Google

ລາວ ໂທລະຄົມ ກ້າວໄກ ສື່ສານວ່ອງໄວ ໝັ້ນໃຈໃນບໍລິການ ໄດ້ມາດຕະຖານສາກົນ.           Lao Telecommunication state - of - the art communications you can trust.
Wed, 08 Sep 2010 23:02
ການຝຶກອົບຫຼັກສູດ "ສຸດຍອດໂຊເຟີ່ມືອາຊີບ" Super Driver Skills ກຸ່ມທີ່ 1
 
ລາວ ໂທລະຄົມ ໄດ້ຈັດຝຶກອົບຮົມຫລັກສູດ “ສຸດຍອດໂຊເຟີມືອາຊີບ” ຂື້ນໃນລະຫວ່າງວັນທີ 27 - 28 ມີນາ 2010 ທີທຜ່ານມາ. ໃຫ້ກຽດເປັນປະທານ ກ່າວເປີດຝຶກອົບຮົມໂດຍ ທ່ານ ທອງສີ ວິໄລວົງ ຫົວໜ້າ ພະແນກ ຈັດຕັ້ງ ລລທ. ຫລັກສູດຊຸດນີ້ ຈັດຂືນເປັນຄັ້ງທຳອິດຂອງ ລລທ ໂດຍການຮ່ວມມືກັນລະຫວ່າງ ພະແນກ ຈັດຕັ້ງ ກັບ ສູນຝຶກອົບຮົມ TACDO, ຊື່ງມີນັກສຳມະນາກອນ ຈາກ ສູນຄຸ້ມຄອງພາຫະນະ ລາວ ໂທລະຄົມ ພະແນກ ຫ້ອງການ-ບໍລິຫານ ເຂົ້າຮ່ວມ ທັງໝົດ 19 ຄົນ.
ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອຍົກລະດັບຄຸນນະພາບການປະຕິບັດວຽກງານ ຂອງພະນັກງານຂັບລົດ ໃຫ້ດີຂື້ນກວ່າເກົ່າ, ເພື່ອສ້າງຈິດສຳນຶກໃນການເປັນພະນັກງານບໍລການທີ່ດີ, ຮູ້ຈັກພາລະບົດບາດໜ້າທີ່ຂອງຕົນ, ຮຽນຮູ້ມາລະຍາດ ບຸກຄະລິກກະພາບ ຂອງການເປັນພະນັກງານຂັບລົດທີ່ດີ, ຮຽນຮູ້ກົດລະບຽບຈາລະຈອນ, ເພີ່ມຄວາມຮູ້ທາງ ດ້ານເທັກນິກການເບີ່ງແຍງລົດ ແລະ ເພີ່ມທັກສະໃນການຂັບຂີ່ລົດທາງໄກ ແລະ ຂື້ນພູດອຍ. ຮູບແບບຂອງການຝຶກອົບຮົມ ມື້ທຳອິດແມ່ນການຝຶກອົບຮົມ ກ່ຽວກັບທິດສະດີ ທີ່ຫ້ອງ 501 ສຳນັກງານໃຫຍ່ ລລທ ແລະ ມື້ທີ່ ສອງ ແມ່ນການປະ ຕິ ບັດຕົວຈິງ ໂດຍການຂັບຂີ່ຂື້ນທີ່ພູເກົ້ານາງ ເປັນສະຖານທີ່ລົງປະຕິບັດຕົວຈິງ. ການຝຶກອົບຮົມ ທັງສອງມື້ນີ້ ທຸກຄົນກໍ່ໄດ້ ເອົາໃຈໃສ່ຢ່າງເຕັມທີ ແລະ ເຮັດໃຫ້ການຝຶກອົບຮົມເຕັມໄປດ້ວຍບັນຍາກາດ ຄຶກຄື້ນມ່ວນຊື່ນ.
         
Driver Skills 1 Driver Skills 1 Driver Skills 1 Driver Skills 1 Driver Skills 1

Driver Skills 1 Driver Skills 1      
     
All Rights Reserved © 2008. LAO TELECOMMUNICATIONS
Developed By Content Team Operation