ຝຶກອົບຮົມຫລັກສູດ ການບຳລຸງຮັກສາສູນກາງໂທລະສັບພື້ນຖານ NGN ຜ່ານລະບົບ VPN |
ໃນວັນທີ 5 - 13 ກໍລະກົດ 2010 ຜ່ານມານີ້ທີ່ ລລທ ສາຂາແຂວງ ຈຳປາສັກ ລາວ ໂທລະຄົມ ໄດ້ຈັດຝຶກອົບຮົມກ່ຽວກັບ ການບຳລຸງຮັກສາ ສູນກາງໂທລະສັບພື້ນຖານ NGN ຜ່ານລະບົບ VPN ໃຫ້ແກ່ ພະນັກງານ ລລທ ສາຂາແຂວງ ຈາກພາກກາງ ແລະ ພາກໃຕ້ ໃຫ້ກຽດກ່າວເປີດຝຶກອົບຮົມໂດຍ ທ່ານ ບຸນເລີງ ພົມມະຈັກ ຮອງອຳນວຍການ ລລທ ສາຂາແຂວງ ຈຳປາສັກ ແລະ ດຳເນີນການຝຶກອົບຮົມໂດຍ ວິຊາການ ຈາກ ພະແນກ ໂທລະສັບພື້ນຖານ ໂດຍມີນັກສຳມະນາກອນ ເຂົ້າຮ່ວມທັງໝົດ ຈຳນວນ 25 ທ່ານ.
|
| |
ຝຶກອົບຮົມຫລັກສູດ ເຕັກນິກການທວງໜີ້ ແລະ ການເຈລະຈາຕໍ່ລອງຢ່າງມືອາຊີບ ( Debts Collection & Negotiation Skills )
|
ໃນລະຫວ່າງວັນທີ 8-9 ມີຖູນາ 2010 ທີ່ຜ່ານມານີ້ ລາວ ໂທລະຄົມ ຮ່ວມກັບ ບໍລິສັດ Decha & IBS ຈຳກັດ, ຈາກປະເທດໄທ ໄດ້ຈັດຝຶກອົບຮົມພາຍໃຕ້ຫລັກສູດ ”ເຕັກນິກການທວງໜີ້ ແລະ ການເຈລະຈາຕໍ່ລອງຢ່າງມືອາຊີບ” ຂື້ນທີ່ ສູນຮ່ວມມືສາກົນ ລາວ - ຍີ່ປຸ່ນ ນະຄອນຫລວງວຽງຈັນ.
|
| |
ຝຶກອົບຮົມ ການນໍາໃຊ້ອຸປະກອນວັດແທກສັນຍານ (NEMO Drive Test Tool) ໃຫ້ແກ່ ພະນັກງານທາງດ້ານເຕັກນິກ ລາວ ໂທລະຄົມ ທົ່ວປະເທດ |
ໃນລະຫວ່າງວັນທີ 12-16 ກໍລະກົດ 2010 ທີ່ຜ່ານມານີ້ ທີ່ ລລທ ສູນກາງ ບໍລິສັດ WP TelCom ຈຳກັດ ເຊິ່ງເປັນບໍລິສັດຜູ້ສະໜອງອຸປະກອນວັດແທກສັນຍານ ລະບົບເຄືອຂ່າຍໂທລະສັບມືຖື ຮ່ວມກັບພະແນກ ຄູ້ມຄອງຄຸນນະພາບ ແລະ ກວດກາເຕັກນິກ ໄດ້ຈັດໃຫ້ມີການຝຶກອົບຮົມນຳໃຊ້ອຸປະກອນດັ່ງກ່າວ ໃຫ້ແກ່ພະນັກງານວິຊາການ ທາງດ້ານເຕັກນິກ ລລທ ສາຂາແຂວງທົ່ວປະເທດ ໂດຍໄດ້ຮັບກຽດກ່າວເປີດຝຶກອົບຮົມໂດຍ ທ່ານ ທອງໃສ ຊານໄຊຍະ ຮອງຜູ້ອຳນວຍການໃຫຍ່ ຂະແຫນງຈັດຕັ້ງ-ຫ້ອງການ, ມີນັກສຳມະນາກອນເຂົ້າຮ່ວມທັງໝົດ ຈຳນວນ 41 ທ່ານ.
