ລາວ ໂທລະຄົມ ເຄືອຂ່າຍອັນດັບ 1 ຂອງຄົນລາວ ໄດ້ຮັບລາງວັນ “Industry Champions of the Year” ຈາກ Asia Corporate Excellence and Sustainability Awards (ACES Awards) ປະຈຳປີ 2023

ທ່ານ ອາລຸນນະເດດ ບານຈິດ, ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະ ເຂົ້າຮັບລາງວັນ Industry Champions of the Year ປະຈຳປີ 2023 ໃນງານ Asia Corporate Excellence and Sustainability Awards ທີ່ ປະເທດມາເລເຊຍ.

ລາງວັນ “Industry Champions of the Year 2023” ເປັນອີກ 1 ລາງວັນທີ່ເປັນການຢັ້ງຢືນເຖິງຄວາມສຳເລັດຂອງ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໃນການເປັນຜູ້ນຳ ດ້ານອຸດສາຫະກຳໂທລະຄົມ ມະນາຄົມ ໃນ ສປປ ລາວ, ລາວໂທລະຄົມ ໄດ້ໃຫ້ຄວາມສໍາຄັນດ້ານຄວາມຍືນຍົງຂອງທຸລະກິດ ໂດຍສຸ່ມໃສ່ວຽກງານດ້ານການບໍລິຫານທີ່ດີ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ມີຄວາມຊື່ສັດໃນການໃຫ້ບໍລິການ ພ້ອມທັງພັດທະນາບໍລິສັດຢ່າງບໍ່ຢຸດຢັ້ງເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າເເລະການຫັນເປັນທັນສະໄໝໃນຍຸກດິຈີຕອນ.

 ຢ່າງທີ່ທຸກທ່ານຊາບວ່າ ຄວາມກ້າວໜ້າຂອງເຕັກໂນໂລຊີ ສາມາດຂັບເຄື່ອນໂລກ ທັງຍັງຊ່ວຍໃຫ້ເສດຖະກິດເຕີບໃຫຍ່ຂະຫຍາຍຕົວຢ່າງຍືນຍົງ ເເລະ ລາວ ໂທລະຄົມ ເອງ ກໍ່ສາມາດນຳທັນຄວາມກ້າວໜ້າຂອງເຕັກໂນໂລຊີ ບໍ່ວ່າຈະເປັນການເປີດໃຫ້ບໍລິການ 4G ຫຼື 5G ລ້ວນເເລ້ວເເຕ່ເປັນນະວັດຕະກໍາເຕັກໂນໂລຊີ ທີ່ສະໜັບສະໜູນໃຫ້ ບໍລິການຂອງ ລາວ ໂທລະຄົມ ມີຄຸນນະພາບ ເເລະ ປະສິດທິພາບ ຊຶ່ງສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າໃນທຸກກຸ່ມ ເເລະ ນີ້ຄືສິ່ງທີ່ເຮັດໃຫ້ ລາວ ໂທລະຄົມ ກາຍເປັນຜູ້ນຳໃນດ້ານການໃຫ້ບໍລິການໂທລະຄົມມະນາຄົມ ທີ່ມີສິນຄ້າ ແລະ ບໍລິການ ພ້ອມທັງ Solutions ທີ່ຫຼາກຫຼາຍສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າໃນຍຸກດິຈິຕອນ. ພ້ອມດຽວກັນນີ້ ລາວ ໂທລະຄົມ ຍັງບໍ່ຢຸດຢັ້ງໃນການຕິດຕາມຄວາມກ້າວໜ້າໃໝ່ໆ ບໍ່ວ່າຈະເປັນເຕັກໂນໂລຊີ ປັນຍາປະດິດ (AI), ອິນເຕີເນັດຊັບພະສິ່ງ (IOT), ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ຖານຂໍ້ມູນຂະໜາດໃຫ່ຍ (Big Data), ການປະມວນຜົນຜ່ານລະບົບຄຣາວ (Cloud Computing) ແລະ ເຕັກໂນໂລຊີທີ່ທັນສະໄໝອື່ນໆ... ເຊິ່ງຈະມີຜົນຢ່າງຫຼວງຫຼາຍຕໍ່ຊີວິດປະຈໍາວັນຂອງຄົນເຮົາໃນອະນາຄົດ. ລາວ ໂທລະຄົມ ໃນຖານະຜູ້ໃຫ້ບໍລິການໂທລະຄົມມະນາຄົມ ຈຶ່ງມຸ່ງໝັ້ນໃນການພັດທະນາຊັບພະຍາກອນມະນຸດເພື່ອສາມາດນຳເຕັກໂນໂລຊີໃໝ່ໆມາພັດທະນາສິນຄ້າ, ບໍລິການຂອງ ລາວ ໂທລະຄົມ ໃຫ້ມີຄວາມທັນສະໄໝ ຕອບໂຈດຄວາມຕ້ອງການຂອງລູກຄ້າໄດ້ທຸກກຸ່ມ ແລະ ສະໜັບສະໜູນວຽກງານແຜນຍຸດທະສາດການພັດທະນາປະເທດຊາດໃນຕໍ່ໜ້າ ພ້ອມທັງສືບຕໍ່ໃຫ້ຄວາມສໍາຄັນດ້ານວຽກງານການດໍາເນີນທຸລະກິດທີ່ດີ, ມີຄວາມຊື່ສັດ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ ດັ່ງຄໍາຂັວນທີ່ວ່າ: “ລາວ ໂທລະຄົມໂທລະຄົມຂອງຄົນລາວ ເພື່ອສັງຄົມລາວ”.