້ຖືເອົາວຽກງານ 3 ດີ ເປັນມາດຕະຖານໃນການຕີລາຄາ ປະເມີນຜົນການເຄື່ອນໄຫວຂອງສະມາຊິກແມ່ຍິງ ໂດຍຕິດພັນກັບວຽກງານວິຊາສະເພາະ ເພື່ອເປັນການກໍ່ສ້າງ ແລະ ພັດທະນາແມ່ຍິງໃນທຸກດ້ານ. ພ້ອມນັ້ນ, ໄດ້ປະສານສົມທົບກັບຄະນະໜ່ວຍພັກ, ຄະນະນຳ ຂອງບໍລິສັດ, ກະຊວງ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອຍາດແຍ່ງເອົາການຮ່ວມມື, ການຊ່ວຍເຫຼືອຈາກຕ່າງປະເທດມາພັດທະນາຂະແໜງການຂອງຕົນ ເວົ້າລວມ, ເວົ້າສະເພາະ ກໍແມ່ນ ມາພັດທະນາເອື້ອຍນ້ອງແມ່ຍິງພາຍໃນ ລລທ.

ພ້ອມດຽວກັນນີ້, ບັນດາຜູ້ແທນກອງປະຊຸມ ໄດ້ພ້ອມກັນນໍາໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະສະຫະພັນແມ່ຍິງ ລລທ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້ ຊຶ່ງມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 15 ສະຫາຍ, ເລືອກໄດ້ 11 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຄົບຄະນະປະທານກອງປະຊຸມໃຫຍ່ ໄດ້ຕົກລົງເຫັນດີເລືອກເອົາ ຄະນະຮາກຖານແມ່ຍິງໃໝ່ ຄື:

1. ສະຫາຍ ນາງ ວິໄລວັນ ຍົດໄຊວິບູນ​​ເປັນ ປະທານສະຫະພັນແມ່ຍິງຮາກຖານ ລລທ;

2. ສະຫາຍ ນາງ ທິບພະກອນ ສີສຸລາດ​​ເປັນ ຮອງປະທານສະຫະພັນແມ່ຍິງຮາກຖານ ລລທ ແລະ ເປັນປະທານກວດກາ;

3. ສະຫາຍ ນາງ ມະໂນລົມ ເຂັມສຸລິຍາຈັກ​ເປັນ ຮອງປະທານສະຫະພັນແມ່ຍິງຮາກຖານ ລລທ;

4. ສະຫາຍ ນາງ ອິນຖະໜອມ ສີສຸວັນທອງ ​ເປັນ ຄະນະສະຫະພັນແມ່ຍິງຮາກຖານ ລລທ;

5. ສະຫາຍ ນາງ ພູວາ ຫຼວງເສນາ ​​ເປັນ ຄະນະສະຫະພັນແມ່ຍິງຮາກຖານ ລລທ;

6. ສະຫາຍ ນາງ ດາລີລອນ ແກ້ວບັນດິດ​ເປັນ ຄະນະສະຫະພັນແມ່ຍິງຮາກຖານ ລລທ;

7. ສະຫາຍ ນາງ ຂັນທະລີ ສີຫາວົງ ​​ເປັນ ຄະນະສະຫະພັນແມ່ຍິງຮາກຖານ ລລທ;

8. ສະຫາຍ ນາງ ນິດຕະຍາ ສີວິໄຊ ​​ເປັນ ຄະນະສະຫະພັນແມ່ຍິງຮາກຖານ ລລທ;

9. ສະຫາຍ ນາງທິບນາລີ ເມືອງຈັນ ​​ເປັນ ຄະນະສະຫະພັນແມ່ຍິງຮາກຖານ ລລທ;

10. ສະຫາຍ ນາງ ສົມສະໄໝ ສຸພັນປຣີຊາ ​ເປັນ ຄະນະສະຫະພັນແມ່ຍິງຮາກຖານ ລລທ;

11. ສະຫາຍ ນາງ ພູເວີນ ສໍອິນໄຊ ​​ເປັນ ຄະນະສະຫະພັນແມ່ຍິງຮາກຖານ ລລທ.

ໃນຕອນທ້າຍ, ສະຫາຍ ນາງ ເກສອນ ສຸລິວົງ ໄດ້ມີຄໍາເຫັນ ແລະ ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບຫຼາຍຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມທັງ ເນັ້ນໜັກໃຫ້ ຄະນະສະຫະພັນແມ່ຍິງ ລລທ ຊຸດໃໝ່ ເອົາໃຈໃສ່ໃນການແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງ ເພື່ອເປັນບ່ອນອີງໃນການເຕົ້າໂຮມຄວາມສາມັກຄີຂອງ ເອື້ອຍນ້ອງແມ່ຍິງ ໃນຂົງເຂດຂອງຕົນ ໃຫ້ມີຜົນສຳເລັດໃນແຕ່ລະໄລຍະ, ເອົາໃຈໃສ່ ຕິດຕາມ, ກວດກາ, ຊຸກຍູ້ການເຄື່ອນໄຫວຂອງແມ່ຍິງໜ່ວຍຮາກຖານຕົນ, ຖືເອົາການປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງລາວ ແລະ ຂໍ້ແຂ່ງຂັນ3 ດີຂອງແມ່ຍິງ ກະຊວງ ຕສ, ຕິດແໜ້ນກັບການເຄື່ອນໄຫວວຽກງານວິຊາສະເພາະ ແລະ ຕິດພັນກັບໜ້າທີ່ການເມືອງທີ່ຄະນະພັກ, ຄະນະນຳ ລລທ ມອບໝາຍໃຫ້. ຄຽງຄູ່ກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ເພື່ອປະກອບສ່ວນເຂົ້າໃນການຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດກັບແມ່ຍິງ, ຄອບຄົວ ແລະ ສັງຄົມໃຫ້ນັບມື້ດີຂຶ້ນ ແລະ ສຸມໃສ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ປະກອບສ່ວນເຮັດໃຫ້ວຽກງານຂອງຕົນ ໃຫ້ປະສົບຜົນສຳເລັດຕາມແຜນການທີ່ວາງໄວ້ຢ່າງຈົບງາມ.