Google

ລາວ ໂທລະຄົມ ກ້າວໄກ ສື່ສານວ່ອງໄວ ໝັ້ນໃຈໃນບໍລິການ ໄດ້ມາດຕະຖານສາກົນ.           Lao Telecommunication state - of - the art communications you can trust.
Wed, 08 Sep 2010 23:00
ການ​ຝຶກ​ອົບຮົມ​ຫລັກ​ສູດ Mobile Phone Technology 2G
 
ໃນລະຫວ່າງ​ວັນ​ທີ 22 - 26 ກຸມພາ 2010 ຜ່ານ​ມາ ລາ​ວ ​ໂທລະ​ຄົມ​ ໄດ້​ຈັດ​ຝຶກ​ອົບຮົມຫຼັກສູດ Mobile Phone Technology 2G ທີ່​ສຳນັກງານ​ໃຫຍ່ ລລທ ຫ້ອງ​ປະຊຸມ​ໃຫຍ່ 501. ຊື່​ງ​ໃຫ້ກຽດ​ເປີດ​ການ​ຝຶກ​ອົບຮົ​ມ​ໃນ​ຄັ້ງນີ້​ໂດຍ: ທ່ານ ຈັນທະ​ວອນ ສໍ​ສຳພັນ ຮອງ ​ຜູ້ອຳນວຍກ​ານ​ໃຫຍ່ ຂະ​ແໜງ​ເຕັກນິກ -​ ໂຄງການ​ໂທລະ​ຄົມ ວິທະຍາກອນ​ບັນລະຍາຍ​ ໂດຍພະນັກງານ​ວິຊາ​ການ​ຈາກ​ພະ​ແນ​ກ ​ໂທລະສັບ​ເຄື່ອນ​ທີ່ ລາວ ​ໂທລະ​ຄົມ ​ແລະ ​ມີ​ວິທະຍາກອນ​ຮັບ​ເຊີນ​ຈາກ​ບໍລິສັດ Huawei ຈຳກັດ ມີ​ນັກ​ສຳ​ມະ​ນາກ​ອນ​ເຂົ້າຮ່ວມ​ທັງໝົດ 26 ທ່ານ ​ຊື່​ງມາ​ຈາກ ​ລລທ ສາຂາ​ແຂວງ​ຄື: ຜົ້ງສາລີ, ຫລວງ​ນ້ຳທາ, ບໍ່​ແກ່ວ,ອຸດົມ​ໄຊ, ​ໄຊ​ຍະ​ບູລີ, ຫົວພັນ, ຫລວງ​ພະ​ບາງ, ຊຽງຂວາງ ​ແລະ ​ແຂວງ ວຽງຈັນ​ ແລະ​ ຍັງ​ມີ ​ພະ​ແນ​ກ ອ້ອມ​ຂ້າງ​ ລລທ ສູນ​ກາງ​ເຊັ່ນ: ພະ​ແນ​ກຄຸ້ມ​ຄອງ - ກວດກາ​ເຕັກນິກ ແລະ ພະ​ແນ​ກ​​ ໂທລະສັບເຄື່ອນ​ທີ່. ຈຸດປະສົງ​ຂອງ​ການ​ຝຶກ​ອົບຮົມ​ຄັ້ງນີ້ ກໍ່​ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​ກ່ຽວກັບ​ເຕັກ​ໂນ​ໂລ​ຢີ​ ໂທລະສັບ​ມື​ຖື 2G​ ໃຫ້​ແກ່​ພະນັກງານ​ທີ່​ເຮັດ​ວຽກທາງ​ດ້ານ​ເຕັກນິກ​​ໂດຍສະ​ເພາະ.
ຫລັງ​ຈາກ​ການ​ຝຶກ​ອົບຮົມ​ໄດ້​ສຳ​ເລັດ​ລົງ​ແລ້ວ ​ໃນ​ຕອນ​ແລງ​ຂອງ​ວັນ​ທີ່ 26 ກຸມພາ 2010 ກໍ່​ໄດ້​ມີ​ການ​ມອບ​ໃບຢັ້ງຢືນ​ໃຫ້​ແກ່​ນັກ​ສຳ​ມະ​ນາກ​ອນ ຜູ້​ທີ່​ເຂົ້າຮ່ວ​ມຝຶກ​ອົບຮົມ​ແຕ່​ຕົ້ນຈົນ​ຈົບ ຊື່​ງ​ໃຫ້ກຽດມອບ​ໃບຢັ້ງຢືນ​ໂດຍ​: ທ່ານ ຈັນທະ​ວອນ ສໍ​ສຳພັນ ຮອງ​ຜູ້ອຳນວຍການ​ໃຫຍ່​ ລລທ ຂະ​ແໜງ​ເຕັກນິກ -​ ໂຄງການ​ໂທລະ​ຄົມ.
Mobile Phone Technology 2G Mobile Phone Technology 2G Mobile Phone Technology 2G Mobile Phone Technology 2G Mobile Phone Technology 2G

Mobile Phone Technology 2G Mobile Phone Technology 2G      
     
All Rights Reserved © 2008. LAO TELECOMMUNICATIONS
Developed By Content Team Operation