|
| |
ການຝຶກອົບຮົມຫລັກສູດ Customer Service Excellence Camp ທົ່ວປະເທດ |
ລາວ ໂທລະຄົມ ໄດ້ຈັດ ຝຶກອົບຮົມ ຫລັກສູດ ການບໍລິການແບບມືອາຊີບ Customer Service Excellence Camp ໃນລະຫວ່າງວັນທີ 07-12 ພຶດສະພາ 2010 ທີ ຖາວອນສຸກ ຣີສອດ ເມືອງ ວັງວຽງ ແຂວງວຽງຈັນ. ດຳເນີນການຝຶກອົບຮົມໂດຍ ພະແນກການຕະຫລາດ ແລະ ພະແນກ ຈັດຕັ້ງ ລລທ ຮ່ວມກັບ ບໍລິສັດ idea master ຈຳກັດ. ການຝຶກອົບຮົມໃນຄັ້ງນີ້ໂດຍໄດ້ຮ່ວມມືກັນກັບ ບໍລິສັດ idea master ຈຳກັດ.
|
| |
ການຝຶກອົບຮົມ ຫລັກສູດ Telecom Protocol Analyzer ທີ່ ລລທ ສູນກາງ |
ໃນລະຫວ່າງວັນທີ 3 - 4 ມີຖຸນາ 2010 ທີ່ຜ່ານມານີ້ ບໍລິສັດ Reliance Soursing Co.,Ltd ໄດ້ຈັດຝຶກອົບຮົມໃຫ້ແກ່ພະນັກງານ ລລທ ພາຍໃຕ້ຫລັກສູດ Telecom Protocol Analyzer. ການຝຶກອົບຮົມໃນຄັ້ງນີ້ມີນັກສຳມະນາກອນຈາກ ພະແນກໂທລະສັບເຄື່ອນທີ່ ທັງໝົດ ຈຳນວນ 10 ທ່ານ.
|
| |
ສຳມະນາເຊິງປະຕິບັດການວາງແຜນກົນລະຍຸດການຂາຍ Sales Workshop ສຳລັບ LTC Express & Direct Sale Team |
ລາວ ໂທລະຄົມ ໄດ້ຈັດສຳມະນາ ເຊິງປະຕິບັດການ ວາງແຜນກົນລະຍຸດການຂາຍສິນຄ້າຂື້ນ ໃນລະຫວ່າງ ວັນທີ 6 - 8 ເມສາ 2010 ທີ ສູນຮ່ວມມືສາກົນ ລາວ - ຍີ່ປຸ່ນ ນະຄອນຫລວງວຽງຈັນ. ໂດຍທ່ານ ຊານຢຸດ ນົນທະສິນ ຮອງຜູ້ອຳນວຍການໃຫຍ່ ຂະແໜງການຕະຫລາດ ໃຫ້ກຽດເປັນວິທະຍາກອນດຳເນີນການສຳມະນາ ພ້ອມດ້ວຍ ຄະນະພະແນກການຕະຫລາດ ແລະ ພະແນກຈັດຕັ້ງ.
|
| |
ຝຶກອົບຮົມຫລັກສູດ 3G WCDMA Node B Field Operation Maintenance |
ໃນລະຫວ່າງວັນທີ 31 ມີນາ - 02 ເມສາ 2010 ຜ່ານມານີ້ ບໍລິສັດ Huawei Technology ໄດ້ຈັດຝຶກອົບຮົມຫລັກສູດ 3G WCDMA Node B Field Operation Maintenance ໃຫ້ແກ່ພະນັກງານ ລລທ ໂດຍມີນັກສຳມະນາກອນຈາກ ພະແນກໂຄງ ການ, ພະແນກໂທລະສັບເຄື່ອນທີ່, ພະແນກຄຸ້ມຄອງ - ກວດກາເຕັກນິກ, ລລທ ສາຂາແຂວງທົ່ວປະເທດ ແລະ ສະຖາບັນໄປສະນີ - ໂທລະຄົມມະນາຄົມ ເຂົ້າຮ່ວມທັງໝົດ 24 ຄົນ.
