ໃນວັນທີ່ 17 ກັນຍາ 2021 ທີ່ຫ້ອງການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີພິມີມອບຮັບເງີນ ມູນຄ່າ 10,000,000 ກີບ ເພື່ອສະໜັບສະໜູນ ການຈັດພີມ ໂປດສະເຕີ ສະເຫຼີມສະຫຼອງ 30ປີ ກະຊວງແຮງງານ ແລະ ສັງຫວັດດີການສັງຄົມ ເປັນກຽດມອບໂດຍ ທ່ານ ພົມມີ ບົວສີ ຫົວໜ້າພະແນກບໍລິຫານ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ ໃຫ້ກຽດຮັບໂດຍ ທ່ານ ແອນ້ອຍ ລາດສະວົງ ຮອງຫົວໜ້າພະແນກການເງິນ ແລະ ຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ທັງນີ້ ກໍ່ເພື່ອເປັນການປະກອບສ່ວນ ໃນວຽກງານແຫ່ງການເຕີບໃຫຍ່ຂະຫຍາຍຕົວ ພາລະກິດລວມໃນການສ້າງສາພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ຂອງການນຳກະຊວງ ແຕ່ລະຍຸກສະໄຫມ, ເພື່ອໃຫ້ຄົນຮຸ່ນຫລັງໄດ້ຮັບຮູ້, ສຶກສາຮ່ຳຮຽນ.
View: 13522 | 9/19/2021 9:28:37 AM | ຊ່ວຍເຫຼືອສັງຄົມ
Copyright © 2023 , All Rights Reserved | Version : 2.0