ງານສັບປະດາດິຈິຕ໋ອນລາວ ປີ 2022, ເປັນງານມະຫະກຳເຕັກໂນໂລຊີ ແລະ ການສື່ສານ ຈັດຂື້ນໂດຍ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ວັນທີ 21-25/12/2022 ໃນງານດັ່ງກ່າວ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ກໍ່ໄດ້ຮ່ວມວາງສະແດງຜະລິດຕະພັນ ແລະ ພາຍໃນງານມີຫຼາຍກິດຈະກຳຈັດຂຶ້ນຊຶ່ງຈະປະກອບມີ:
- ກອງປະຊຸມສຳມະນາກ່ຽວກັບເຕັກໂນໂລຊີຍຸກໃໝ່, ເສດຖະກິດ ດິຈິຕ໋ອນ, ຄວາມປອດໄພໄຊເບີ, ການຄ້າອອນລາຍ, ການບໍລິຫານລັດແບບທັນສະໄໝ, ການພັດທະນາອຸດສາຫະກຳ 4.0, ເຕັກໂນໂລຊີອັດສະລິຍະ, ເຕັກໂນໂລຊີ 5G.
- ງານວາງສະແດງກ່ຽວກັບເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ເຕັກໂນໂລຊີດິຈິຕ໋ອນ ແລະ ນະວັດຕະກຳ, ຜະລິດຕະພັນຈາກຫົວຄິດປະດິດສ້າງຂອງທຸລະກິດ Start-Up ຈາກພາຍໃນ ແລະ ຕ່າງປະເທດ, ຜົນງານຄົ້ນຄວ້າ, ການຂົນສົ່ງໂລຈິດສຕິກ ແລະ Post Mart ແລະ ສິນຄ້າທົ່ວໄປ.
- ກິດຈະກຳການແຂ່ງຂັນ Lao ICT awards 2022, ການແຂ່ງຂັນຄວາມປອດໄພໄຊເບີ, ນະວັດຕະກໍາ Innovation awards, Hackathon.
View: 3048 | 12/6/2022 9:11:41 AM | ກ່ຽວກັບ ລາວ ໂທລະຄົມ
Copyright © 2023 , All Rights Reserved | Version : 2.0