ໃນລະຫວ່າງວັນທີ 12-16 ກໍລະກົດ 2010 ທີ່ຜ່ານມານີ້ ທີ່ ລລທ ສູນກາງ ບໍລິສັດ WP TelCom ຈຳກັດ ເຊິ່ງເປັນບໍລິສັດຜູ້ສະໜອງອຸປະກອນວັດແທກສັນຍານ ລະບົບເຄືອຂ່າຍໂທລະສັບມືຖື ຮ່ວມກັບພະແນກ ຄູ້ມຄອງຄຸນນະພາບ ແລະ ກວດກາເຕັກນິກ ໄດ້ຈັດໃຫ້ມີການຝຶກອົບຮົມນຳໃຊ້ອຸປະກອນດັ່ງກ່າວ ໃຫ້ແກ່ພະນັກງານວິຊາການ ທາງດ້ານເຕັກນິກ ລລທ ສາຂາແຂວງທົ່ວປະເທດ ໂດຍໄດ້ຮັບກຽດກ່າວເປີດຝຶກອົບຮົມໂດຍ ທ່ານ ທອງໃສ ຊານໄຊຍະ ຮອງຜູ້ອຳນວຍການໃຫຍ່ ຂະແຫນງຈັດຕັ້ງ-ຫ້ອງການ, ມີນັກສຳມະນາກອນເຂົ້າຮ່ວມທັງໝົດ ຈຳນວນ 41 ທ່ານ.
ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອໃຫ້ນັກສຳມະນາກອນ ຮູ້ນຳໃຊ້ເຄື່ອງ Drive Test ສັນຍານ NEMO ແລະ ເພື່ອໃຫ້ຮູ້ການ ກວດສອບ ຄຸ້ມຄອງຄຸນນະພາບເຄືອຂ່າຍໂທລະສັບມືຖື ໃນເຂດພື້ນທີ່ຮັບຜີດຊອບຂອງແຕ່ລະ ສາຂາແຂວງໃຫ້ດີຂຶ້ນກວ່າທີ່ຜ່ານມາ.
ຫລັງຈາກສຳເລັດການຝຶກອົບຮົມແລ້ວ ນັກສຳມະນາກອນທຸກຄົນກໍ່ຈະໄດ້ຮັບໃບຢັ້ງຢືນ (Certificate) ຈາກ ບໍລິສັດ WP Telcom Company Limited ອີກດ້ວຍ. |