ໃນວັນທີ 12 ສິງຫາ 2021 ຢູ່ທີ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ສາຂາ ແຂວງໄຊຍະບູລີ ໄດ້ມີພິທີມອບເງິນຊ່ວຍເຫລືອ ພະນັກງານ ຜູ້ປະສົບໄພນ້ຳຖ້ວມ ຈຳນວນ 22 ຄອບຄົວ ລວມມູນຄ່າ: 44.583.324 ກີບ ຕາງໜ້າ ລາວໂທລະຄົມ ເປັນກຽດມອບໂດຍ ທ່ານ ສີພັນ ໜໍ່ຄຳ ອຳນວຍການ ລາວໂທລະຄົມ ສາຂາແຂວງ ໄຊຍະບູລີ ໃນໂອກາດ ດັ່ງກ່າວນີ້ ພະນັກງານ ລາວໂທລະຄົມ ສາຂາ ແຂວງ ໄຊຍະບູລີ ຂໍສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງ ທ່ານ ຜູ້ບໍລິຫານ ແລະ ພະນັກງານ ລາວໂທລະຄົມ ທົ່ວປະເທດ ໃນການປະກອບສ່ວນຊ່ວຍເຫລືອບັນເທົາທຸກ ໃນຄັ້ງນີ້ ແລະ ຂໍອວຍພອນໄຊ ອັນປະເສີດມາຍັງທ່ານ ພ້ອມດ້ວຍຄອບຄົວ ຈົ່ງມີແຕ່ຄວາມສຸກ ຄວາມຈະເລີນ ປະສົບຜົນສຳເລັດ ໃນໜ້າທີ່ວຽກງານ ທຸກປະການ, ມີຄວາມຜາສຸກ ໃນຊີວິດສ່ວນ ແລະ ຄອບຄົວ ຕະຫລອດໄປ.
View: 16787 | 8/12/2021 3:09:36 PM | ຊ່ວຍເຫຼືອສັງຄົມ
Copyright © 2023 , All Rights Reserved | Version : 2.0