|
| |
ການຝຶກອົບຮົມຫຼັກສູດການນຳໃຊ້ Program ບັນຊີໃໝ່ |
ໃນລະຫວ່າງທ້າຍເດືອນ ກຸມພາ ທີ່ຜ່ານມານີ້ ລາວ ໂທລະຄົມ ຮ່ວມກັບ ບໍລິສັດ APiS ຈັດຝຶກອົບຮົມ - ຫລັກສູດການນຳໃຊ້ Program ບັນຊີໃຫມ່ ໃຫ້ແກ່ພະນັກງານບັນຊີ ຂອງ ລລທ ທົ່ວປະເທດ ທີ່ສະຖາບັນ ເທັກໂນໂລຊີ ວຽງຈັນ ໂດຍ ທ່ານ ທອງສີ ວິໄລວົງ ຫົວຫນ້າ ພະແນກ ຈັດຕັ້ງເປັນປະທານ ກ່າວເປີດການຝຶກອົບຮົມ. ການຝຶກ ອົບຮົມຫລັກສູດນີ້ ໄດ້ແບ່ງອອກເປັນ 2 ຊຸດຄື: ຊຸດທີ່ 1 ຈັດຂື້ນໃນວັນທີ 23 ກຸມພາ 2010 ແລະ ຊຸດທີ່ 2 ຈັດຂື້ນ ໃນວັນທີ ກຸມພາ 2010 ຊຶ່ງແຕ່ລະຊຸດ ມີນັກສຳມະນາກອນ ເຂົ້າຮ່ວມ ຈຳນວນ 30 ທ່ານ. ຊຶ່ງວິທະຍາກອນ ບັນຍາຍ ໃນການຝຶກອົບຮົມ ແມ່ນ ວິຊາການ ຈາກ ບໍລິສັດ APiS.
|
| |
ການຝຶກອົບຮົມຫລັກສູດ Mobile Phone Technology 2G |
ໃນລະຫວ່າງວັນທີ 22 - 26 ກຸມພາ 2010 ຜ່ານມາ ລາວ ໂທລະຄົມ ໄດ້ຈັດຝຶກອົບຮົມຫຼັກສູດ Mobile Phone Technology 2G ທີ່ສຳນັກງານໃຫຍ່ ລລທ ຫ້ອງປະຊຸມໃຫຍ່ 501. ຊື່ງໃຫ້ກຽດເປີດການຝຶກອົບຮົມໃນຄັ້ງນີ້ໂດຍ: ທ່ານ ຈັນທະວອນ ສໍສຳພັນ ຮອງ ຜູ້ອຳນວຍການໃຫຍ່ ຂະແໜງເຕັກນິກ - ໂຄງການໂທລະຄົມ ວິທະຍາກອນບັນລະຍາຍ ໂດຍພະນັກງານວິຊາການຈາກພະແນກ ໂທລະສັບເຄື່ອນທີ່ ລາວ ໂທລະຄົມ ແລະ ມີວິທະຍາກອນຮັບເຊີນຈາກບໍລິສັດ Huawei ຈຳກັດ ມີນັກສຳມະນາກອນເຂົ້າຮ່ວມທັງໝົດ 26 ທ່ານ ຊື່ງມາຈາກ ລລທ ສາຂາແຂວງຕ່າງໆ...
|
| |
ການຝຶກອົບຫຼັກສູດ "ສຸດຍອດໂຊເຟີ່ມືອາຊີບ" Super Driver Skills ກຸ່ມທີ່ 1 |
ລາວ ໂທລະຄົມ ໄດ້ຈັດຝຶກອົບຮົມຫລັກສູດ “ສຸດຍອດໂຊເຟີມືອາຊີບ” ຂື້ນໃນລະຫວ່າງວັນທີ 27 - 28 ມີນາ 2010 ທີທຜ່ານມາ. ໃຫ້ກຽດເປັນປະທານ ກ່າວເປີດຝຶກອົບຮົມໂດຍ ທ່ານ ທອງສີ ວິໄລວົງ ຫົວໜ້າ ພະແນກ ຈັດຕັ້ງ ລລທ. ຫລັກສູດຊຸດນີ້ ຈັດຂືນເປັນຄັ້ງທຳອິດຂອງ ລລທ ໂດຍການຮ່ວມມືກັນລະຫວ່າງ ພະແນກ ຈັດຕັ້ງ ກັບ ສູນຝຶກອົບຮົມ TACDO, ຊື່ງມີນັກສຳມະນາກອນ ຈາກ ສູນຄຸ້ມຄອງພາຫະນະ ລາວ ໂທລະຄົມ ພະແນກ ຫ້ອງການ-ບໍລິຫານ ເຂົ້າຮ່ວມ ທັງໝົດ 19 ຄົນ.
