ລາວ ໂທລະຄົມ ເຄືອຂ່າຍອັນດັບ 1 ຂອງລາວ ໄດ້ຮັບລາງວັນ

ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະ ເຂົ້າຮັບລາງວັນ Mobile Operator ດີເດັ່ນປະຈຳປີ 2023 ໃນງານ Asian Telecom Awards ຈັດໂດຍ Charlton Media Group ທີ່ປະເທດສິງກະໂປ.

ລາງວັນ ”Mobile Operator ດີເດັ່ນປະຈຳປີ 2023” ເປັນການຢັ້ງຢືນ ຄວາມສໍາເລັດຂອງ ລາວ ໂທລະຄົມ ໃນການປັບຕົວກັບການປ່ຽນແປງຂອງໂລກ ໂດຍການນຳສະເໜີບໍລິການທີ່ມີຄຸນນະພາບ, ນະວັດຕະກຳໃໝ່ໆ ທີ່ສາມາດຕອບສະໜອງຄວາມຕ້ອງການຂອງລຸກຄ້າໃນຍຸກດິຈິຕອນ ເຊັ່ນ:

  • ບໍລິການກະເປົາເງິນກະເປົາເງິນເທິງມືຖື (E-Wallet) : ລາວ ໂທລະຄົມ ໄດ້ເລັງເຫັນວ່າ Fintech ກຳລັງກາຍເປັນເສົາຫຼັກທີ່ສຳຄັນຂອງເສດຖະກິດດິຈິຕອນຢ່າງວ່ອງໄວ ແລະ ການມີກະເປົາເງິນເອເລັກໂຕນິກ ກໍ່ເປັນບາດກ້າວສຳຄັນສູ່ການເຂົ້າເຖິງການເງິນ ແລະ ປະສິດທິພາບທາງການຄັງ. ກະເປົາເງິນເທິງມືຖືຂອງ ລາວ ໂທລະຄົມ ຫຼື M Money ເປັນລະບົບການຊຳລະເງິນເອເລັກໂຕນິກເທິງມືຖື ທີ່ໄດ້ເປີດໃຫ້ບໍລິການໃນປີ 2021. ໂດຍການເຮັດທຸລະກຳເທິງມືຖືຈະຊ່ວຍອຳນວຍຄວາມສະດວກ ໂດຍສະເພາະຢ່າງຍິ່ງໃນເວລາທີ່ຮີບດ່ວນ ນອກນັ້ນ M Money ຍັງໄດ້ຕອບສະໜອງຕໍ່ນະໂຍບາຍຂອງລັດຖະບານໃນການປ່ຽນແປງປະເທດໄປສູ່ສັງຄົມໄຮ້ເງິນສົດ ແລະ ເພື່ອໃຫ້ແນ່ໃຈວ່າທຸກໆຄົນ ສາມາດເຂົ້າເຖິງບໍລິການທາງການເງິນໄດ້. 
  • ແຜນເຕັກໂນໂລຊີ ຂອງ ລາວ ໂທລະຄົມ: ຢ່າງທີ່ທຸກທ່ານຊາບວ່າ ຄວາມກ້າວໜ້າຂອງເຕັກໂນໂລຊີ ສາມາດຂັບເຄື່ອນໂລກ ທັງຍັງຊ່ວຍໃຫ້ເສດຖະກິດເຕີບໃຫຍ່ຢ່າງຍືນຍົງໄດ້ ແລະ ລາວ ໂທລະຄົມ ເອງ ກໍ່ສາມາດນຳທັນຄວາມກ້າວໜ້າຂອງເຕັກໂນໂລຊີ ບໍ່ວ່າຈະເປັນການເປີດໃຫ້ບໍລິການ 4G ຫຼື 5G ລ້ວນແລ້ວແຕ່ເປັນນະວັດຕະກຳເຕັກໂນໂລຊີ ທີ່ສະໜັບສະໜຸນໃຫ້ ບໍລິການຂອງ ລາວ ໂທລະຄົມ ມີຄູນນະພາບ ແລະ ປະສິດທິພາບ ສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າໄດ້ ແລະ ນີ້ຄືສິ່ງທີ່ເຮັດໃຫ້ ລາວ ໂທລະຄົມ ກາຍເປັນຜູ້ໃຫ້ນຳ ໃນດ້ານ ການໃຫ້ບໍລິການ Solution ແລະ ດິຈິຕອນ, ການຄ້າເອເລັກໂຕນິກ, ລະບົບຊຳລະເງິນ ລວມໄປເຖິງທຸລະກິດເອເລັກໂຕນິກທຸກປະເພດ, ບໍ່ພຽງເທົ່ານັ້ນ ລາວ ໂທລະຄົມ ຍັງບໍ່ຢຸດຢັ້ງໃນການຕິດຕາມຄວາມກ້າວໜ້າໃໝ່ໆ ບໍ່ວ່າຈະເປັນ ເຕັກໂນໂລຊີ ປັນຍາປະດິດ ຫຼື AI ເຊິ່ງຈະມີຜົນຢ່າງຫຼວງຫຼາຍຕໍ່ຊີວິດປະຈຳວັນຂອງຄົນເຮົາໃນອະນາຄົດ, ລາວ ໂທລະຄົມ ໃນຖານະເປັນຜູ້ໃຫ້ບໍລິການໂທລະຄົມມະນາຄົມ  ຈື່ງມຸ່ງໝັ້ນໃນການໃນການພັດນະນາຊັບພະຍາກອນມະນຸດ ເພື່ອຈະສາມາດນຳເຕັກໂນໂລຊີໃໝ່ໆມາພັດທະນາໂຄງການຕ່າງໆເຊັ່ນ: AI, Big Data, Cloud Computing ເພື່ອສະໜອງຄວາມຕ້ອງການຂອງລູກຄ້າໃຫ້ໄດ້ຫຼາຍທີ່ສຸດ.
  • ພາລະບົດບາດຂອງ ລາວ ໂທລະຄົມ: ລາວ ໂທລະຄົມ ເປັນຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ທີ່ໃຫຍ່ທີ່ສຸດໃນປະເທດລາວ ແລະ ພວກເຮົາພູມໃຈທີ່ໄດ້ມີສ່ວນຮ່ວມໃນການສ້າງສາ ພັດທະນາປະເທດຊາດ, ພ້ອມທັງປະຕິບັດຕາມນະໂຍບາຍເສດຖະກິດດິຈິຕອນ ດ້ວຍການໃຫ້ບໍລິການເຄືອຂ່າຍຄອບຄຸມທຸກພື້ນທີ່ທົ່ວປະເທດ.   ດ້ວຍຄວາມພະຍາຍາມຂອງພວກເຮົາ ແລະ ການມີນະວັດຕະກຳເຕັກໂນໂລຊີສະໜັບສະໜຸນ ລາວ ໂທລະຄົມ ຈະເປັນກຳລັງສຳຄັນໃນການຂັບເຄື່ອນນະວັດຈະກຳດິຈິຕອນ ແລະ ນະວັດຕະກຳດັ່ງກ່າວ ຈະຊ່ວຍໃນການພັດທະນາເສດຖະກິດຂອງປະເທດ ກ້າວຈາກປະເທດດ້ອຍພັດທະນາ ໄປສູ່ການພັດທະນາເສດຖະກິດໃໝ່, ການເຊື່ອມຕໍ່ເສດຖະກິດດິຈິຕອນ ຈະສາມາດນຳປະເທດໄປສູ່ການເຕີບໃຫຍ່ ແລະ ພັດທະນາ ດັ່ງຄຳຂວັນທີ່ວ່າ ລາວ ໂທລະຄົມ ໂທລະຄົມຂອງຄົນລາວ ເພື່ອສັງຄົມລາວ.