ລາວ ໂທລະຄົມ ໄດ້ຈັດສຳມະນາ ເຊິງປະຕິບັດການ ວາງແຜນກົນລະຍຸດການຂາຍສິນຄ້າຂື້ນ ໃນລະຫວ່າງ ວັນທີ 6 - 8 ເມສາ 2010 ທີ ສູນຮ່ວມມືສາກົນ ລາວ - ຍີ່ປຸ່ນ ນະຄອນຫລວງວຽງຈັນ. ໂດຍທ່ານ ຊານຢຸດ ນົນທະສິນ ຮອງຜູ້ອຳນວຍການໃຫຍ່ ຂະແໜງການຕະຫລາດ ໃຫ້ກຽດເປັນວິທະຍາກອນດຳເນີນການສຳມະນາ ພ້ອມດ້ວຍ ຄະນະພະແນກການຕະຫລາດ ແລະ ພະແນກຈັດຕັ້ງ. ມີນັກສຳມະນາກອນທີ່ເປັນພະນັກງານ LTC Express ແລະ Direct Sale ເຂົ້າຮ່ວມ ຈຳນວນ 120 ຄົນ.
ຈຸດປະສົງຂອງການສຳມະນາໃນຄັ້ງນີ້ ເພື່ອນຳພາ ພະນັກງານຂາຍ ທຳການວາງແຜນງານດ້ານການ ຂາຍຜະລິດຕະພັນຂອງບໍລິການໂທລະສັບມືຖື ຂອງ ນະຄອນຫລວງວຽງຈັນ ເພື່ອນຳເອົາໄປປະຕິບັດໃຫ້ບັນລຸຕາມເປົ້າໝາຍ KPI ທີ່ໄດ້ຮັບ ມີທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ໂດຍໄດ້ຈັດແບ່ງເປັນທີມຂາຍ ແລະ ລົງຂາຍຕົວຈິງຕາມສະຖານທີ່ຕ່າງໆ ພາຍໃນນະຄອນຫລວງວຽງຈັນ ໃນຮູບແບບຂອງ Sale Rally ມີການແຂ່ງຂັນ ສ້າງຍອດຂາຍເພື່ອຮັບລາງວັນພ້ອມທັງຜົນຕອບແທນ.
ຜົ´ນສະຫຼຸບຂອງການຈັດສຳມະນາໃນຄັ້ງນີ້ ແມ່ນສາມາດສ້າງຄວາມຮັບຮູ້ ຄວາມເຂົ້າໃຈ ໃນການວາງແຜນງານດ້ານການຂາຍ ແລະ ການຕະຫລາດໃຫ້ແກ່ຜູ້ເຂົ້າຮ່ວມເປັນຢ່າງດີ. |