|
| |
ການຝຶກອົບຫຼັກສູດ "ສຸດຍອດໂຊເຟີ່ມືອາຊີບ" Super Driver Skills ກຸ່ມທີ່ 2 |
ລາວ ໂທລະຄົມ ໄດ້ຈັດຝຶກອົບຮົມຫລັກສູດ “ສຸດຍອດໂຊເຟີມືອາຊີບ” ຂື້ນໃນລະຫວ່າງວັນທີ 13 - 14 ມີນາ 2010 ທີທຜ່ານມາ. ໃຫ້ກຽດເປັນປະທານ ກ່າວເປີດຝຶກອົບຮົມໂດຍ ທ່ານ ພູຂົງ ຈິດຮູບໂລກ ຫົວໜ້າ ພະແນກ ຫ້ອງການ ບໍລິຫານ ລລທ. ຫລັກ ສູດນີ້ ຈັດຂືນເປັນຄັ້ງທີ່ 2 ຂອງ ລລທ ໂດຍການຮ່ວມມືກັນລະຫວ່າງ ພະແນກ ຈັດຕັ້ງ ກັບ ສູນຝຶກອົບຮົມ TACDO, ຊື່ງມີນັກສຳມະນາກອນ ຈາກ ສູນຄຸ້ມຄອງພາຫະນະ ລາວ ໂທລະຄົມ ພະແນກ ຫ້ອງການ-ບໍລິຫານ ເຂົ້າຮ່ວມ ທັງໝົດ 20 ຄົນ.
|
| |
ສຳມະນາ ວາງແຜນກົນລະຍຸດການຂາຍ LTC - Sales Workshop ສຳລັບ ລລທ 8 ແຂວງ ພາກໃຕ້
ທີ່ ແຂວງ ຈຳປາສັກ |
ລາວ ໂທລະຄົມ ໄດ້ຈັດສຳມະນາ ວາງແຜນກົນລະຍຸດການຂາຍສິນຄ້າຂື້ນ ໃນລະຫວ່າງວັນທີ 18-19 ມີນາ 2010 ທີ ໂຮງແຮມ ເອລາວັນ ແຂວງ ຈຳປາສັກ. ໃຫ້ກຽດ ກ່າວເປີດສຳມະນາໂດຍ ທ່ານ ບຸນຄຸ້ມ ສາຍສະຫວັດ ອຳນວຍການ ລລທ ສາຂາ ແຂວງ ຈຳປາສັກ. ດຳເນີນການສຳມະນາໂດຍ ທ່ານ ຊານຢຸດ ນົນທະສິນ ຮອງຜູ້ອຳນວຍການໃຫຍ່ ຂະແໜງ ການຕະຫລາດ ພ້ອມດ້ວຍ ຄະນະພະແນກ ພະແນກການຕະຫລາດ ແລະ ພະແນກ ຈັດຕັ້ງ. ມີນັກສຳມະນາກອນ ຈາກ ລລທ ສາຂາແຂວງພາກໃຕ້ ເຂົ້າຮ່ວມເຊັ່ນ: ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ເຊກອງ, ສາລະວັນ ແລະ ອັດຕະປື ຈຳນວນ 46 ຄົນ.
|
| |
ສຳມະນາ ວາງແຜນກົນລະຍຸດການຂາຍ LTC - Sales Workshop ສຳລັບ ລລທ 8 ແຂວງ ພາກເໜືອທີ່ ແຂວງ ຫລວງພະບາງ |
ລາວ ໂທລະຄົມ ໄດ້ຈັດສຳມະນາ ວາງແຜນກົນລະຍຸດການຂາຍສິນຄ້າຂື້ນ ໃນລະຫວ່າງວັນທີ 22-24 ມີນາ 2010 ທີ ໂຮງແຮມ The Grand ແຂວງ ຫລວງພະບາງ. ໃຫ້ກຽດ ກ່າວເປີດສຳມະນາໂດຍ ທ່ານ ໜໍ່ເງິນ ວິລະວົງສາ ອຳນວຍການ ລລທ ສາຂາ ແຂວງ ຫລວງພະບາງ. ດຳເນີນການສຳມະນາໂດຍ ທ່ານ ຊານຢຸດ ນົນທະສິນ ຮອງຜູ້ອຳນວຍການໃຫຍ່ ຂະແໜງ ການຕະຫລາດ ພ້ອມດ້ວຍ ຄະນະພະແນກ ພະແນກການຕະຫລາດ ແລະ ພະແນກ ຈັດຕັ້ງ. ມີນັກສຳມະນາກອນ ຈາກ ລລທ ສາຂາແຂວງພາກເໜືອ ເຂົ້າຮ່ວມເຊັ່ນ: ແຂວງ ຜົ້ງສາລີ, ອຸດົມໄຊ,ບໍ່ແກ້ວ, ຫລວງນ້ຳທາ, ໄຊຍະບູລີ, ຫລວງພະບາງ, ຊຽງຂວາງ ແລະ ຫົວພັນ ຈຳນວນ 44 ຄົນ.
|
| |