ການຝຶກອົບຮົມ ຫລັກສູດ Telecom Protocol Analyzer ທີ່ ລລທ ສູນກາງ
 
 

   ໃນລະຫວ່າງວັນທີ 3 - 4 ມີຖຸນາ 2010 ທີ່ຜ່ານມານີ້ ບໍລິສັດ Reliance Soursing Co.,Ltd ໄດ້ຈັດຝຶກອົບຮົມໃຫ້ແກ່ ພະນັກງານ ລລທ ​ພາຍ​ໃຕ້ຫລັກສູດ Telecom Protocol Analyzer.  ການ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້ມີນັກສຳມະນາກອນຈາກ ພະແນກໂທລະສັບເຄື່ອນທີ່ ທັງໝົດ ຈຳນວນ 10 ທ່ານ.

   ຈຸດປະສົງຂອງການຝຶກອົບຮົມ Telecom Protocol Analyzer Product ໃນຄັ້ງນີ້ກໍ່ເພື່ອ​ໃຫ້​ຜູ້​ເຂົ້າ​ຮ່ວມ​ຝຶກ​ອົບຮົມ​ມີ​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ໃນ​ດ້ານ​ຫລັກການ​ເຮັດ​ວຽກ ​ແລະ ວິທີ​ການ​ໃຊ້​ງານ​ຂອງ​ເຄື່ອງ Telecom Protocol Analyzer ​ແລະ ​ເພື່ອ​ໃຫ້​ຜູ້​ເຂົ້າ​ຝຶກ​ອົບຮົມ​ໄດ້​ຝຶກ​ຝົນ​ທັກ​ສະການ​ໃຊ້​ງານ​ຕົວ​ຈິງ​ຂອງ​ເຄື່ອງ Telecom Protocol Analyzer ກັບ Network. ການ​ຝຶກ​ອົບຮົມ​ແມ່ນ​ໄດ້​ໃຊ້​ເວລາ 2 ວັນ ​ຊື່​ງມື້​ທີ່ 1 ​ແມ່ນ​ຮຽນ​ທິດ​ສະ​ດີກາ​ນນຳ​ໃຊ້ ​ແລະ ມື້​ທີ່ 2 ​ແມ່ນ ລົງ​ໄປ​ປະຕິບັດ​ຕົວ​ຈິງ ທີ່ ສູນ​ສາຍ​ລົມ.

 
 

ວັນທີ 3 - 4 ມີຖຸນາ 2010
 
All Rights Reserved © 2008. LAO TELECOMMUNICATIONS
Developed By Content Team Operation