ສຳ​ມະ​ນາ ວາງ​ແຜ​ນກົນລະຍຸດ​ການ​ຂາຍ​ LTC - Sales Workshop ສຳລັບ ລລທ 8 ​ແຂວງ ພາກ​​ເໜືອ
 
 

   ລາວ ໂທລະຄົມ ໄດ້ຈັດສຳ​ມະ​ນາ ວາງ​ແຜ​ນກົນລະຍຸດ​ການ​ຂາຍ​ສິນຄ້າຂື້ນ ໃນລະຫວ່າງວັນທີ 22-24 ມີນາ 2010 ທີ ​ໂຮງ​ແຮມ​ The Grand ​ແຂວງ ຫລວງ​ພະ​ບາງ. ໃຫ້ກຽດ ກ່າວເປີດສຳ​ມະ​ນາໂດຍ ທ່ານ ໜໍ່​ເງິນ ວິລະ​ວົງສາ ອຳນວຍ​ການ ລລທ ສາຂາ ​ແຂວງ ຫລວງ​ພະ​ບາງ. ດຳ​ເນີນ​ການ​ສຳ​ມະ​ນາ​ໂດຍ ທ່ານ ຊານ​ຢຸດ ນົນ​ທະ​ສິນ ຮອງ​ຜູ້ອຳນວຍການ​ໃຫຍ່ ຂະ​ແໜງ ​ການ​ຕະຫລາ​ດ ພ້ອມ​ດ້ວຍ ຄະນະ​ພະ​ແນ​ກ ພະ​ແນ​ກການ​ຕະຫລາດ ​ແລະ ພະ​ແນ​ກ ຈັດ​ຕັ້ງ. ມີນັກສຳມະນາກອນ ຈາກ ລລທ ສາຂາ​ແຂວງພາກ​ເໜືອ ​ເຂົ້າ​ຮ່ວມ​ເຊັ່ນ​: ​ແຂວງ ຜົ້ງ​ສາລີ, ອຸດົມ​ໄຊ,ບໍ່​ແກ້ວ, ຫລວງ​ນ້ຳ​ທາ, ​ໄຊ​ຍະ​ບູລີ, ຫລວງ​ພະ​ບາງ, ຊຽງ​ຂວາງ ​ແລະ ຫົວພັນ ຈຳນວນ 44 ຄົນ.

   ຈຸດປະສົງຂອງການສຳ​ມະ​ນາ​ໃນ​ຄັ້ງ​ນີ້ ​ເພື່ອນຳພາ​ຄະນະ​ນຳ​ຂອງ​ສາຂາ​ແຂວງ ​ແລະ ພາກສ່ວນ​ການ​ຕະຫລາດ​ແຂວງ ​ທຳ​ການວາງ​ແຜນ​ງານ​ດ້ານ​ການ​ຂາຍ ​ແລະ ການ​ຕະຫລາດ​ຂອງ​ສາຂາ​ແຂວງ​ຕົນ​ເອງ​ຕາມ KPI ທີ່​ໄດ້​ຮັບ ​ເພື່ອ​ນຳ​ເອົາ​ໄປ​ປະຕິບັດ​ໃຫ້​ບັນລຸ​ຕາມ​ເປົ້າ​ໝາຍ ​ໂດຍ​ມີ​ທັງ​ພາກ​ທິດສະ​ດີ ​ແລະ ພາກ​ປະຕິບັດ​ຕົວ​ຈິງ.

   ຜົນ​ສະຫຼຸບ​ຂອງ​ການຈັດ​ສຳ​ມະ​ນາ​ໃນ​ຄັ້ງ​ນີ້ ​ແມ່ນ​ສາມາດ​ສ້າງ​ຄວາມ​ຮັບ​ຮູ້ ຄວາມ​ເຂົ້າ​ໃຈ ​ໃນ​ການວາງ​ແຜນ​ງານ​ດ້ານ​ການ​ຂາຍ ​ແລະ ການ​ຕະຫລາດ​ໃຫ້​ແກ່​ຜູ້ເຂົ້າ​ຮ່ວມ​ເປັນ​ຢ່າງ​ດີ.

 
 

ທີ່ ​ແຂວງ ຫລວງ​ພະ​ບາງ
 
All Rights Reserved © 2008. LAO TELECOMMUNICATIONS
Developed By Content Team Operation