ໃນວັນທີ 5 - 13 ກໍລະກົດ 2010 ຜ່ານມານີ້ທີ່ ລລທ ສາຂາແຂວງ ຈຳປາສັກ ລາວ ໂທລະຄົມ ໄດ້ຈັດຝຶກອົບຮົມກ່ຽວກັບ ການບຳລຸງຮັກສາ ສູນກາງໂທລະສັບພື້ນຖານ NGN ຜ່ານລະບົບ VPN ໃຫ້ແກ່ ພະນັກງານ ລລທ ສາຂາແຂວງ ຈາກພາກກາງ ແລະ ພາກໃຕ້ ໃຫ້ກຽດກ່າວເປີດຝຶກອົບຮົມໂດຍ ທ່ານ ບຸນເລີງ ພົມມະຈັກ ຮອງອຳນວຍການ ລລທ ສາຂາແຂວງ ຈຳປາສັກ ແລະ ດຳເນີນການຝຶກອົບຮົມໂດຍ ວິຊາການ ຈາກ ພະແນກ ໂທລະສັບພື້ນຖານ ໂດຍມີນັກສຳມະນາກອນ ເຂົ້າຮ່ວມທັງໝົດ ຈຳນວນ 25 ທ່ານ.
ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ເພື່ອໃຫ້ນັກສຳມະນາກອນຜູ້ມີໜ້າທີ່ຮັບຜິດຊອບການປະຕິບັດງານກ່ຽວຂ້ອງກັບ NGN ຮັບຮູ້ເຂົ້າໃຈກົງກັນຕໍ່ໜ້າທີ່ ແລະ ຂອບເຂດຄວາມຮັບຜີດຊອບ, ເພື່ອໃຫ້ສາມາດກວດກາສະພາບອຸ ປະກອນປະຈຳວັນທີ່ຕົນເອງຮັບຜິດຊອບ ແລະ ເພື່ອໃຫ້ສາມາດກວດກາ, ປ່ຽນແປງຂໍ້ມູນການບໍລິການ, ວັດແທກ ສະພາບສາຍ ແລະ ວັດແທກສະພາບວົງຈອນຂອງນ້ຳເບີໂທລະສັບ NGN.
ຫລັງຈາກສຳເລັດການຝຶກອົບຮົມແລ້ວ ນັກສຳມະນາກອນທຸກຄົນກໍ່ໄດ້ຮັບໃບຢັ້ງຢືນ Certificate ຈາກພະແນກ ໂທລະສັບພື້ນຖານ ອີກດ້ວຍ. ຫລັງຈາກສຳເລັດການຈັດຝືກອົບຮົມໃຫ້ແກ່ພະນັກງານ ລລທ ໃນແຂວງພາກກາງ ແລະ ແຂວງພາກໃຕ້ໃນຄັ້ງນີ້ແລ້ວ ຄະນະຮັບຜິດຊອບຈະໄດ້ສືບຕໍ່ໃນການຈັດຝຶກອົບຮົມໃຫ້ແກ່ບັນດາ ລລທ ສາຂາແຂວງພາກເຫນືອອີກໃນເດືອນສິງຫານີ້ ຕໍ່ໄປ. |