ສະຖານະການ ພະຍາດ ໂຄວິດ-19 ຍັງຄົງສາມາດພົບເຫັນໄດ້ ເຊິ່ງມີທ່າອ່ຽງ ທີ່ຈະຍັງຢູ່ກັບການໃຊ້ຊີວິດຂອງຄົນເຮົາໄປອີກດົນ ແລະ ມີການກາຍພັນຂອງພະຍາດເພີ້ມຂື້ນ. ສະນັ້ນ ການຕິດຕາມຂ່າວສານ ເປັນສິ່ງທີ່ຈໍາເປັນສໍາລັບທຸກຄົນ ໂດຍສະເພາະຂ່າວສານທີ່ເຊື່ອຖືໄດ້, ການຕິດຕາມຂ່າວສານທີ່ເປັນທາງການ ແມ່ນຈະຕ້ອງມາຈາກທາງພາກລັດ. ຂ່າວ Teck Talk ສັນຫາມາເລົ່າ ມື້ນີ້ ຂໍແນະນຳແຫຼ່ງຂ່າວທີ່ເປັນທາງການ ທີ່ສາມາດເຊື່ອຖືໄດ້ ໃຫ້ທ່ານສາມາດຕິດຕາມສະຖິຕິການແຜ່ລະບາດຂອງ ພະຍາດ ໂຄວິດ-19 ໄດ້ ໂດຍຜ່ານໜ່ວຍໂລກ, ແມ່ນແລ້ວ! ມາເບິ່ງວ່າ ແຕ່ລະປະເທດໃນໂລກນີ້ມີຈຳນວນສະຖິຕິຜູ້ຕິດເຊື້ອໄປທໍ່ໃດແລ້ວ. ໂດຍປະຕິບັດດັ່ງນີ້:
ກ່ອນອື່ນເຂົ້າໄປ ເວັບໄຊ : https://www.covidvisualizer.com/
ທ່ານຈະເຫັນຫົວຂໍ້ລາຍລະອຽດ:
- ຜູ້ຕິດເຊື້ອໃນໂລກ.
- ຈໍານວນຄົນທີ່ເສຍຊີວິດໃນໂລກ.
- ຈໍານວນຄົນທີ່ປົວດີແລ້ວໃນໂລກ.
- ຈໍານວນຄົນທີ່ໄດ້ຮັບວັກຊີນທັງຫມົດໃນໂລກ.
ນອກຈາກນີ້ ຈະສັງເກດເຫັນວ່າ ຫນ່ວຍໂລກຫມູນໄດ້, ທ່ານສາມາດ ໝູນໜ່ວຍໂລກ ແລະ ຕິກໃສ່ປະເທດໃດໜື່ງ ຈະມີຂໍ້ມູນ ການແພ່ລະບາດ ຂອງ ພະຍາດ ໂຄວິດ-19 ຂື້ນມາທັນທີ.
ນອກຈາກນີ້ ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນການແຜ່ລ່າມຂອງເຊື້ອພະຍາດ Teck Talk ສັນຫາມາເລົ່າ ຢາກເຊີນຊວນໃຫ້ທຸກທ່ານ ສ້າງທາມລາຍ(Time Line) ການເດີນທາງໄປ-ມາ ຂອງເຮົາ ແລະ ເຊີນຊວນຮ້ານຄ້າສ້າງ QR Code ເພື່ອໃຫ້ລູກຄ້າທີ່ມາໃຊ້ບໍລິການສະແກນ.
ໂດຍໃຊ້ແອັບ ລາວສູ້ສູ້ ເຊິ່ງມີລາຍລະອຽດດັ່ງນີ້: ກົດຕາມລິ້ງ : https://laokyc.gov.la/Howto
ສ່ວນທ່ານໃດທີ່ຍັງບໍ່ທັນລົງທະບຽນເບີ ສາມາດດາວໂຫຼດ ແອັບ Lao KYC ໄດ້ດັ່ງນີ້: https://laokyc.gov.la
ພວກເຮົາຈະຜ່ານພົນວິກິດ ໂຄວິດ-19 ໄປນໍາກັນ
View: 13722 | 9/20/2021 4:08:40 PM | ຂ່າວສານ ດິຈິຕອນ
Copyright © 2023 , All Rights Reserved | Version : 2.0