ກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ອຸປະຖຳການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ WTT Youth ລວມມູນຄ່າ 200,000,000 ກີບ

ວັນທີ 3 ກັນຍາ 2024, ທີ່ໂຮງແຮມ ແລນມາກ ຣີເວີໄຊ ນະຄອນຫລວງວຽງຈັນ ກຸ່ມບໍລິສັດ ລາວ ໂທລະຄົມມະນາຄົມ ເຂົ້າຮ່ວມງານພິທີຖະແຫຼງຂ່າວກ່ຽວກັບລາວຈະເປັນເຈົ້າພາບຈັດການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ WTT Youth Contender Vientiane 2024 ໂດຍການເປັນປະທານຂອງ ທ່ານ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ປະທານຄະນະກໍາມະການໂອລິມປິກແຫ່ງຊາດລາວ. ເຂົ້າຮ່ວມໂດຍທ່ານ ທ່ອນເເກ້ວ ສີຫາວົງ, ຮອງຝ່າຍເຕັກນິກນະຄອນຫຼວງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ.
ຈຸດປະສົງໃນການເເຂ່ງຂັນຄັ້ງນີ້ ເພື່ອການຮັດແໜ້ນຄວາມສາມັກຄີກັບບັນດາປະເທດສະມາຊິກຕອບສະໜອງແນວທາງນະໂຍບາຍການຕ່າງປະເທດ, ເປັນໂອກາດໃນການພັດທະນາບຸກຄະລາກອນ ແລະ ພື້ນຖານໂຄງລ່າງວຽກງານກິລາ ເເລະ ກາຍຍະກຳ ພ້ອມເປັນການໂຄສະນາເຜີຍແຜ່ ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ໃຫ້ມີບັນຍາກາດຟົດຟື້ນ ແລະ ຂະຫຍາຍຕົວໄປອີກບາດ ກ້າວໜື່ງ, ເຊີ່ງ ກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ມີສ່ວນຮ່ວມອຸປະຖຳການຈັດງານ ລວມມູນຄ່າໃນຄັ້ງນີ້ 200,000,000 ກີບ
ການຈັດການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ 2024 ທີ່ ລາວ ໄດ້ຮັບກຽດເປັນເຈົ້າພາບຈະມີຄະນະກຳມະການເຕັກນິກ ແລະ ຈັດການແຂ່ງຂັນ, ກຳມະການຕັດສິນ, ຄະນະນໍາ ແລະ ນັກກິລາຈາກສາກົນທັງໝົດ 200 ກວ່າຄົນ, 17 ປະເທດ ເຂົ້າຮ່ວມໂດຍຈະແຂ່ງຂັນເລີ່ມແຕ່ ວັນທີ 18 ຫາ 21 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ.