| |
 |
|
|
 |
|
 |
|
|
|
|
|
 |
ADSL
|
 |
| |
ADSL (Asymmetric Digital Subscriber Line) ແມ່ນອິນເຕີເນັດຄວາມໄວສູງຜ່ານລະບົບສາຍໂທລະສັບ, ຊີ່ງມີຄຸນລັກສະນະພິເສດຄື: |
|
- ລູກຄ້າສາມາດໃຊ້ສາຍໂທລະສັບ ແລະອິນເຕີເນັດ ໃນເວລາດຽວກັນໂດບໍ່ມີສັນຍາມ ລົບກວນກັນແຕ່ຢ່າງໃດເລີຍ
- ລູກຄ້າສາມາດເລືອກຄວາມໄວຂອງການໃຫ້ບໍລິການໄດ້ຕາມຄວາມເຫມາະສົມຂອງຕົນເອງໄດ້ເຊັນ: 128/64kbps, 256/128kbps, 512/256kbps.
ມາເປັນລູກຄ້າ ADSL
ລາວໂທລະຄົມ ໃຫ້ບໍລິການ ອິນເຕືເນັດ ADSL ຢູ່ໃນທຸກໆແຂວງທົ່ວປະເທດ ໂດຍສະເພາະແມ່ນ ໃນເທດສະບານແຂວງ ຂອງທຸກໆແຂວງ ແລະ ເມືອງທີ່ເປັນບ່ອນທ່ອງທ່ຽວສຳຄັນຫຼາຍເມືອງ. ສ່ວນທີ່ນະຄອນຫຼວງວຽງຈັນ ລູກຄ້າສາມາດໃຊ້ບໍລິການ ADSL ໄດ້ໃນພື້ນທີ່ 7 ຕົວເມື່ອງ ຂອງເທນສະບານນະຄອນຫຼວງວຽງຈັນ. ໂດຍມີຄິດຄວາມສາມາດໃນການບໍລິການຫຼາຍກ່ວາ 4 ພັນ ເລກໝາຍ.
ລາວໂທລະຄົມຈະຂະຫຍາຍເຂດບໍລິການໄປເຖີງບັນດາເມື່ອງທີ່ສຳຄັນທົ່ວປະເທດອີກຈຳນວນໜື່ງ ໂດຍການເພີ້ມຄວາມສາມາດໃນການໃຫ້ບໍລິການທົ່ວປະເທດຕື່ມອິກ 10 ພັນ ເລກໝາຍ ໃນຕົ້ນປີ 2009. ສະນັ້ນ ລູກຄ້າທີ່ມາສະໝັກໃຊ້ບໍລິການ ອິນເຕີເນັດ ADSL ຈະຕ້ອງຍູ່ຫ່າງໄກຈາກ ສູນກາງ ຫລື ເຂດທີ່ໃຫ້ບໍລິການ ບໍ່ເກີນ 5 Km.
ເອກະສານໃນການສະໝັກ
ລູກຄ້າທີ່ຕ້ອງການສະໝັກໃຊ້ບໍລິການ ສາມາດ Download ໃບສະເໜີຂໍໃຊ້ (Preregistration Form) ແລະ ໃບສະໝັກ (Application Form) ເພື່ອສຶກສາເງືອນໄຂການບໍລິການກ່ອນສະໝັກ. ຖ້າທ່ານເຫັນວ່າ ສາມາດສະມັກຕາມເງື່ອນໄຂໄດ້ ລາວ ໂທລະຄົມ ຍິນດີດຳເນີນການຕິດຕັ້ງໃຫ້ ຕາມລະບຽບການບໍລິການ. ລາຍລະອຽດຂອງອັດຕາຄ່າບໍລິການແມ່ນສາມາດອ່ານໄດ້ທີ່ໃບ Preregistration Form. ເອກະສານເພີ້ມມີດັ່ງນີ້:
- ສະໝັກໃນນາມສ່ວນບຸກຄົນ (ຄົນລາວ): ສຳເນົາ ປື້ມສຳມະໂນຄົວ, ສຳເນົາ ບັດປະຊາຊົນ, ໃບຢັ່ງຢີນທີ່ຢູ່.
- ສະໝັກໃນນາມບໍລິສັດ: ສຳເນົາ ທະບຽນວິສາຫະກິດ, ສຳເນົາ ໃບເສຍອາກອນ, ສຳເນົາບັດປະຈຳຕົວຜູ້ອຳນວຍການ ແລະ ໃບສະເໜີ.
- ສະໝັກໃນນາມ ລັດທະບານ, ອັງການຈັດຕັ້ງສາກົນຕ່າງໆ: ໃບຄຳຮ້ອງ.
- ສະໝັກໃນນາມຄົນຕ່າງປະເທດ: ສຳເນົາ Passport,ເຊັນຢັ່ງຢີນໃບຄ້ຳປະກັນ ຈາກອົງການຈັດຕັ້ງ.
ປະເພດການບໍລິການ:
|
ຕິດຕໍ່ສອບຖາມທີ່ 020 5600115 |
Download Form (ເອກະສານ) ທີ່ນີ້ |
|
|
|
|
 |
| |
|
|
|
All Rights Reserved © 2008. LAO TELECOMMUNICATIONS
Developed By Content Team Operation
|
|
|
QR Code
ສະແກນ QR Code ຜ່ານມືຖື
ຂອງທ່ານເພື່ອເບີ່ງຂໍ້ມູນເພີ່ມເຕີມ

www.laotel.com |
|