| |
ປະຫວັດຄວາມເປັນມາ |
|
| |
ກ່ອນປີ 1993 ລັດທະບານ ສ.ປ.ປ. ລາວ ໄດ້ດຳເນິນການຍ່າງຕໍ່ເນື່ອງໃນການພັດທະນາ ລະບົບສື່ສານ ໂທລະຄົມມະນາຄົມ ຕາມແຜນແມ່ບົດ (Master Plan) ຊຶ່ງນັບໄດ້ວ່າເປັນປັດໄຈ ພື້ນຖານຂອງການພັດທະນາ ລະບົບໂທລະຄົມ ຄົບວົງຈອນ ໂດຍມີ ກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງເປັນຜູ້ຊີ້ນຳ ແລະ ຄຸ້ມຄອງ ໃນນີ້ ບໍລິສັດ ໄປສະນີໂທລະຄົມ ລາວ ເປັນ ລັດວິສາຫະກິດ 100% ແລະ ເປັນຜູ້ດຳເນີນວຽງງານແຕ່ຜູ້ດຽວ |
|
| |
ໃນປີ 1994 ລັດທະບານໄດ້ເປິດໂອກາດໃຫ້ພາກເອກະຊົນ ເຂົ້າຮ່ວມລົງທຶນດຳເນິນທຸລະກິດ ດ້ານໂທລະຄົມມະນາຄົມໃນ ສ.ປ.ປ. ລາວ, ບໍລິສັດ ຊິນນະວັດ ອິນເຕີເນຊັນແນລ ຈຳກັດ (ມຫາຊົນ) ໄດ້ມີໂອກາດເຂົ້າຮ່ວມລົງທຶນກັບລັດທະບານ ແລະໄດ້ສ້າງຕັ້ງບໍລິສັດຮ່ວມທຶນຂື້ນໃນນາມ ບໍລິສັດ ລາວ ຊິນນະວັດ ເທເລຄອມ ຈຳກັດ ເພື່ອດຳເນິນໂຄງການ ພັດທະນາໂທລະຄົມໄລຍະທີ່ 3 ຕາມແຜນແມ່ບົດ ທີ່ລັດທະບານວາງອອກ |
|
| |
ໃນປີ 1995 ລັດທະບານ ມີນະໂຍບາຍໃຫ້ແຍກບໍລິສັດ ໄປສະນີ ແລະ ໂທລະຄົມມະນາຄົມ ລາວ ອອກເປັນ 2 ບໍລິສັດ ຄື ບໍລິສັດ ໄປສະນີລາວ ແລະ ບໍລິສັດ ໂທລະຄົມມະນາຄົມ ລາວ |
|
| |
ໃນປີ 1996 ຄວາມຮຽກຮ້ອງຕ້ອງການໃນການນຳໃຊ້ລະບົບສື່ສານໂທລະຄົມຂອງລາວໄດ້ ຂະຫຍາຍຕົວ ຫລາຍຂື້ນ ລັດທະບານ ສປປ. ລາວ ຈຶ່ງໄດ້ຮ່ວມກັບບໍລິສັດ ຊິນນະວັດ ອິນເຕີເນຊັນແນລ ຈຳກັດ (ມະຫາຊົນ) ເພື່ອສ້າງຕັ້ງ ບໍລິສັດ ລາວໂທລະຄົມມະນາຄົມ ຈຳກັດ ຂື້ນຊື່ງເປັນການລວມເອົາ ບໍລິສັດ ໂທລະຄົມ ລາວ ກັບ ບໍລິສັດ ລາວຊິນນະວັດ ເທເລຄອມ ຈຳກັດ ເຂົ້າກັນ ໂດຍລັດທະບານ ສ.ປ.ປ. ລາວ ຖືຮຸ້ນ 51% ແລະ ບໍລິສັດ ຊິນນະວັດ ອິນເຕີເນຊັນແນລ ຈຳກັດ (ມະຫາຊົນ) ຖືຣຸ້ນ 49% ມີໄລຍະສຳປະທານ 25 ປີ |
|
| |
ບໍລິສັດ ລາວ ໂທລະຄົມມະນາຄົມ ເລິ່ມເປິດດຳເນີນການຕັ້ງແຕ່ ວັນທີ່ 11 ພະຈິກ 1996 ໂດຍດຳເນີນທຸລະກິດ ໃຫ້ບໍລິການສື່ສານໂທລະຄົມມະນາຄົມດ້ານຕ່າງໆ ເຊັ່ນ ບໍລິການໂທລະສັບພື້ນຖານ, ບໍລິການໂທລະສັບມືຖື ລະບົບດິຈິຕອລ GSM ແລະ CDMA, ບໍລິການທາງດ້ານອິນເຕີເນັດ ແລະບໍລິການອື່ນໆ ອີກ |
|
| |
|
|
 |